ອິນ​ເຕີ​ເນັດ 101

ຍິນ​ດີ​ຕ້ອນ​ຮັບ​ເຂົ້າ​ສູ່​ຫ້ອງ​ຮຽນ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ອິນ​ເຕີ​ເນັດ​ຫ້ອງ​ຮຽນ​ນີ້​ມີ​ຊື່​ວ່າ: ອິນ​ເຕີນ​ເນັດ 101. ເຊື່ອ​ວ່າ​ທຸກໆ​ຄົງ​ຈະ​ຮູ້​ຄຳ​ວ່າ: ອິນ​ເຕີ​ເນັດ​ກັນ​ຢູ່​ແລ້ວ ແລະ ໃຊ້​ເປັນ​ປະ​ຈຳ, ແຕ່​ວ່າ​ຈະ​ມີ​ໃຜ​ຮູ້ບໍ່​ວ່າ​ອິນ​ເຕີ​ເນັດ​ນັ້ນ​ທີ​ແທ້​ແລ້ວ​ມັນ​ແມ່ນ​ຫຍັງ? ເຮັດ​ວຽກ​ແນວ​ໃດ? ຮູ້​ແຕ່​ໃຊ້​ແຕ່ບໍ່​ຮູ້​ວ່າ​ມັນ​ແມ່ນ​ຫຍັງ. ດັ່ງ​ນັ້ນ​ເຮົາ​ຈຶ່ງ​ມາ​ຕອບ​ຄຳ​ຖາມນີ້​ກັນ​ເລີຍ.

ເລີ່ມ​ດ້ວຍ​ຄຳ​ຖາມ​ເກືອບ​ວ່າ​ເປັນ​ຄຳ​ຖາມ​ທີ​ຕາຍ​ໂຕ​ກັນ​ເລີຍ​ລະ​ຄຳ​ຖາມ​ທີ​ວ່າ​ແມ່ນ​ຫຍັງ​ນິ.

ອິນ​ເຕີ​ເນັດ​ແມ່ນ​ຫຍັງ?

ອິນ​ເຕີ​ເນັດ​ແມ່ນ​ເຄື່ອ​ຄາຍ​ເນັດ​ເວີກ​ຂອງ​ຄອມ​ພິວ​ເຕີ​ທົ່ວ​ໂລກ​ທີ​ໄດ້​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ໜ່ວຍ​ໜຶ່ງ​ໄປ​ອີກ​ໜ່ວຍ​ໜຶ່ງ. ເມື່ອ​ເວ​ລາ​ທີ​ເຮົາ​ຕ້ອງ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ເຮົາ​ຈະ​ຕ້ອງ​ໄດ້​ເຂົ້າ​ໄປ World Wide Web (WWW) ທີ່​ເຮົາ​ຄຸ້ຍ​ເຄີຍ​ກັນ​ເມື່ອ​ເຮົາ​ຈະ​ເຂົ້າ​ໄປ​ເວັບ​ໄຊ​ໃດ​ໜຶ່ງ, ເຊິ່ງວ່າ WWW ນີ້​ຈະ​ປຽບ​ເໝືອນ​ຫ​ໍ​ສະ​ໝຸດ​ທີ່​ເຕັມ​ໄປ​ດ້ວຍ​ຂໍ້​ມູນ​.

ເຮົາ​ຈະ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້​ແນວ​ໃດ? ແລະ ISP ແມ່ນ​ຫຍັງ?

ກ່ອນ​ເຮົາ​ຈະ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້​ນັ້ນ​ເຮົາ​ກໍ​ຈະ​ຕ້ອງ​ຈ່າຍ​ເງິນ​ເພື່ອ​ຊື້​ແພັກ​ເກດ​ອິນ​ເຕີ​ເນັດຂອງ ISP ກ່ອນ, ISP ຫຼື Internet Service Provider ​ແມ່ນ​ບໍ​ລິ​ສັດ​ທີ່​ໃຫ້​ການ​ບໍ​ລິ​ການ​ອິນ​ເຕີ​ເນັດ​. ISP ໃນ​ລາວ​ໃຫຍ່ໆ​ກໍ​ມີ: Laotelecom, ETL, Unitel, Beeline ແລະ Planet. ເມື່ອ​ເຮົາ​ຈ່າຍ​ເງິນ​ໃຫ້ ISP ແລ້ວ​ເຮົາ​ກໍ​ຈະ​ໄດ້​ຮັບ​ອາ​ນຸ​ຍາດ​ໃຫ້​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້. ແລ້ວ​ການ​ເຊື່ອມ​ຕໍ່​ອິນ​ເຕ​ເນັດ​ນັ້ນ​ກໍ​ຈະ​ມີຫຼາຍ​ຮູບ​ແບບ​ດ້ວຍ​ກັນ​ເຊິ່ງ​ຈະ​ຂຶ້ນ​ກັບ​ຜູ້​ໃຫ້​ບໍ​ລິ​ການ​ຂອງ​ເຮົາ​ວ່າ​ຈະ​ໃຊ້​ໂຕ​ໃດ​ໃນ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ເຊັ່ນ: dial-up, cable, fiber optic ຫຼື Wi-Fi. ໃນ​ແຕ່​ລະ​ການ​ເຊື່ອມ​ຕໍ່​ທີ​ກ່າວ​ມານັ້ນ​ຄວາມ​ໄວ​ໃນ​ການ​ເຊື່ອມ​ຕໍ່​ກໍ​ຈະ​ແຕກ​ຕ່າງ​ກັນ​ໄປ. ນອກນັ້ນ​ຜູ້​ໃຫ້​ບໍ​ລິ​ການ​ຍັງ​​ເປັນ​​ຜູ້ກຳ​ນົດ​ອີກວ່າ​ຄວາມ​ໄວ​ໃນ​ການ​ເຊື່ອມ​ຕໍ່​ອີກວ່າ​ຈະ​ໄວ​ສ່ຳ​ໃດ.

ມື​ຖື​ຂອງ​ເຮົາ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໄດ້​ແນວ​ໃດ? ແລ້ວ​ມັນ​ຈະ​ແຕກ​ຕ່າງ​ກັບ​ພວກ​ຄອມ​ພິວ​ເຕີບໍ່?

ໂດຍ​ທົ່ວ​ໄປ​ແລ້ວ​ມື​ຖື​ເຮົາ​ຈະ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຜ່ານ​ຄື້ນ​ສັນ​ຍານ​ມື​ຖື​ເຮົາ​ຫັ້ນ​ລະ, ໝາຍ​ຄວາມ​ວ່າ​ສັນ​ຍານ​ມື​ຖື​ກັບ​ສັນ​ຍານ​ອິນ​ເຕີ​ເນັດ​ແມ່ນ​ອັນ​ດຽວ​ກັນ​ເລີຍ. ວິ​ທີ​ການ​ເຊື່ອມ​ຕໍ່​ຂອງ​ມັນ​ກະ​ຄື​ວ່າ​ມື​ຖື​ຂອງ​ເຮົາ​ຈະ​ເຊື່ອມ​ຕໍ່​ກັບ​ເສົາ​ສັນ​ຍານ​ມື​ຖື​ທີ່​ຢູ່​ໃກ້​ກັບ​ເຂດ​ທີ​ເຮົາ​ຢູ່ ແລ້ວ​ມັນ​ຈະ​ເຊື່ອມ​ຕໍ່​ກັບ​ສັນ​ຍານ​ມື​ຖື​ເຮົາ​ກ່ອນຫຼັງ​ຈາກນັ້ນ​ຈຶ່ງ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ. ເນື່ອງ​ຈາກວ່າ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ລະ​ຫວ່າງ​ໂທ​ລະ​ສັບ​ມື​ຖື ແລະ ອິນ​ເຕີ​ເນັດ​ມີ​ລາ​ຄາ​ແພງ, ດັ່ງ​ນັ້ນ​ເຮົາ​ຈຶ່ງ​ສັງ​ເກດ​ເຫັນ​ວ່າ​ແພັກ​ເກດ​ອິນ​ເຕ​ີເນັດ​ເທິງ​ມື​ຖື​ຈະ​ແພງ ແລະ ອັດ​ຕາ​ການ​ອັບ​ໂຫຼດ ແລະ ດາວ​ໂຫຼດ​ຈະ​ໜ້ອຍ​ກ່​ວາ​ແພັກ​ເກດ​ອິນ​ເຕີ​ເນັດ​ຂອງ​ເບີຫຼິ້ນ​ອິນ​ເຕີ​ເນັດ.

ບາງ​ອຸ​ປະ​ກອນ​ເຮົາ​ຍັງ​ສາ​ມາດ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຜ່ານ​ສັນ​ຍານ Wi-Fi ເຊິ່ງ​ເຮົາ​ຈະ​ບໍ່​ໄດ້​ເສຍ​ຄ່າ​ບໍ​ລິ​ການ​ອິນ​ເຕີ​ເນັດ​ຂອງ​ເຮົາ​ຜ່ານ​ມື​ຖື.

URL, IP Address ແລະ DNS ແມ່ນ​ຫຍັງ? ແລ້ວ​ເປັນ​ຫຍັງ​ສິ່ງ​ເຫຼົ່າ​ນ​ີ້​ຈຶ່ງ​ສຳ​ຄັນ?

URL ຫຼື Uniform resource locator ແມ່ນບ່ອນ​ຢູ່​ຂອງ​ເວັບ​ໄຊ​ໃດ​ໜຶ່ງ(Web address)  ຄັນ​ຈະ​ເວົ້າ​ໄປ​ແລ້ວ​ກະ​ປຽບ​ເໝືອນ​ວ່າ​ເວັບ​ໄຊ​ໜຶ່ງ​ກະ​ຄື​ກັບ​ບ້ານຫຼັງ​ໜຶ່ງ​ແລ້ວ URL ກໍ​ຄື​ເປັນ​ບ້ານ​ເລກ​ທີ​ຂອງ​ເວັບ​ໄຊ​ເຮົາ. ເຊັ່ນ​ຕົວ​ຢ່າງ URL www.laoittalk.com ແມ່ນ​ຈະ​ລິ້ງ​ໄປ​ຫາ​ເວັບ​ໄຊ​ລາວ​ໄອ​ທີ​ທ໋ອກ.

ທຸກໆ URL ຈະ​ຕ້ອງ​ມີ IP Address(Internet Protocol address), IP Address ກະ​ຄື​ກັບ​ເປັນ​ເລກ​ທະບຽນ​ບ້ານ​ຂອງ​ຄອມ​ພິວ​ເຕີ​ເຊິ່ງວ່າ IP address ນີ້​ຈະ​ເປັນ​​ກຸ່ມຕົວ​ເລກເຊັ່ນ: 127.0.0.0 ຫຼື 45.732.34.353 ຈະ​ໄປ​ຍັງ​ເວັບ​ໄຊ​ຂອງ Google. ເນື່ອງ​ຈາກວ່າ IP address ນັ້ນ​ມີຫຼາກຫຼາຍ, ມີ​ຄວາມ​ສັບ​ສົນ ແລະ ຈື່​ຍາກ. ສະ​ນັ້ນ URL ຈຶ່ງ​ຖືກ​ສ້າງ​ຂຶ້ນ​ມາແທນ​ທີ​ຈະ​ພິມ IP address ລົງ​ໄປ.

ເມື່ອ​ອິນ​ເຕີ​ເນັດ​ນັ້ນ​ນັບ​ມື້​ແຮງ​ມີ​ເວັບ​ໄຊຫຼາຍ​ຂຶ້ນ ແລະ ດ້ານ IP address ກໍ​ເພີ່ມ​ຂຶ້ນ​ເຊັນ​ກັນ. ດັ່ງ​ນັ້ນຈຶ່ງ​ມີ DNS(Domain Name System) ເພື່ອ​ມາ​ແກ້​ບັນ​ຫາ​ໂຕນີ້, ປ່ຽນ​ຈາກ​ຕົວ​ເລກ​ໃຫ້​ເປັນ​ຕົວ​ໜັງ​ສື​ເພື່ອ​ງາຍໃນ​ການ​ຈື່​ຂອງ​ຜູ້​ໃຊ້​ງານ​ອິນ​ເຕີ​ເນັດ. ຕົວ​ຢ່າງ: DNS ນີ້​ກະ​ປຽບ​ເໝືອນ​ຄື​ກັບ​ປຶ້ມ​ໜ້າ​ເຫຼືອງ​​ສຳ​ລັບ​ເວັບທີ​ເຮົາ​ຮູ້​ຈັກ​ກັນ​ດີ​ເນາະ​ຫົວ​ໜາໆ​ຊະ, ແລ້ວ​ເມື່ອ​ມີ​ເວັບ​ໄຊ​ໃດ​ໜຶ່ງ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ໜ້າ​ເຫຼືອງ​ຫັ້ນ​ໂດຍ​ໃສ່​ຊື່​ວ່າ: LaoITtalk ​ໂດຍ​ມີ​ເລກ​ໂທ​ລະ​ສັບ​ເປັນເລກ IP address ແລ້ວ​ເລກ​ໂທ​ລະ​ສັບ​ນັ້ນ​ DNS ກໍ​ຈະ​ປ່ຽນ​ເລກ​ໂທ​ລະ​ສັບ​ນັ້ນ​ເປັນ URL www.laoittalk.com.