ມາ​ແນະ​ນຳ ກົດ​ໝາຍ​ ວ່າ​ດ້ວຍ ສະ​ຖິ​ຕິ ຄັດ​ສະ​ເພາະ​ທີ່?

ມາ​ແນະ​ນຳ ກົດ​ໝາຍ​ ວ່າ​ດ້ວຍ ສະ​ຖິ​ຕິ ຄັດ​ສະ​ເພາະ​ທີ່?

​ຢາກວ່າ​ຫ່າງ​ຫານ​ກັນ​ໄປ​ດົນເລີຍ​ເນາະທີ່ບໍ່​ໄດ້​ຂຽນ​ບົດ​ຄວາມ​ ພໍ​ດີ​ເຂົ້າ​ຊອກ​ຫາ​ອ່ານ​ກົດ​ໝາຍ​ ແລ້ວ​ໄປ​ເຫັນ ກົດ​ໝາຍ​ວ່າ ດ້ວ​ຍ​ສະ​ຖິ​ຕິ ເຊິ່​ງ​ທຳ​ອິດ​ຕົນ​ເອງ​ກະ​ຫາກໍ່​ຮູ້​ວ່າ ອ້າວ! ເຮົາ​ກະ​ມີ​ກົດ​ໝາຍ​ກ່ຽວ​ກັບ​ສະ​ຖິ​ຕິ​ນຳ​ຫວາ ກໍ​ເລີຍ​ເຂົ້າ​ໄປ​ອ່ານ​ຄ້າວກະ​ເລີຍ​ຮູ້​ວ່າ ເອີ​ມັ​ນ​ກະ​ສຳ​ຄັນ​ຢູ່​ໃດ​ເນາະສຳ​ລັບ​ເຮົາ ເພາະ​ວ່າ​ເຮົາ​ກະ​ເປັນ​ຄົນຫຼິ້ນກັ​ບ​ຂໍ້​ມູນ ແລະ ນຳ​ໃຊ້​ຢູ່​ແລ້ວ, ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ຮູ້​ໄວ້​ຢູ່​ແລ້ວ.

ດຽວ​ເຮົາ​ມາ​ຄັດ​ຫຍໍ້ ໃຫ້​ມັນ​ໜ້ອຍ​ລົງ​ເອົາ​ແຕ່​ໂຕ​ເດັ່ນໆ ທີ່​ນັກ​ສະ​ຖິ​ຕິ ຫຼື ນັກ​ຄົ້ນ​ຄ້​ວາ​ ຄວນ​ຮູ້​ກັນ.

ສະ​ຖິ​ຕິ​ທາງ​ການ​ແມ່ນ​ຫຍັງ?

ໝາຍ​ເຖິງ ສະ​ຖິ​ຕິ ທີ່​ໄດ້​ມາ​ຈາກ​ການ​ສ​ຳຫຼວດ ແລະ ການ​ລາຍ​ງານ​ບໍ​ລິ​ຫານ ໂດ​ຍ​ຜ່ານ​ຂະ​ບວນ​ການ​ເກັບ​ກຳ, ສັງ​ລວມ, ຄິດ​ໄລ່, ປຸງ​ແຕ່ງ, ວິ​ໄຈ ແລະ ຂະ​ບວນ​ກາ​ນ​ວິ​ເຄາະ ຕາມ​ວິ​ທະ​ຍາ​ສາດ​ດ້ານ​ສະ​ຖິ​ຕິ ໂດບ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລະ​ບົບ​ການ​ຈັດ​ຕັ້ງ​ສະ​ຖິ​ຕິ​ແຫ່ງ​ຊາດ.

ປະ​ເພດ​ຂອງ​ສະ​ຖິ​ຕິ (ມາດ​ຕາ 8)

ສະ​ຖິ​ຕິ​ແບ່ງ​ອອກ​ເປັນ 4 ປະ​ເພດ​ຕົ້ນ​ຕໍ​ດັ່ງ​ນີ້:

  1. ສະ​ຖິ​ຕິ​ເສດ​ຖະ​ກິດ
  2. ສະ​ຖິ​ຕິ​ສັງ​ຄົມ
  3. ສະ​ຖິ​ຕິ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາ​ດ
  4. ສະ​ຖິ​ຕິ​ຄວາມ​ໝັ້ນ​ຄົງ

ສ່ວນ​ຄວາມ​ໝາຍ​ຂອງ​ແຕ່​ລະ​ປະ​ເພດ​ຂອງ​ສະ​ຖິຕິນັ້ນ​ແມ່ນ​ຈະ​ຕິດ​ພັນ​ກັບ​ຕົວ​ຊີ້ບອກ​ຂອງ​ການ​ພັດ​ທະ​ນາ​ໝົດ (ຍົກ​ເວັ້ນ ສະ​ຖິ​ຕິ​ຄວາມ​ໝັ້ນ​ຄົງ) ເຊັ່ນ:

  • ສະ​ຖິ​ຕິ​ເສດ​ຖະ​ກິດ ກໍ​ຈະ​ມີ​ຂໍ້​ມູນ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ເຊັ່ນ ຕົວ​ຊີ້ບອກ​ດ້ານ ກະ​ສິ​ກຳ, ປ່າ​ໄມ້, ໄປ​ສະ​ນີ, ການ​ຂົນ​ສົ່ງ, ການ​ລົງ​ທຶນ, ການ​ເງິນ, ທະ​ນາ​ຄານ, ທ່ອງ​ທ່ຽວ ແລະ ຕົວ​ຊີ້ບອກ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ເປົົ້າ​ໝາຍ​ການ​ພັດ​ທະ​ນາ.
  • ສະ​ຖິ​ຕິ​ສັງ​ຄົມ ຕົວ​ຊິ້ີ້ບອກ​ສະ​ຖິ​ຕິ ຂອງ​ຂໍ້​ມູນ​ຈະ​ເປັນ​ຂໍ້​ມູນ​ທີ່​ກ່ຽວ​ພັນ​ກັບ​ການ​ພັດ​ທະ​ນາ​ສັງ​ຄົມ ເຊັ່ນ: ຄວາມ​ທ​ຸກ​ຍາກ, ພົນ​ລະ​ເມືອງ ແລະ ຕົວ​ຊີ້ບອກ​ອື່ນໆ​ທີ່​ຕິດ​ພັນ​ກັບ​ສັງ​ຄົ​ມ.
  • ສະ​ຖິ​ຕິ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ ສິ​ຖິ​ຕິ ແລະ ຕົວ​ຊີ້ບອກ​ທີ່​ຢູ່​ໃນ​ປະ​ເພດນີ້​ກໍ​ຈະ​ມີ​ເລື່ອງ ມົນ​ລະ​ພິດ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ແຮ່​ທາ​ດ, ທີ່​ດິນ ເປັນ​ຕົ້ນ
  • ສະ​ຖິ​ຕິ​ຄວາມ​ໝັ້ນ​ຄົງ ກໍ​ຈະ​ເປັນ​ສະ​ຖິ​ຕິ​ທີ່​ກ່ຽວ​ພັນ​ກັບ ຂໍ້​ມູນ​ສະ​ພາບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ປອດ​ໄພ​ຂອງ​ສັງ​ຄົ​ມ ເປັນ​ຕົ້ນ ເຊັ່ນ ຂໍ້​ມູນ​ດ້ານ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ, ສະ​ຖິ​ຕິ​ການ​ຄ້າ​ມະ​ນຸດ.

ປະ​ເພດ​ການ​ສຳຫຼວດ​ສະ​ຖິ​ຕິ (ມາດ​ຕາ 15)

ການ​ສຳຫຼ​ວດ​ສະ​ຖິ​ຕິ ແບ່ງ​ອອກເປັນ 3 ປະ​ເພດ​ຄື:

  1. ການ​ສຳຫຼ​ວດ​ໃຫຍ່ ເປັນ​ການ​ສຳຫຼວດ ທີ່​ມີ​ການ​ເກັບ​ກຳ, ຈົດ​ນັບ, ບັນ​ທຶກ​ຂໍ​້​ມູນ ທ​ຸກ​ໜ່ວຍ​ເປົ້າ​ໝາຍ ຕາມ​ຈຸດ​ປະ​ສົງ ຂ​ອງ​ການ​ສຳຫຼ​ວດນັ້ນໆ. ເຊັ່ນ: ການ​ສຳຫຼວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໄສ, ບົດ​ລາຍ​ງານ ຄາດ​ຄະ​ເນ​ພົນ​ລະ​ເມືອງ​ລາວ, ການ​ສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ, ການ​ສຳຫຼວ​ດ​ກະ​ສິ​ກຳ.
  2. ການ​ສຳຫຼ​ວດ​ແບບ​ຕົວ​ແທນ ຈະ​ແຕກ​ຕ່າງ​ຈາ​ການ​ສຳຫຼວດ​ໃຫຍ່​ກໍ​ຄື ການ​ເກັບ​ກຳ, ຈົດ​ນັບ, ບັນ​ທຶກ​ຂໍ້​ມູນ ເປັນ​ບາງ​ໜ່ວຍ​ເທົ່າ​ນັ້ນ ບໍ່​ໄດ້​ເກັບ​ກຳ​ໝົດ​ທຸກ​ໜ່ວຍ​ຄ​ື​ການ​ສຳຫຼວດ​ໃຫຍ່ ເຊິ່ງ​ເກັບ​ກຳ​ເອົາ​ພຽງ​ແຕ່​ບາງ​ໜ່ວຍ​ທີ່​ເປັນ​ເປົ້າ​ໝາຍ​ທີ່​ຜ່ານ​ການ​ຄັດ​ເລືອກ​ເປັນ​ຕົວ​ແທນ ຕາມ​ວິ​ທະ​ຍາ​ສາດ​ດ້ານ​ສະ​ຖິ​ຕິ​ຂອງ​ການ​ອອກ​ແບບ​ຕົວ​ແທນ ຕາມ​ຈຸດ​ປະ​ສົງ​ຂອງ​ການ​ສຳຫຼວດນັ້ົ້ນໆ ຊຶ່ງ​ສາ​ມາດ​ເປັນ​ຕົວ​ແທນ​ລະ​ດັບ​ຊາດ ແລະ ບໍ່​ແມ່ນ​ລະ​ດັ​ບ​ຊາດ​ເຊັ່ນ ແຂວງ, ເມືອງ ແລະ ບ້ານ. ເຊັ່ນ ການ​ສຳຫຼວດ​ດັ​ສະ​ນີ​ໝາຍ​ທາງ​ສັງ​ຄົມ​ລາວ (LSIS)​, ການ​ສຳຫຼ​ວດ​ແຮງ​ງານ, ການ​ສຳຫຼວ​ດ​ວຽກ​ເຮັດ​ງານ​ທຳ ແລະ ການ​ດຳ​ລົງ​ຊີ​ວິດ​ໃນ ສ​ປ​ປ ລາວ, ບົດ​ບາດ​ຍິງ-ຊາຍ, ສະ​ພາບ​ຄວາມ​ທຸ​ຍາກ​ຂອງ ສ​ປ​ປ​ ລາວ, ການ​ສຳຫຼວດ​ການ​ໃຊ້​ຈ່າຍ ແລະ ກາ​ນ​ຊົມ​ໃຊ້​ຂອງ​ຄົວ​ເຮືອນ (LECS)
  3. ການ​ສຳຫຼ​ວດ​ສະ​ເພາະ ການ​ສຳຫຼວດ​ປະ​ເພດນີ້​ຈະ​ແຕກ​ຕ່າງ​ຈາກ​ໂຕ​ອື່ນໆຫຼາຍ​ກະ​ຄື ຈະ​ລົງ​ເລິກ​ໃນ​ຂົງ​ເຂ​ດ​ໃດ​ໜຶ່ງ ທີ່​ມີ​ໃນ​ແຜນ ຫຼື ບໍ່​ມີ​ໃນ​ແຜນ​ການ​ສຳຫຼ​ວດ ເຊິ່ງ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ຄວາມ​ຕ້ອງ​ການ ການ​ເພີ່ມ​ເຕີມ​, ໃນ​ເວ​ລາ​ອັນ​ຮີບ​ດ່ວນ, ຈຳ​ເປັນ ແລະ ໃນ​ກໍ​ລະ​ນີ​ທີ່​ມີ​ເຫດ​ສຸກ​ເສີນ​ເກີດ​ຂຶ້ນ. ເຊັ່ນ: ການ​ສຳຫຼວດ​ຄວາມ​ເພິ່ນ​ພໍ​ໃຈ​ໃນ​ການ​ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ​ທາງ​ການ

ໄລ​ຍະ​ການ​ສຳຫຼວດ​ຂອງ​ແຕ່​ລະ​ອັນ (ມາດ​ຕາ 17)

ໄລ​ຍະ​ເວ​ລາ​ການ​ສຳຫຼວດ​ສາ​ມາດ​ມີ​ໄລ​ຍະ​ໄດ້​ຕັ້ງ​ແຕ່ ເປັນ​ປະ​ຈຳ​ງວດ, ປະ​ຈ​ຳ​ປີ, ປ​ະ​ຈຳ 5ປີ, ປະ​ຈຳ 10 ປີ ເຊິ່ງ​ຂຶ້ນ​ແຕ່​ລະ​ການ​ສຳຫຼວດ ດັ່ງ​ນີ້:

  1. ການ​ສຳຫຼ​ວດ​ໃຫຍ່ ເຊັ່ນ: ການ​ສຳຫຼວ​ດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໄສ​ທົ່ວ​ປະ​ເທດ, ການ​ສຳຫຼວດ​ສະ​ຖິ​ຕິ​ກະ​ສິ​ກຳ ຈະ​ສຳຫຼວດ​ທຸກໆ 10ປີ. ສ່ວນ​ການ​ສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ຈະ​ເກີດ​ຂຶ້ນ​ທຸກໆ 5ປີ.
  2. ການ​ສຳຫຼ​ວດ​​ແບບຕົວ​ແທນ ເຊັ່ນ: LSIS ຫຼື LECS ຈ​ະ​ສຳຫຼວດ​ທ​ຸກ 5ປີ ຫຼື ອ​າດ​ຈະ​ປະ​ຈຳ​ປີ ແລ້ວ​ແຕ່​ລະ​ກໍ​ລະ​ນີ​ຂອງ​ການ​ສຳຫຼວດ.
  3. ການ​ສຳຫຼວດ​ສະ​ເພາະ ຈະ​ດຳ​ເນີນ​ໃນ​ແຕ່​ລະ​ປີ ຫຼື ຕາມ​ໄລ​ຍະ​ເວ​ລາ ທີ່​ເຫັນ​ວ່າ​ມີ​ຄວາມ​ຕ້ອງ​ການ.

ປະ​ເພດ​ຄວາມ​ລັບ​ດ້ານ​ສະ​ຖິ​ຕິ (ມາດ​ຕາ 30)

ຄວາມ​ລັບ​ດ້ານ​ສະ​ຖິ​ຕິ ແບ່ງ​ອອກ​ເປັນ 2 ປະ​ເພດ​ຄື:

  1. ​ຄວາມ​ລັບ​ຂອງ​ລັດ ກ່ຽງ​ກັບ​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຊາ​ດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຄວາມ​ລັບ​ທາງ​ລັດ​ຖະ​ການ ຊຶ່ງ​ໄດ້​ກຳ​ນົດ​ໄວ້​ສະ​ເພາະ ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽ​ວ​ຂ້ອງ;
  2. ຄວາມ​ລັບ​ສະ​ເພາະ​ຂອງ ບ​ຸກ​ຄົນ, ນິ​ຕິ​ບຸກ​ຄົນ ແລະ ການ​ຈັດ​ຕັ້ງ​ທີ່​ໄດ້​ມາ​ຈາກ​ການ​ສຳຫຼວດ ແລະ ການ​ລາຍ​ງານ​ບໍ​ລິ​ຫານ.

ຂໍ້​ຫ້າມ

ຂໍ້​ຫ້າມ​ສຳ​ລັບ​ການ​ຈັດ​ຕັ້ງ ແລະ ພະ​ນັກ​ງານ​ສະ​ຖິ​ຕິ (ມາດ​ຕາ 55)

ຫ້າມ​ການ​ຈັດ​ຕັ້ງ ແລະ ພະ​ນັກ​ງານ​ສະ​ຖິ​ຕິ ມີ​ພຶດ​ຕິ​ກຳ​ດັ່ງ​ນີ້:

  1. ການ​ເປີດ​ເຜີຍ, ເຜີຍ​ແຜ່​ຂໍ້​ມູນ​ສະ​ເພາະ​ຂອງ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ມາດ​ຕາ 30 ຂອງກ​ົດ​ໝາຍ​ສະ​ບັບ​ນີ້;
  2. ປອ​ແປງ, ບິດ​ເບືອນ​ຂໍ້​ມູນ​ສະ​ຖິ​ຕິ​ທາງ​ການ ແລະ ຂໍ້​ມູນ​ສະ​ເພາະ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ໂຕ ຫຼື ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຜູ້​ອື່ນ ໂດຍ​ເຈດ​ຕະ​ນາ;
  3. ການ​ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ ແລະ ບົດ​ລາຍ​ງານ​ທີ່​ໄດ້​ຮັບ​ຈາກ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ໄດ້​ດຳ​ເນີນ​ກິກ​ຈະ​ກາ ຢູ່ ສ​ປ​ປ ລາວ ເພື່ອ​ໃຊ້​ເປັນ​ບ່ອນ​ອີງ​ໃນ​ການກວດ​ກາ ແລະ ການກວດ​ສອບ​ການ​ເຄື່ອນ​ໄຫ​ວ​ທຸ​ລະ​ກິດ ຫຼື ເພື່ອ​ຄິດ​ໄລ່​ການ​ເກັບ​ພາ​ສີ ຫຼື ອາ​ກອນ;
  4. ການ​ລະ​ເມີດ​ຈັນ​ຍາ​ບັ​ນ​ທາງ​ດ້ານ​ສະ​ຖິ​ຕິ;
  5. ມີ​ພຶດ​ຕິ​ກຳ​ອື່ນ ທີ່​ເປັນ​ການ​ລະ​ເມີດ​ກົດ​ໝາຍ.

ຂໍ້​ຫ້າ​ມ​ສຳ​ລັບ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທີ່​ສະ​ໜອງ​ຂໍ້​ມູນ​ສະ​ຖິ​ຕິ (ມາດ​ຕາ 56)

ຫ້າມ​ ບຸກ​ຄົນ, ນິຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທີ່​ສະ​ໜ​ອງ​ຂໍ້​ມູນ​ສະ​ຖິ​ຕິ ມີ​ພຶດ​ຕິ​ກຳ​ດັ່ງ​ນີ້:

  1. ລາຍ​ງານ​ຂໍ້​ມູນ​ສະ​ຖິ​ຕິ ທີ່ບໍ່​ມີ​ຄວາມ​ຈິງ;
  2. ເຜີຍ​ແຜ່ ແລະ ສະ​ໜອງ​ຂໍ້​ມູນ​ທີ່ບໍ່​ຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ.
  3. ປອມ​ແປງ, ບິດ​ເບືອນຂໍ້​ມູນ​ສະ​ຖິ​ຕິ​ທາງ​ການ ແລະ ຂໍ້​ມູນ​ສະ​ເພາະ​ຂອງ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ​ອື່ນ ໂດຍ​ເຈດ​ຕະ​ນາ;
  4. ມີ​ພຶດ​ຕິ​ກຳ​ອື່ນ ທີ່​ເປັນ​ການ​ລະ​ເມີດ​ກົດ​ໝາຍ.

ຂໍ້​ຫ້າມ​ສຳ​ລັບ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ທີ່​ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ (ມາດ​ຕາ 57)

ຫ້າມ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ແລະ ການ​ຈັດ​ຕັ້ງ ທີ່​ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ ມີ ພຶດ​ຕິ​ກຳ ດັ່ງ​ນີ້:

  1. ​ນຳ​ໃຊ້​ຂໍ້​ມູນ​ສະ​ເພາະ​​ຂອງ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງ ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ ແລະ ເພື່ອ​ຈຸດ​ປະ​ສົງອື່ນ​ທີ່ບໍ່​ແມ່ນ​ສະ​ຖິ​ຕິ;
  2. ນຳ​ໃຊ້​ຂໍ້​ມູນ​ສະ​ຖິ​ຕິ ເພື່ອ​ຈຸດ​ປະ​ສົງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ ​ຜູ້​ອື່ນ ຫຼື ການ​ທຳ​ລາຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ບຸ​​ກຄົນ, ນິ​ຕິ​ບຸກ​ຄົນ ຫຼື ການ​ຈັດ​ຕັ້ງອື່ນ;
  3. ສະ​ໜອງ​ຖານ​ຂໍ້​ມູນ​ດິບ ຈາກ​ການ​ສຳຫຼວດ ທີ່​ໄດ້​ມາ​ຈາກ​ການ​ຈັດ​ຕັ້ງ​ສະ​ຖິ​ຕິ​ລະ​ບົບ​ສາຍ​ຕັ້ງ ແລະ ສາຍ​ຂວາງ ເພື່ອ​ຈຸດ​ປະ​ສົງ​ອື່ນ​ທີ່ບໍ່​ແມ່ນ​ສະ​ຖິ​ຕິ;
  4. ບັງ​ຄັບ​ບຸກ​ຄົນ​ໃດ​ໜຶ່ງ​ໃຫ້​ເປີດ​ເຜີຍ, ລາຍ​ງານ ແລະ ປະ​ກາດ​ໃຊ້​ຂໍ້​ມູນ​ທີ່ບໍ່​ຖືກ​ຕ້ອງ​ກັບ​ຄວາມ​ເປັນ​ຈິງ;
  5. ມີ​ພຶດ​ຕິ​ກຳ​ອື່ນ ທີ່​ເປັນ​ການ​ລະ​ເມີດ​ກົດ​ໝາຍ.

(ແຖມ) ວັນ​ສະ​ຖິ​ຕິ​ແຫ່ງ​ຊ​າດ ແມ່ນ ວັນ​ທີ 30 ມິ​ຖຸ​ນາ 2010 (ມາດ​ຕາ 79)

ຂອບ​ໃຈ​ຂໍ້​ມູນ​ຈາກ ກົດ​ໝາຍ ວ່າ​ດ້ວຍ ສະ​ຖິ​ຕິ (ສະ​ບັບ​ປັບ​ປຸງ), ເລກ​ທີ 24/ສ​ພ​ຊ, ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 11 ພຶດ​ສ​ະ​ພາ 2017