iOS ທີຖືກ jailbreak ຫຼາຍ​ກ່​ວາ 75,000 ເຄື່ອງ​ຕິດໄວ​ຣັ​ດ "AdThief"

ຫາກວ່າ​ທ່ານ​ໄດ້​ເຈວ​ເບກ(jailbreak) ອຸ​ປະ​ກອນ​ທີ​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ iOS ຂອງ​ທ່ານ​ເຊັນ: iPhone, iPad ຫຼື iPod ແລະ ໄດ້​ດາວ​ໂຫຼດ tweak ຕ່າງໆ​ມາ​ໃຊ້​ງານ ບາງ​ເທື່ອ​ອຸ​ປະ​ກອນ​ຂອງ​ທ່ານ​ອາດ​ຈະ​ຕິດ​ໄວ​ຣັດ malware ສັນ​ຊາດ​ຈີນ​ຊື່ “AdThief” ແລ້ວ​ເພາະ​ວ່າ​ດຽວນີ້​ມີຫຼາຍ​ກ່​ວາ 75,000 ເຄື່ອງ​ໄດ້​ຕິດ​ຕັ້ງ​ໄວ​ຣັດ​ໂຕນີ້​ລົງ​ໄປ.

ຕາ​ມ​ການ​ຕີ​ແຜ່​ຂໍ້​ມູນ​ໃນ Virus Bulletin ໂດຍ​ນັກ​​ຄົ້ນ​ຄ້​ວາດ້ານ​ຄວາມ​ປອດ​ໄພ Axelle Apvrill, ໄວ​ຣັດ malware ດັງ​ທີ​ຮູ້​ກັນ​ໃນ​ນາມ “spad” ໄດ້​ຖືກ​ຄົ້ນ​ພົບ​ທຳ​ອິດ​ໂດຍ​ນັກ​ຄົ້ນ​ຄ້​ວາ​ດ້ານ​ຄວາມ​ປອດ​ໄພ​ຊື່ Claud Xiao ໃນ​ເດືອນ ມີ​ນາ​ໃນ​ປີນີ້​ເອງ.

Axelle Apvrill ບອກວ່າ: “ປັດ​ຈຸ​ບັນ Adhief aka Spad maware ໄດ້​ລັກເອົາ​ໂຄ​ສະ​ນາ​ຈຳ​ນວນ 22 ລ້ານ​ອັນ ແລະ ລັກ​ເອົາ​ລາຍ​ໄດ້​ຈາກ​ນັກ​ພັດ​ທະ​ນາ​ໃນ​ສະ​ມາ​ຄົມ iOS jailbreak.”

malware ຊະ​ນິດນີ້​ແມ່ນ​ຈະ​ກະ​ທົບ​ພຽງ​ແຕ່​ອຸ​ປະ​ກອນ​ຂອງ Apple ທີ​ຖືກ​ເຈວ​ເບກ​ແລ້ວ​ເທົ່າ​ນັ້ນ. ວິ​ທີ​ການ​ເຮັດ​ວຽກ​ຂອງ​ມັນ​ກໍ​ຄື​ວ່າ​ມັນ​ຈະ​ປອມ​ໂຕ​ເອງເປັນສ່ວນເສີ​ມ(extension)ຂອງ Cydia, ເມື່ອ Cydia ແພກ​ເກດ​ທີ່​ຕິດ​ໄວ​ຣັດ​ໂຕນີ້​ໄດ້​ຖືກ​ດາວ​ໂຫຼດ ແລະ ໄດ້​ຕິດ​ຕັ້ງ​ໄປ​ແລ້ວໂດຍຜູ້​ໃຊ້​ບໍ່​ຮູ້​ຫຍັງ​ເລີຍ. ຫຼັງ​ຈາກ​ມັນ​ຕິດ​ຕັ້ງ​ສຳ​ເລັດ​ແລ້ວ ໄວ​ຣັດໂຕນີ້​ກໍ​ຈະ​ໄປ​ດັດ​ແກ້ຈຳ​ພວກ​ໂຄ​ສະ​ນາ​ຕ່າງໆ​​ໃຫ້​ລາຍ​ໄດ້​ທີ່​ຫຼັງ​ຈາກ​ຜູ້​ໃຊ້​ງານ​ກົດ​ທີ່​ປ້າຍ​ໂຄ​ສະ​ນານັ້ນ​ໄປ​ຫາ​ຜູ້​ສ້າງ​ໄວ​ຣັດ​ໂຕນີ້​ແທນ. ນອກນັ້ນ ສິ່ງ​ສຳ​ຄັນ​ທີ​ສຸດ​ຂອງ​ໄວ​ຣັດ​ໂຕນີ້​ກໍ​ຄື​ທ່ານ​ຈະ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ​ອຸ​ປະ​ກອນ​ຂອງ​ທ່ານ​ໄດ້​ຕິດ​ໄວ​ຣັດ​ໂຕນີ້ບໍ່​ເພາະ​ວ່າ​ມັນ​ເຮັດ​ວຽກ​ເບື້ອງຫຼັງ ແລະ ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້​ເລີ​ຍທີ​ຈະ​ລະ​ບຸ​ວ່າ​ຕິດ ຫຼື ບໍ່​ຕິດ.

ສຳ​ລັບ​ໃຜ​ທີ່ບໍ່​ໄດ້ເຈວ​ເບກ​ອຸ​ປະ​ກອນ​ຕົນ​ເອງ​ແມ່ນບໍ່​ຕ້ອງ​ກັງ​ວົນ​ກັບ​ໄວ​ຣັດ​ໂຕນີ້, ສ່ວນ​ຜູ້​ທີ່​ໄດ້​ເຈວ​ເບກ​ໄປ​ແລ້ວນັ້ນ​ຄວນ​ຈະ​ລະ​ມັດ​ລະ​ວັງ​ໃນ​ເລື່ອງ​ການ​ດາວ​ໂຫຼດສວ່ນ​ເສີມ​ຕ່າງໆ​ໃນ Cydia ​ມາ​ໃຊ້​ງານເປັນ​ຕົ້ນ​ຈຳ​ພວກ tweak ແລະ ແອ໋ບ​ດາວ​ໂຫຼດ​ແອ໋ບ​ເສຍ​ເງິນ.

ຂອບ​ໃຈ​ທີ່​ມາ Thehackernews