ມາ​ຮ່ວມ​ກັນ​ເຮັດ​ໃຫ້​ພາ​ສາ​ລາວ​ໃນ​ບໍ​ລິ​ການ​ຂອງ Google ?

ມາ​ຮ່ວມ​ກັນ​ເຮັດ​ໃຫ້​ພາ​ສາ​ລາວ​ໃນ​ບໍ​ລິ​ການ​ຂອງ Google ?

ເວ​ລາ​ທີ່ບໍ​ລິ​ການ​ໃດ​ໜ​ຶ່ງ​ຂອງ Google ທີ່​ເຮົາ​ໃຊ້​ເປັນ​ປະ​ຈຳ​ຮອງ​ຮັບພາ​ສາ​ລາວແລ້ວ​ ເຊັ່ນ: Google Search, Gmail, Google Translation, Google Maps ແລະ ອື່ນໆ ສຳ​ລັບ​ຜູ່​ທີ່​ເປັນ​ເຈົ້​າ​ຂອງ​ພາ​ສາ​ເອງ ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ Google ​ໃຊ້​ພາ​ສາ​ລາວ​ຍັງບໍ່​ຖືກ​ໃນ​ບາງ​ຄຳ ຫຼື ບາງ​ຄຳ​ທີ່​ໃຊ້​ແມ່ນ​ບໍ່​ເໝາະ​ສົມ. ຕົວ​ຢ່າງ: ເຮົາ​ສາ​ມາດ​ເຫັນໄດ້​ໂຕ​ຈິງຈາກ ບໍ​ລິ​ການ​ Google Translation ທີ່​ແປ​ຍັງ​ບໍ່​ຖື​ກ​ກັບ​ຄວາມ​ໝາຍ​ປານ​ໃດ, ແປ​ຕາມ​ໂຕ. ຖ້າ​ເປັນ​ແບບນີ້ໃນ​ນາມ​ຜູ່​ເປັນ​ເຈົ້າ​ຂອງ​ພາ​ສາ ​ເຮົາ​ສາ​ມາດຊ່ວຍ​ປັບ​ປຸງ​ໃຫ້​ມັນ​ດີ​ຂຶ້ນ​ໄດ້​ແນວ​ໃດ?

​ຄຳ​ຕອບ​ກໍ​ຄື ເຮົາ​ສາ​ມາດ​ຊ່ວຍ​ໄດ້​ໂດຍ​ຜ່ານ Crowdsource!

 

ທ​ຳ​ອິດ ເຮົາ​ຄວນ​ຮູ້​ວ່າບັນ​ຫາ​ເກີດ​ຈາກ​ຫຍັງ?

​ໃນ​ບໍ​ລິ​ການ​ຕ່າງໆຂອງ Google ແມ່ນ​ຈະ​ໃຊ້ Machine learning ຊ່ວຍ​ໃນ​ການ​ປະ​ໃວ​ນ​ຜົນ ເຖິງວ່າ algorithm ຂອງເພິ່ນຈະ​ດີ​ ແລະ ຖືກ​ຕ້ອງສ່ຳ​ໃດ ແຕ່​ຂາດ​ການຢັ້ງ​ຢືນຈາກ​ເຈົ້າ​ຂອງ​ພາ​ສາ​ວ່າ​ຜົນ​ໄດ້​ທີ​ມານັ້ນ ມັນຖື​ກ​ຕ້ອງ ຫຼືບໍ່? ກໍ​ຈະ​ເຮັດ​ໃຫ້​ການ​ສະ​ແດງ​ຜົນ​ຜິດ​ພາດ ເຮັດ​ໃຫ້ການ​ບໍ​ລິ​ການ​ດັ່ງ​ກ່າວນັ້ນ ​ບໍ່​ໄດ້​ຄຸນ​ນະ​ພາບ. ສະ​ນັ້ນ, ການ​ທີ່​​ເຮັດ​ໃຫ້​ບໍ​ລິ​ການ​ໃດ​ໜຶ່ງ​ໃນ​ພາ​ສາ​ໃດ​ໜຶ່ງ​ທີ່ບໍ່​ແມ່ນ​ພ​າ​ສາ​ທີ່​ນິ​ຍົ​ມ​ໃຊ້​ກັນ (ພາ​ສາ​ລາວ) ມັ​ນ​ຈະ​ຕ້ອງ​ໄດ້​ອາ​​ໃສ​ເຈົ້າ​ຂອງ​ພາ​ສາ​ເອງ​ຊ່ວຍ​ພັດ​ທະ​ນາໃຫ້​ພາ​ສາ​ດັ່ງ​ກ່າວ​ໄດ້​ມີ​ຄວາມ​ຖືກ​ຕ້ອງ ແລະ ຊັດ​ເຈນ​ຍິ່ງ​ຂຶ້ນ.

Crowdsoruce ແມ່ນ​ຫຍັງ?

Crowdsource ເປັນ​ໂປ​ຣ​ແກ​ຣມ (application) ໜຶ່ງ​ໃນ​ລະ​ບົບ​ປະ​ຕິ​ບັດ​ການ Android ແລະ ເວັບ ທີ່​ຊ່ວຍ​ໃຫ້​ເຮົາ​ ຄົນ​ທົ່ວ​ໄປ​ສາ​ມາດ​ມີ​ສ່ວນ​ຮ່ວມ​ປັບ​ປຸງ​​ພາ​ສາ​ຂອງ​ຕົນ​ເອງ ໃນບໍ​ລິ​ການ​ຕ່າງໆ​ຂອງ Google ໃຫ້​ດີ​ຂຶ້ນ ໂດຍ​ທີ່​ເຮົາ​ຜູ່​ເຮັດ ເຮັດ​ໃນ​ນາມ​ຂອງ​ການ​ເປັນ​ອາ​ສາ​ສະ​ໝັກ ເຊິ່ງ​ຈະ​ບໍ່​ໄດ້​ເງິນ​ຈັກ​ກີບ​ເລີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ​ ສ​ການ​ທີ່​ເຮົາ​ມີ​ສ່ວນ​ຮ່ວມນີ້ ຈະ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ຄົນ​ອື່ນ​ອີກຫຼາຍໆ​ຄົນ​ທີ່​ໃຊ້​ບໍ​ລິ​ການ ແລະ ມັນ​ຈະ​ຊ່ວຍ​ເຮັດ​ໃຫ້​ພາ​ສາ​ຂອງ​ເຮົາເອງຖືກ​ຕ້ອງ ແລະ ​ດີ​ຂຶ້ນ​ເລື້ອຍໆ.

ເຮົາ​ສາ​ມາດ​ຊ່ວຍ​ໄດ້​ວິ​ທີ​ໃດ​ແນ່?

ນະ​ຕອນນີ້​ເຮົາ​ສາ​ມາດ​ຊ່ວ​ຍ​ໄດ້ 4 ຊ່ອງ​ທາງ​ຄຶ:

  • ຊ່ວຍ​ລະ​ບຸ​ປ​ະ​ເພດ​ຂອງ​ຮູບ​ພາບ
  • ຊ່ວຍ​ພິມ​ໂຕ​ອັກ​ສອນ​ທີ່​ໄດ້​ຈາກ​ການ​ຂຽນ​ດ້ວຍ​ມື (hand-writing)
  • ຊ່ວຍຢັ້ງ​ຢືນ​ຄວາມ​ຖື​ກ​ຕ້ອງ​ຂອງ​ການ​ແປ​ພາ​ສາ​ຈາກ​ພາ​ສາ​ອັງ​ກິດ ເປັນ ພາ​ສາ​ລາວ ຫຼື ພາ​ສາ​ລາວ ເປັ​ນ​ພາ​ສາ​ອັງ​ກິດ.
  • ຊ່ວຍ​ແປ​ພາ​ສາ​ຈາກ ພາ​ສາ​ອັງ​ກິດ ເປັນ ພາ​ສາ​ລາວ ຫຼື ພາ​ສາ​ລາວ ເປັ​ນ ພາ​ສາ​ອັງ​ກິດ.
  • ຊ່ວຍ​ຖ່າຍ​ຮູບ​ວັດ​​ຖຸ​ຕ່າງໆ ແລ້ວ​ໃສ່​ຄຳ​ອະ​ທິ​ບາຍ​ລົງ​ໄປ​ໃນ​ຮ​ູບ.

ເຖິງວ່າ​ຜູ່​ທີ່​ເສຍ​ເວ​ລາ​ຫວ່າງ​ຂອງ​ຕົນ​ເຂົ້າ​ຊ່ວຍ​ໂປ​ຣ​ແກມນີ້ ແລ້ວ​ຈະ​ບໍ່​ໄດ້​ຫຍັງ​ກໍ​ຕາມ ຢ່າ​ໃຫ້​ເຮົາ​ຄິດ​ແບບນັ້ນ ເພາະວ່າ ການ​ທີ່​ເຮົາ​ຊ່ວຍນີ້ມ​ນັ​ຈະ​ເປັນ​ຜົນ​ດີ​ໃຫ້​ກັບ​ທຸກໆ​ຄົນ​ບໍ່​ວ່າ​ຈະ​ເປັນ​ໂຕ​ເຮົາເອງ ແລະ ຄົນ​ອື່ນໆ ທີ່​ໃຊ້​ບໍ​ລິ​ການນິ້​ດ້ວຍ​ພາ​ສາ​ລາວ ໃຫ້​ມັນ​ດີ​ຍິ່ງ​ຂຶ້ນ.

 

ການ​ທີ່​ເຮົາ​ສາ​ມາດ​ເຂົ້າ​ຮ່ວມ​ໄດ້ ນະ​ຕອນນີ້​ແມ່ນມີພຽງ​ແຕ່ 2 ຊ່ອງ​ທາງ​ເທົ່າ​ນັ້ນ​ກໍ​ຄື ຜ່ານ​ໂທ​ລະ​ສັບ​ທີ່​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Android ແລະ Web browser ເທົ່າ​ນັ້ນ.

 

Android OS ສາມ​າດ​ໂຫຼດ​ໄດ້​ທີ່

Google Play Store

ຜ່ານ​ເວັບ​ໄຊ

Crowdsource

ສຳ​ລັບ​ໂທ​ລະ​ສັບ Android

ໃຫ້​ທ່ານ​ເຂົ້​າ​ໄປດາວ​ໂຫຼດ​ເອົາ​ແອັບ Google Crowdsource ໄດ້​ທີ່ Google Play Store

ເມື່ອ​ເຂົ້າ​ໄປ​ແລ້ວ​ໃຫ້​ເຮົາ​ກົດ​ເລືອກ​ເອົາ​ ພາ​ສາ​ລາວ, ເຮົາ​ສາ​ມາດ​ເລືອກ​ໄດ້ຫຼາຍ​ພາ​ສາ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຮົາ.

ສຳ​ລັບ ພາ​ສາ​ລາວ ຈະ​ມີ​ພຽງ​ແຕ່ 4ໜ້າ​ວຽກ​ເທົ່າ​ນັ້ນ ທີ່​ຮອງ​ຮັບ​ນະ​ຕອນນີ້ ເຊິ່ງ​ມີ Image label, Hand-writing verification, translate verification, translate, Image.

ເຮົາ​ສາ​ມາດ​ກົດ​ເບິ່ງ​ສະ​ຖິ​ຕິ​ຂອງ​ເຮົາ​ໄດ້​ວ່າ​ເຮົາ​ເຮັດ​ໃຫ້ຫຼາຍ​ສ່ຳ​ໃດ​ແລ້ວ.

 

ວິ​ທີ​ການ​ນຳ​ໃຊ້ Google Crowdsource

ຕັ້ງ​ຄ່າ​ແອັບ​ກ່ອນ​ການ​ໃຊ້​ງານ

ຫຼັງ​ຈາກ​ທີ່​ເຮົາ​ດາວ​ໂຫຼດ​ແອັບ​ມ​ັນ​ມາ​ແລ້ວ ແລະ​ ກົດເຂົ້າ​ໄປ​ທຳ​ອິດ ແມ່ນ​ໃຫ້​ເຮົາ​ເຂົ້າ​ໄປ​ຕັ້ງ​ພາ​ສາ​ທີ່​ເຮົາ​ຕ້ອງ​ການ (ຢ່າງ​ໜ້ອຍ 1 ພາ​ສາ​ຂຶ້ນ​ໄປ) ດັ່ງ​ນັ້ນ ເຮົາ​ເລືອ​ກ​ເອົາ ພາ​ສາ​ອັງ​ກິດ​ກັບພາ​ສາ​ລາວ (ເລື່ອນ​ລົງ​ມາ​ຈົນ​ສຸດ).

 

ໃນ​ໜ​້າຫຼັກ ເຮົາ​ຈະ​ເຫັນ​ວ່າ ມີ​ໜ້າວ​ຽກ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ຫຼາກຫຼາຍ​ຢ່າງບໍ່​ວ່າ​ຈະ​ເປັນ:

  • Image Capture: ຖ່າຍ​ຮູບ​ສິ່ງ​ຂອງ ຫຼື ປ້າຍ​ຕ່າງໆ ແລ້ວ​ໃສ່​ຄ​ຳ​ອະ​ທິ​ບາຍ​ໃຫ້​ຮູບ​ທີ່​ເຮົາ​ຖ່າຍ.
  • Image label verification: ກວດ​ສອບ​ປະ​ເພດ​ຂອງ​ຮູບ​ພາບ​ວ່າ​ຖືກ​ຕາມ ປະ​ເພດ​ທີ່​ລະ​ບຸ​ໄວ້​ບໍ່.
  • Hand-writing recolonization: ແປ​ພາ​ສາ​ທີ່​ຂຽນ​ດ້ວຍ​ມືເປັນ​ຕົວ​ພິມ.
  • Translation: ແປ​ພາ​ສາ.
  • Translation validation: ກວດ​ສອບ​ການ​ແປ​ພາ​ສາ​ວ່າ​ຖືກ​ຕ້ອງ ຫຼືບໍ່?

Image Capture

ໃນ​ສ່ວນ​ຂອງ Image capture ກໍ​ມີ​ພຽງ​ແຕ່​ໃຫ້​ເຮົາ​ຖ່າຍ​ຮູບ ສິ່ງ​ຂອງ ຫຼື ປ້າຍ​ຕ່າງໆ ຫຼັງ​ຈາກນັ້ນ ໃຫ້​ເຮົາ​ໃສ່​ຄຳ​ອະ​ທິ​ບາຍ​ໃຫ້​ຮູບ​ຂອງ​ເຮົາ. ເມືອ​ເຮັດ​ແລ້ວ​ໆ ແມ່ນ​ເຮົາ​ກໍ​ກົດ​ອັບ​ໂຫຼດ​ຮູບ​ຂອງ​ເຮົາ​.

ໝາຍ​ເຫດ: ເນື່ອງ​ຈາກວ່າ​ຮູບ​ທີ່​ເຮົາ​ຖ່າຍ​ແມ່ນ ເປີດເປັນ​ສາ​ທະ​ລະ​ນະ ໝາຍ​ຄວາມ​ວ່າ ຄົນ​ອື່ນ​ສາ​ມາດ​ເຫັນ​ຮູບ​ເຮົາ​ໄດ້ ເຮົາ​ຄວນຫຼີກ​ລ້ຽງ​ຮູ​ບຖ່າຍ​ສິ່ງ​ຂອງ, ປ້າຍ, ສະ​ຖານ​ທີ່ ທີ່​ເປັນ​ສ່ວນ​ໂຕ ຫຼື ສິ່ງ​ຂອງ​ທີ່​ເປັນ​ຂອງ​ເຮົາ.

 

 

Image label verification

ເຮົາ​ສາ​ມາດ​ປະ​ກອບ​ສ່ວນ​ດ້ວຍ​ການ ຢັ້ງ​ຢືນປະ​ເພດຂອງ​ຮູບ​ພາບ​ທີ່​ສະ​ແດງວ່າ​ໃນ​ຮູບ​ພາບນັ້ນ​ມັນ​ຖືກ​ກັບ​ປະ​ເພດ​ຂອງ​ໂຕນັ້ນ ຫຼືບໍ່? ໂດຍ​ເຮົາ​ສາ​ມາດ​ເລືອກ​​ປະ​ເພດ​ຂອງ​ຮູບ​ພາບ​ທີ່​ເຮົາ​ຕ້ອງ​ການ​ຢາກ​ຊ່ວຍ​ໄດ້ ເຊິ່ງ​ມີຫຼາຍໆ​​ປະ​ເພດ​ໃຫ້​ເຮົາ​ເລືອກ​ເລີຍ.

 

Hand-writing recognition

ໂຕນີ້​ແມ່ນ ເຮົາ​ຈະ​ຕ້ອງ​ໄດ້​ແກະ​ພາ​ສາ​ມື (ພາ​ສາ​ທີ່​ຂຽນ​ດ້ວຍ​ມື) ໃຫ້​ເປັນ​ພາ​ສາ​ພິມ ເຊິ່ງ​ເຮົາ​ສາ​ມາດ​ເລືອກ​ໄດ້​ວ່າ​ຈະ​ເອົາ​ພາ​ສາ ອັງ​​ກິດ ຫຼື ພາ​ສາ​ລາວ.

 

Translation

ໃນ​ສ່ວນ​ຂອງ​ໂຕນີ້ ແມ່ນ​ເຮົາ​ຈະ​ຊ່ວຍ​ໃນ​ການ​ແປ​ພາ​ສາລາວ​ເປັນ​ອັງ​ກິດ ຫຼື ອັງ​ກິດ​ເປັນ​ລາວ​ກໍ​ໄດ້ ອາດ​ຈະ​ແປ​ເປັນແຕ່​ລະ​ຄຳ ຫຼື ປະ​ໂຫຍກ. ທີ່​ສຳ​ຄັນ​ຄື ສະ​ຖິ​ຕິ​ທີ່​ເຮົາ​ເຮັດ​ຈາກ Crowdsource ຈະ​ໄປ​ລວມກັ​ບ​ສະ​ຖິ​ຕິ​ຂອງ ​Google Translation Community ນຳ.

 

Translation validation

ຫຼັງ​ຈາກ​ທີ່​ມີ​ແປ​ພາ​ສາ​ແລ​້ວ ມັນ​ກໍ​ຈະ​ມີການກວດ​ສອບ​ວ່າການ​ແປ​ພາ​ສານັ້ນ​ຖືກ​ຕ້ອງ ຫຼືບໍ່? ໂດຍ​ວິ​ທີ​ການ​ແມ່ນ​ ແຕ່​ລະ​ຄຳ ຫຼື ປະ​ໂຫຍກ ຈະ​ມີ​ຕົວ​ເລືອກ​ໃຫ້​ເຮົາ​ມາ​ຢ່າງ​ໜ້ອຍ 3 ຕົວ​ເລືອກໃຫ້​ເຮົາ​ເລືອກ​ເອົາ​ວ່າໂຕ​ໃດ​ແປຖືກຕ້ອງຫຼາຍ​ທີ່​ສຸດ ເຮົາ​ສາ​ມາດ​ເລືອກ​ໄດ້ຫຼາຍ​ກ່​ວາ​ໜຶ່ງ​ອັນ.

 

 

Web browser

ເຂົ້າ​ສູ່​ລະ​ບົບ​ໂດຍ​ໃຊ້ Google Account ຫຼັງ​ຈາກນັ້ນ ໃຫ້​ເລືອກ​ພາ​ສາ​ທີ່​ເຮົາ​ຢາກ​ເຮັດ ໂດຍ​ການ​ກົດ​ເຂົ້າ​ໄປ​ທີ່ Setting ເລືອກ​ເອົາ​ພາ​ສາລາວ. ໂດຍ​ລວມ​ແລ້ວ​ໜ້າ​ວຽກ​ທ​ຸກ​ຢ່າງຈະ​ເຮັດ​ຄື​ກັນ​ກັບ​ຢູ່​ໂທ​ລະ​ສັບ.

 

ເຮົາ​ສາມ​າດກວດ​ສອບ​ສະ​ຖິ​ຕິ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ໄດ້

 

ເຮົາ​ສາ​ມາດ​ເບິ່ງ​ສະ​ຖິ​ຕິ​ຂອງ​ເຮົາ​ໄດ້​ວ່າ ເຮົາ​ເຮັດ​ໃຫ້​ເທົ່າ​ໃດ​ແລ້ວ, ແລ້ວ​ຄຳ​ຕອບ​ທີ່​ເຮົາ​ສົ່ງ​ໄປ​ມີ​ຄົນ​ຕອບ​ຄື​ເຮົາຫຼາຍ​ສ່ຳ​ໃດ (upvote) ແລະ ລະ​ດັບ​ການ​ຕອບ​ຂ​ອງ​ເຮົາ​ວ່າ​ຖືກ​ຕ້ອງ​ສ່ຳ​ໃດ (accuracy).

 

ນອກ​ຈາກນີ້, ເຮົາ​ຍັງ​ສາ​ມາດ​ເກັບຫຼຽນ​ໄວ້​ປະ​ດັບ​ໜ້າ profile ເຮົາ​ໄດ້​ອີກ​ໂດຍ​ເຮົາ​ຈະ​ໄດ້ ຖ້າ​ເຮົາ​ເຮັດ​ຄົບ​ຕາມ​ຈຳ​ນວນ​ຕ້ອງ​ການ​ຂອງຫຼຽນ​ແຕ່​ລະ​ຫຼຽນ.

 

ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ຮູ້​ຄຳ​ຕອບ?

ຖ້າ​ເຮົາ​ບໍ່​ຮູ້​ຄຳ​ຕອບ ຫຼື ບໍ່​ແນ່​ໃຈ​ ເຮົ​າ​ສາ​ມາດ​ກົດ Skip (ຂ້າມ) ໄດ້. ຖ້າ​ຫາກວ່າ ເຮົາ​ກົດ summit ຄຳ​ຕອບ​ທີ່​ເຮົາ​ບໍ່​ແນ່​ໃຈ​ໄປ ມັນ​ອາດ​ຈະ​ເຮັດ​ໃຫ້​ຄະ​ແນນ​ຄວາມ​ໜ້​າ​ເຊື່ອ​ຖື​ຂອງ​ເຮົາ​ລົງ​ໄດ້ (ເຮົາ​ສາ​ມາດ​ເບິ່ງ​ໄດ້​ເມື່ອ​ເຮົາ​ຮອດ level: 4).

ເຮົາ​ຈະ​ໄດ້​ເງິນ​ຈາກ​ການ​ຕອບ​ຄຳ​ຖາມບໍ່?

ບໍ່​ໄດ້​ເງິນ​ຈັກ​ກີບ. Crowdsource  ເປັນ​ໂຄງ​ການ​ເຮັດ​ເພື່ອ​ສັງ​ຄົມ ຜົນ​ປະ​ໂຫຍ​ດ​ທີ່​ໄດ້​ແມ່ນ​ເພື່ອ​ສ່ວນ​ລວມ ໂດຍ​ສິ່ງ​ທີ່​ໄດ້​ມານັ້ນບໍ່​ໄດ້​ມີ​ປະ​ໂຫຍດ​ພຽງ​ແຕ່​ຜູ່​ທີ່​ເຂົ້າ​ຮ່ວມ​ເທົ່າ​ນັ້ນ ມັນ​ຈະ​ເກີດ​ປະ​ໂຫຍດ​ກັບ​ໝົດ​ທຸກ​ຄົນ​ໃນ​ສັງ​ຄົມ ທີ່​ໃຊ້​ບໍ​ລິ​ການ​ຕ່າງໆ​ຂອງ Google ເຊັ່ນ: Google Maps, Google Translation ແລະ ອື່ນໆ.