ທຳ​ຄວາມ​ຮູ້​ຈັກ​ກັບ​ການ​ແຂ່ງ​ຂັນ Google Online Marketing Challenge

ຫຼາຍ​ຄົນ​ຄົງ​ຈະ​ໃຫ້​ຄວາມ​ສົນ​ໃຈ​ກັບ​ການ​ແຂ່ງຂັນ Google Online Marketing Challenge ​ແຕ່​ບາງ​ຄົນ​ກະ​ຍັງ​ບໍ່​ທັນຮູ້​ຈັກ​ວ່າ​ມັນ​ແມ່ນ​ຫຍັງ ເຮົາ​ຈະ​ພາມາ​ທຳ​ຄວາມ​ຮູ້​ຈັກ​ກັນ​ກ່ອນ​ວ່າ​ມັນ​ແມ່ນ​ການ​ແຂ່ງ​ຂັນ​ແບບ​ໃດ?

ການ​ແຂ່ງ​ຂັນ Google Online Marketing  Challenge ແມ່ນ​ຫຍັງ?

Google Online Marketing Challenge ຫຼື ການ​ແຂ່ງ​ຂັນ​ການ​ຕະຫຼາດ​ອອນ​ລາຍ Google ແມ່ນ​ການ​ແຂ່ງ​ຂັນ​ທີ່​ແຕກ​ຕ່າງ​ຈາກ​ການ​ແຂ່ງ​ຂັນ​ອື່ນໆ​ທີ​ເຮົາ​ເຫັນ​ທົ່ວ​ໄປ ການ​ແຂ່ງ​ຂັນ​ນີ້​ແມ່ນ​ສຳ​ລັບ​ນັກ​ສຶກ​ສາ​ໂດຍ​ແນ່​ໃສ່​ເພື່ອ​ຢາກ​ໃຫ້​ນັກ​ສຶກ​ສາ​ໄດ້​ມີ​ປະ​ສົບ​ການ ແລະ ສ​້າງ, ຮຽນ​ຮູ້​ການ​ຕະຫຼາດ​ອອນ​ລາຍ​ໂດຍ​ໃຊ້​ຜະ​ລິດ​ຕະ​ພັນ​ຂອງ Google ເຊັ່ນ: Google+ ແລະ Google AdWords. ປັດ​ຈຸ​ບັນ​ມີ​ນັກ​ສຶກ​ສາ ແລະ ອາ​ຈານ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ນີ້ຫຼາຍ​ກ່​ວາ 65.000 ຄົນ ຈາກ​ເກືອບ 100 ປະ​ເທ​ດ​ທົ່ວ​ໂລກ.

ການ​ແຂ່ງ​ຂັນນີ້​ມີ​ລັກ​ສະ​ນະ​ແນວ​ໃດ?

ນັກ​ສຶກ​ສາ​ຈະ​ຕ້ອງ​ໄດ້​ສ້າງ, ຈັດ​ການ ແລະ ເຮັດ​ໃຫ້​ເກີ​ດ​ຜົນ​ສູງ​ສຸດ(Optimize) ໃນ​ການ​ເຮັດ​ໂຄ​ສະ​ນາ​ອອນ​ລາຍ​ສຳ​ລັບ​ທຸ​ລະ​ກິດ​ໃດ​ໜຶ່ງ ຫຼື ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກ​ຳ​ໄລ ເຊິ່ງວ່າ​ສອງ​ອັນ​ນີ້​ແມ່ນ​ຂຶ້ນ​ກັບ​ເຮົາ​ວ່າ​ເຮົາ​ຈະ​ເລືອກ​ອັນ​ໃດ. ໄລ​ຍະ​ເວ​ລາ​ການ​ເຮັດ​ການ​ໂຄ​ສະ​ນາ​ອອນ​ລາຍ​ແມ່ນ 3 ອາ​ທິດ​ໂດຍ​ໃຊ້​ເງິນ​ທຶນ​ 250 ໂດ​ລາ​ສະ​ຫະ​ລັດ​ທີ່ Google ມອບ​ໃຫ້.

ໃຜ​ແນ່​ທີ​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໄດ້?

ທຸກໆ​ນັກ​ສຶກ​ສາ​ມາດ​ເຂົ້າ​ຮ່ວມ​ໄດ້ ໂດຍບໍ່​ຈຳ​ແຍກ​ວ່າ​ຈະ​ຮຽນ​ຢູ່​ຄະ​ນະໃດ​ກໍ​ຕາມ, ສ່ວນ​ອາ​ຈານ​ແນະ​ນຳ​ແມ່ນ​ຈະ​ຕ້ອງ​ເປັນ​ອາ​ຈານ​ທີກຳ​ລັງ​ສອນ​ຢູ່​ສະ​ຖາ​ບັນໃດ​ໜຶ່ງ​ຈຶ່ງ​ຈະ​ສາ​ມາດ​ສະ​ໝັກ​ເປັນ​ອາ​ຈານ​ແນະ​ນຳ​ຂອງ​ກຸ່ມ​ນັກ​ສຶກ​ສາ​ໄດ້.

Google ໃຫ້​ຫຍັງ​ແນ່​ໃນ​ການ​ແຂ່ງ​ຂັນ​ນີ້?

ແຕ່​ລະ​ທີມ​ຈະ​ໄດ້​ຮັບຄູ່​ມື, ການ​ໃຫ້​ຄຳ​ປຶກ​ສາ​ກັບ​ຜະ​ລິດ​ຕະ​ພັນ AdWords ແລະ ເງິນ​ທຶນ AdWords ຈຳ​ນວນ 250 ໂດ​ລາ. ນ​ອກນັ້ນ​ຍັງ​ມີ​ຫ້ອງ​ສອນ​ອອນ​ລາຍ​ກ່ຽວ​ກັບ​ຜູ້​ທີ​ຍັງ​ບໍ່​ທັນ​ຮູ້​ຈັກກັບຜະ​ລິດ​ຕະ​ພັນ​ຂອງ AdWords ໃນ​ເວັບ​ໄຊ.

ເປັນ​ຫ​ຍັງ​ຈຶ່ງ​ມີ​ອາ​ຈານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ນຳ​ກັນ?

ອາ​ຈານ​ເຂົ້າ​ຮ່ວມ​ນຳ​ເພື່ອ​ວ່າ​ຈະ​ໄດ້​ມີ​ໂອ​ກາດ​ໃນ​ການ​ສ້າງ​ທິດ​ສະ​ດີ​ການ​ຕະຫຼາດໃຫ້​ມີຄວາມ​ສອດ​ຄອງ​ກັນ​ຍິ່ງ​ຂຶ້ນ(ກໍ​ລະ​ນີ​ທິດ​ສະ​ດີ​ກັບ​ໂຕ​ຈິງ) ສຳ​ລັບ​ນັກ​ຮຽນ​ຜ່ານ​ປະ​ສົບ​ການ​ຕົວ​ຈິງ.

ສຳ​ລັບ​ນັກ​ສຶກ​ສາ​ຈະ​ໄດ້​ມີ​ໂອ​ກາດ​ຮຽນ​ຮູ້ຜົນ​ກະ​ທົບ​ໃນ​ຊີ​ວິດ​ຕົວ​ຈິງ ແລະ ສ້າງ​ຄວາມ​ສຳ​ພັນ​ກັບ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຂົາ ໂດຍ​ໄດ້​​ໃຊ້​ເງິນ​ຕົວ​ຈິງໃນ​ການ​ເຮັດ​ການ​ໂຄ​ສະ​ນາ​ອອນ​ລາຍ.

ຂອງ​ລາງວັນ​ມີ​ຫຍັງ​ແນ່(ສຳ​ລັບ​ຜູ້​ຊະ​ນະ)

ຂອງ​ລາງວັນ​ຈະ​ໄດ້​ແມ່ນ​ຈະ​ແບ່ງ​ອອກ​ເປັນ 3 ປະ​ເພດ​ຄື: ທຸ​ລະ​ກິດ, ຜົນ​ກະ​ທົບ​ຈາກ​ສັງ​ຄົ​ມ ແລະ ການ​ຕະຫຼາດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ. ຜູ້​ຊະ​ນະ​ຈາກ​ທຸກໆ​ປະ​ເພດ​ຈະ​ໄດ້​ຮັບ​ອຸ​ປະ​ກອນ​ເອ​​ເລັກ​ໂຕ​ນິກ, ຂອງ​ແຈກ​ຈາກ Google ແລະ ໃບ​ກຽດ​ຕິ​ຄຸນ. ສ​ຳ​ລັບ​ຜູ້​ຊະ​ນະ​ຂັ້ນ​ໂລກ​ຂອງ​ປະ​ເພດ​ທຸ​ລະ​ກິດ​ຈະ​ໄດ້​ຮັບ​ສິດ​ໄປ​ທັດ​ສະ​ນະ​ທີ Googleplex ໃນ Mountain View ​ທີ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ ຂັ້ນ​ທ້ອງ​ຖິ່ນ​ຈະ​ໄດ້​ໄປ​ທັດ​ສະ​ນະ​ບ່ອນ​ເຮັດ​ວຽກ​ຂອງ Google ໃນ​ທ້ອງ​ຖິ່ນ​ຂອງ​ຕົນ.

ສຳ​ລັບ​ໃຜ​ທີ​ສົນ​ໃຈ​ສາ​ມາດ​ເຂົ້າ​ໄປ​ອ່ານ​ລາຍ​ລະ​ອ​ຽດ​ເພີ່ມ​ຕື່ມ​ໄດ້​ທີ

Google Online Marketing Challenge

ຍັງ​ມີ​ຕໍ່​ເດີ້! ​ກະ​ລຸນ​ນາຕິດ​ຕາມ​ຂໍ້​ມູນ​ ແລະ ລາຍ​ລະ​ອ​ຽດ​ອື່ນ​​ກ່ຽວ​ກັບ​ການ​ແຂ່ງ​ຂັນ Google Online Marketing 2015 ທີ​ຈະ​ມາ​ໃນ​ໄວໆ​ນີ້​ໂດຍ​ຜ່ານ​ເວັບ​ໄຊ​ນີ້.