HTC One & Samsung Galaxy S4 Google edition

ທຳອິດເລີຍແມ່ນຈະມາເວົ້າກ່ຽວກັບເລື່ອງ Samsung Galaxy S4 Google edition ເຊິ່ງເປັນລຸ້ນທີ່ Google ໄດ້ເປີດໂຕໃນງານ Google I/O 2013 ເປັນລຸ້ນທີ່ໃຊ້ລະບົບປະຕິບັດການ Android ແຕ່ສິ່ງທີ່ພິເສດໄປກວ່ານັ້ນ ແມ່ນເປັນ stock Android ເປັນລະບົບປະຕິບັດການ Android ທີ່ບໍ່ໄດ້ຖືກດັດແປງຫຍັງເຊິ່ງ Google ເປັນຜູ້ ປ່ອຍໃຫ້ອັບເດດໂດຍກົງ ໝາຍຄວາມວ່າຫາກອຸປະກອນຂອງທ່ານໃຊ້ stock Android ທ່ານສາມາດອັບເດດ Android ເວີເຊິນໃໝ່ໄດ້ໂດຍກົງເລີຍໂດຍບໍ່ຕ້ອງຖ້າຄ້າຍມືຖືຂອງທ່ານປ່ອຍໃຫ້ອັບເດດ.

Samsung Galaxy S4 Google edition ນີ້ຈະມາພ້ອມກັບການປົດລ໋ອກເບີ ແລະ ປົດລ໋ອກ bootloader ທ່ານສາມາດນຳໃຊ້ເຄື່ອຄ່າຍໃດກໍ່ໄດ້ ແລະ ສາມາດລົງ ROM ນອກໄດ້. ສ່ວນທາງດ້ານສະເປັກເຄື່ອງນັ້ນ ແມ່ນຄືກັນກັບ Samsung Galaxy S4 ແຕ່ຈະມີແຕ່ລຸ້ນ 16GB ເທົ່ານັ້ນຈະຂາຍໃນ Play store ໃນລາຄາທີ່ $649 ໃນວັນທີ 26 ເດືອນ ມິຖຸນາ.

htc-one-nexus

ພາບຕົ້ນສະບັບ http://blog.htc.com/wp-content/uploads/2013/05/htc-one-nexus.jpg

ຕໍ່ມາເລື່ອງທີສອງແມ່ມື້ວານນີ້ທາງ  Google ເພິ່ນໄດ້ເປີດໂຕອີກໜຶ່ງຜະລິດຕະພັນທີ່ໃຊ້ລະບົບປະຕິບັດການ Android ແບບ stock Android ນັ້ນກໍຄື HTC One Google edition ລຸ້ນ 32GB ຈະລົງຂາຍໃນ Play store ວັນທີ 26 ເດືອນ ມິຖຸນາ ໃນລາຄາ $599.

ຂອບໃຈທີ່ມາ TheVerge (1), TheVerge (2), HTC