Instagram ຫວັງ​ວ່າ​ຈະ​ອອກ​ແອ໋ບ Hyperlapse ສຳ​ລັບ Android ໃນ​ໄວໆ​ນີ້​

instagram-hyperlapse

ມື້ນີ້ Instagram ໄດ້​ອອກ​ແອ໋ບ Hyperlape ແອ໋ບ​ຖ່າຍ​ວີ​ດີ​ໂອ​ແບບ Time-lapse ສຳ​ລັບ iPhone ແລະ iPad ແຕ່​ວ່າ​ທີ່​ຜິດ​ຫວ​ັງ​ກະ​ຄື​ຄົນ​ທີ່​ໃຊ້ Android ໝົດ​ສິດ​ໄດ້ຫຼິ້ນ​(ຄົນ​ໃຊ້​ຂອງ Apple ໄດ້ຫຼິ້ນ​ກ່ອນ​ຕະຫຼອດ). Instagram ໄດ້​ອອກ​ມາ​ຊີ້​ແຈງສາ​ເຫດ​ທີ່ບໍ່​ປ່ອຍ​ໃຫ້​ຄົນ​ທີ​ໃຊ້ Android ໄດ້ຫຼິ້ນ​ກັນ​ນັ້ນ​ກໍ​ເນື່ອງ​ຈາກວ່າ​ມີ API ບາງໂຕ​​ທີ່​ແອ໋ບນີ້​ຈຳ​ເປັນ​ຕ້ອງ​ໃຊ້​ແຕ່ບໍ່​ສາ​ມາດ​ໃຊ້​ໄດ້. API ໂຕນີ້​ກໍ​ແມ່ນ low-level API ເປັນ API ກ່ຽວ​ກັບ​ການ​ໝຸນ​ຂອງ​ແກນ X,Y,Z (gyroscope) ແລະ ເຟມ​ກ້ອງ(camera frames). ນອກ​ຈາກນີ້​ແລ້ວ​ຍັງ​ໄດ້​ບອກ​ອີກວ່າ​ຍັງ​ບໍ່​ມີ​ວີ​ແວວ​ສຳ​ລັບ Windows Phone ເທື່ອ ເພາະ​ສະ​ນັ້ນ​ໃຜ​ທີ​ໃຊ້​ກໍ​ຕ້ອງ​ໄດ້​ທຳ​ໃຈ​ໄວ້​ຕັ້ງ​ແຕ່​ຕອນນີ້​ເລີຍ​ເນາະ.

ຂອບ​ໃຈ​ທີ​ມາ Thenextweb