Hugo Barra ຊີ້​ແຈງ​ເລື່ອງ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້ Xiaom

Hugo Barra ຮອງ​ປະ​ທານ​ຝ່າຍ Internation ຂອງ Xiaomi ໄດ້​ອອກ​ມາ​ຊີ້​ແຈງ​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້​ສິນ​ຄ້າ Xiaomi ຫຼັງ​ຈາກ​ທີ​ມີ​ຂ່າວ​ມາ​ວ່າ​ເຄື່ອງ Xiaomi Redmi Note ໄດ້​ລັກ​ສົ່ງ​ຂອງມູນ​ຜູ້​ໃຊ້​ໄປ​ຫາ​ເຊີບ​ເວີ​ຂອງ​ລັດ​ຖະ​ບານ​ຈີນ​ໂດຍບໍ່​ໄດ້​ຂໍ​ອາ​ນຸ​ຍາດ​ຈາກ​ຜູ້​ໃຊ້​ກ່ອນ.

Hugo Barra ໄດ້​ອອກ​ມາ​ຊີ້​ແຈງ​ຜ່ານບັນ​ຊີ​ສ່ວນ​ໂຕ Google + ວ່າ:

ຖາມ: ຈາກ​ຂ່າວ​ໃນ​ເວັບ​ໄຊ​ດັງໆ​ໃນ​ໂລກ​ອອນ​ລາຍບອກວ່າ Xiaomi Redmi Note ມີ​ບັນ​ຫາ​ເລື່ອງ​ຄວາມ​ເປັນ​ສ່ວນ​ໂຕ, ໂດຍ​ທີ​ວ່າ​ໄດ້​ມີ​ການ​ລັກ​ສົ່ງ​ຂໍ້​ມູນຮູບ​ພາບ ແລະ ຂໍ້​ຄວາມ​ໄປ​ຈີນ ແມ່ນ​ຄວາມ​ຈິງບໍ່?

ຕອບ: MIUI ບໍ່​ໄດ້​ສົ່ງ​ຂໍ້​ມູນ​ລັບ​ຮູບ​ພາບ ຫຼື ຂໍ້​ຄວາມ​ແມ້​ແຕ່​ຢ່າງ​ໃດ. MIUI ຕ້ອງ​ການ​ຂໍ້​ມູນ​ສາ​ທາລະ​ນະ​ຈາກ Xiaomi ເຊີບ​ເວີ​ເປັນ​ບາງ​ຄັ້ງ​ຄາວເທົ່າ​ນັ້ນ. ຂໍ້​ມູນ​ທີ່​ດາວ​ໂຫຼດ​ມານັ້ນ​ມີ​ຂໍ້​ຄວາມ​ທັກ​ທາຍ(Greeting Message)ເຊັ່ນ: ມຸກ​ຕາຫຼົກ, ຂໍ້​ຄວາມ​ວັນ​ພັກ(Holiday) ແລະ ກອນ ທີ​ຢູ່​ໃນແອ໋ບ​ສົ່ງຂໍ້​ຄວາມ ແລະ ການ​ແຈ້ງ​ເຕືອນອັບ​ເດດ​ຜ່ານ OTA(Over On the Air) ຂອງ MIUI.  ກົງ​ກັນ​ຂ້າມຂໍ້​ມູນນັ້ນ​ບໍ່​ໄດ້​ລະ​ເມີດ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້ແຕ່​ຢ່າງ​ໃດ​ເລີຍ.

ຖາມ: Xiaomi ໄດ້​ມີ​ການ​ສົ່ງ​ຂໍ້​ມູນ​ຜູ້​ໃຊ້​​ສ່ວນໂຕ​ໂດຍຜູ້​ໃຊ້​ບໍ່​ຮູ້​ເລີຍບໍ່?

ຕອບ: ບໍ່​ເລີຍ. Xiaomi ໄດ້​ມີ​ບໍ​ລິ​ການ Mi Cloud ເຊິ​່ງ​ໃຫ້​ຜູ້​ໃຊ້​ສາ​ມາດ​ສຳ​ຮອງ​ຂໍ້​ມູນ ແລະ ບໍ​ລິ​ຫານ​ຂໍ້​ມູນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້ໃນ cloud ລວມ​ທັງຊິ້ງ​ (synchronize) ຂໍ້ມູນ​ກັບ​ອຸ​ປະ​ກອນ​ອື່ນໆ. ໃນ​ຂໍ້​ມູນນີ້​ຈະ​ມີ​ລາຍ​ຊື່​ຜູ້​ຕິດ​ຕໍ່, ໂນດ(Note), ຂໍ້​ຄວາມ ແລະ ຮູບ​ພາບ. Mi cloud ໄດ້​ຖືກ​ປິດ​ການ​ໃຊ້​ງານ​ເປັນ​ຄ່າ​ເລີ່ມ​ຕົ້ນ. ຜູ້​ໃຊ້​ຈະ​ຕ້ອງ​ເຂົ້າ​ລະ​ບົບ​ດ້ວຍ​ບັນ​ຊີ Mi ແລະ ເປີດ​ໃຊ້​ງານ Mi cloud ດ້ວຍ​ໂຕ​ເອງ. ນອກນັ້​ນ​ຍັງ​ສາ​ມາດ​ເລືອກ​ອີກ​ໄດ້​ວ່າ​ຈະ​ສຳ​ຮອງ​ຂໍ້​ມູນ​ຊະ​ນິດ​ໃດ​ແນ່. ການ​ໃຊ້​ງານ ແລະ ຄວາມ​ຈຸ​ຂໍ້​ມູນ​ໃນ Mi cloud ໄດ້​ເຄົາ​ລົບ​ກົດ​ໝາຍ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ເຄັ່ງ​ຂັດ. ໃຊ້​ອາ​ກໍ​ລິ​ທຶມ (Algorlithm) ເຂົ້າ​ລະ​ຫັດ​ທີ​ຊັບ​ຊ້ອນ​ເພື່ອ​ປ້ອງ​ກັນ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້.

ຖາມ: ເຮົາ​ສາ​ມາດ​ປິດ​ການ​ໃຊ້​ງານ Mi cloud ໄດ້​ບໍ່?

ຕອບ: ໄດ້. ພຽງ​ແຕ່​ເຂົ້າ​ໄປ Settings > Mi Cloud ເພື່ອ​ປິດ​ການ​ໃຊ້​ງານ. ທ່ານ​ສາ​ມາດ​ໃຊ້ບໍ​ລິ​ການ​ສຳ​ຮອງ​ຂໍ້​ມູນຂອງ​ຜູ້​ໃຫ້​ບໍ​ລິ​ການ​ອື່ນ​ໄດ້​ເຊັ່ນ: Google, Dropbox ແລະ ອື່ນໆ.

ຖາມ: ເປັນ​ຫຍັງ​ເຮົາ​ຕ້ອງ​ໄວ້​ວາງ​ໃຈ Xiaomi?

ຕອບ: Xiaomi ຈິງ​ກັບ​ກັບ​ເລື່ອງ​ຂໍ້​ມູ​ນ່​ສວນ​ໂຕ​ຂອງ​ຜູ້​ໃຊ້ຫຼາຍ ແລະ ຈະ​ເຮັດ​ທຸກວິ​ຖີ​ທາງ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ບໍ​ລິ​ການ​ອິນ​ເຕີ​ເນັດ​ຂອງ​ເຮົາ​ຍຶດ​ຖື​ນະ​ໂຍ​ບາຍຄວາມ​ເປັນ​ສ່ວນ​ໂຕ. ເຮົາ​ຈະ​ບໍ່​ມີ​ທາງ​ທີ​ຈະ​ອັບ​ໂຫຼດ(ສົ່ງ)ຂໍ້​ມູນ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ຜູ້​ໃຊ້ ແລະ ຂໍ້​ມູນ​ໂດຍບໍ່​ໄດ້​ຮັບ​ອາ​ນຸ​ຍາດ​ຈາກ​ຜູ້​ໃຊ້​ກ່ອນ. ໃນ​ໂລກ​ໂລ​ກາ​ພິ​ວັດ​ຂອງ​ເສດ​ຖະ​ກິດ, ອຸ​ປະ​ກອນ​ທີ່​ຖືກ​ຜະ​ລິດ​ໃນ​ຈີນ​ແມ່ນ​ຂາຍ​ໄດ້​ດີ​ໃນ​ທົ່ວ​ໂລກ ແລະ ຫຼາຍໆ​ບໍ​ລິ​ສັດ​ກໍ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຈາກ​ການ​ຂາຍ​ອຸ​ປະ​ກອນ​ຂອງ​ຕົນ​ໃນ​ຈີນ​ເຊັນກັນ ກິດ​ຈະ​ກຳ​ໃດ​ທີ່​ເປັນ​ສິ່ງ​ລະ​ເມີດ​ກົດ​ໝາຍ​ແມ່ນ​ຈະ​ສົ່ງ​ຜົນ​ກະ​ທົບ​ທາງ​ທີບໍ່​ດີໃຫ້​ການ​ຂະ​ຫຍາຍ​ຖານ​ລູກ​ຄ້າ​ຂອງ​ບໍ​ລິ​ສັດ.