ວິ​ທີ​ການ​ຂຽ​ນ​ບົດ​ສະ​ເໜີທີ​ດີ

ການຂຽນບົດສະເໜີ ຫຼື Proposal ທີ່ດີນັ້ນບໍ່ວ່າຈະເປັນບົດສະເໜີປະເພດໃດກໍຕາມຈະຄືກັນໝົດ ແລະ ສິ່ງສຳຄັນທີ່ສຸດກໍຄືເຮົາຈະຕ້ອງຂຽນແນວໃດໃຫ້ບົດສະເໜີຂອງເຮົານັ້ນຖືກຍອມຮັບ ແລະ ໄດ້ເງິນຈາກຜູ່ທີ່ເຮົາຂໍ.

ປົກກະຕິແລ້ວບົດສະເໜີຈະແບ່ງອອກເປັນ 5 ສ່ວນໃຫ່ຍຄື:

  1. ຈຸດປະສົງ, ໃນສ່ວນທຳອິດເຮົາຈະຕ້ອງຂຽນຈຸດປະສົງຂອງບົດສະເໜີຂອງເຮົາວ່າ ເຮົາຂຽນບົດສະເໜີໂຕນີ້ມາເພື່ອຫຍັງ?, ໃນສ່ວນນີ້ຈະມີການແນະນຳວິທີການແກ້ໄຂບັນຫາ ແລະ ຄວນຈະແຈ້ງ ໂດຍບໍ່ເຮັດໃຫ້ຜູ່ອ່ານມີການເຂົ້າໃຈຜິດ. ສ່ວນນີ້ບໍ່ຄວນຍາວເກີນໄປ.
  2. ບັນຫາ, ສ່ວນໂຕນີ້ຈະອະທິບາຍລາຍລະອຽດກ່ຽວກັບບັນຫາ ແລະ ຂໍ້ມູນພູມຫຼັງຂອງບັນຫາ. ໃນສ່ວນນີ້ຍັງໄດ້ອະທິບາຍວ່າເປັນຫຍັງຍັງມີບັນຫານີ້ຢູ່ ແລະ ເປັນຫຍັງມັນຈຶ່ງເປັນບັນຫາ.
  3. ວິທີການແກ້ໄຂ, ໃນສ່ວນນີ້ຈຸດປະສົງຂອງເຮົາຈະຕ້ອງສະເໜີວິທີແກ້ໄຂບັນຫາດ້ວຍວິທີທີ່ເຮັດໃຫ້ຜູ່ອ່ານຂອງນັ້ນເຊື່ອວ່າເຮົາຈະຕ້ອງແກ້ໄຂບັນຫາໂຕນີ້ໄດ້.
  4. ທຶນ, ໃນສ່ວນນີ້ຈະເວົ້າແຕ່ເລື່ອງເງິນລູກດຽວ. ບົດສະເໜີຂອງເຮົານີ້ຈະຕ້ອງໃຊ້ເງິນເປັນຈຳນວນເທົ່າໃດ? ຄວນໃຊ້ຕາຕະລາງເພື່ອໃຫ້ເຂົ້າໃຈງ່າຍ ແລະ ບໍ່ເຮັດໃຫ້ຜູ່ອ່ານສັບສົນ. ນອກນັ້ນ, ເຮົາຈະຕ້ອງບໍ່ມີຄ່າໃຊ້ຈ່າຍທີ່ເຊື່ອງໄວ້ ໝາຍຄວາມວ່າຄ່າໃຊ້ຈ່າຍຕ່າງໆຄວນເຮັດໃຫ້ລະອຽດທີ່ສຸດ.
  5. ສະຫຼຸບ, ສ່ວນສຸດທ້າຍເຮົາຈະເວົ້າລຶ້ມຄືນເຖິງບັນຫາ ແລະ ວິທີການແກ້ໄຂບັນຫາຄືນແບບຫຍໍ້ ເສີມດ້ວຍປະໂຫຍກທີ່ເຮັດໃຫ້ຜູ່ອ່ານຕ້ອງອະນຸມັດເງິນໃຫ້ບົດສະເໜີຂອງເຮົາ.

ດຽວເຮົາຈະມາເຂົ້າຫາເນື້ອຫາຫຼັກໆກັນເລີຍ(ຫາກໍ່ສິມາເຂົ້າ?)ວ່າການຂຽນບົດສະເໜີທີ່ດີນັ້ນມີວິທີແນວທາງແນວໃດ?

ຈຸດປະສົງຂອງບົດສະເໜີ

ໃນຫົວຂໍ້ນີ້ຈະເວົ້າສັ້ນໆເນາະວ່າ ຈຸດປະສົງທີ່ສຳຄັນທີ່ສຸດຂອງການຂຽນບົດສະເໜີກໍຄືເຮັດໃຫ້ໂຄງການຂອງເຮົາ ຫຼື ຄຳແນະນຳຂອງເຮົານັ້ນໃຫ້ຖືກຍອມຮັບ ແລະ ໃຫ້ເງິນໄປເຮັດ.

ການວາງແຜນການຂຽນບົດສະເໜີ

ກ່ອນທີ່ເຮົາຈະເລີ່ມການຂຽນບົດສະເໜີ, ເຮົາຄວນຄຳນຶ່ງເຖິງ 3 ຄຳຖາມນີ້ກ່ອນວ່າ:

ຜູ່ອ່ານຂອງເຮົາແມ່ນໃຜ?

ແມ່ນໃຜທີ່ເຮົາກຳລັງຈະຂຽນບົດສະເໜີໄປ? ເຮົາຈະຕ້ອງແນ່ໃຈວ່າເຮົາຈະຕ້ອງຄິດເຖິງຜູ່ອ່ານຂອງເຮົາໄປສິ່ງສຳຄັນ ເພາະວ່າສິ່ງທີ່ທ່ານຂຽນໄປນັ້ນຕ້ອງໝັ້ນໃຈວ່າຜູ່ອ່ານຮູ້ແລ້ວ ຫຼື ວ່າຍັງບໍ່ຮູ້ກ່ຽວກັບຫົວຂໍ້ຂອງທ່ານ.

ແມ່ນຫຍັງທີ່ເຮົາຕ້ອງການໃຫ້ຜູ່ອ່ານຂອງເຮົາໄດ້ຈາກບົດສະເໜີຂອງເຮົາ?

ເປົ້າຫຼາຍລວມຂອງບົດສະເໜີກະຄືການທີ່ເຮັດໃຫ້ຜູ່ອ່ານຍອມຮັບ ແລະ ອະນຸມັດ. ດັ່ງນັ້ນ, ເຮົາຈະຕ້ອງໝັ້ນໃຈວ່າຈຸດປະສົງຫຼັກຂອງເຮົາມີຄວາມຊັດເຈນ ແລະ ຈະແຈ້ງ, ມັນຈະຕ້ອງບໍ່ເຮັດໃຫ້ຜູ່ອ່ານຂອງເຮົາຕ້ອງອ່ານໄປ ຄິດໄປວ່າເອເຮົາກຳລັງຈະຂໍຫຍັງເຂົາ. ຍ້ອນແນວນັ້ນຈຸດປະສົງຂອງເຮົາຈະຕ້ອງໂຊໃຫ້ເຂົ້າເຫັນໂລດວ່າມັນແມ່ນຫຍັງ ແລ້ວຈຶ່ງບອກລາຍລະອຽດຕາມຫຼັງໃນບົດສະເໜີ.

ເຮົາຈະເຮັດແນວໃດເພື່ອໃຫ້ແນ່ໃຈວ່າຜູ່ອ່ານຂອງເຮົາເຂົ້າໃຈສິ່ງທີ່ເຮົາຕ້ອງການຢາກໃຫ້ເຂົາຮູ້?

“You must put yourself in the shoes of your readers” ບໍ່ໄດ້ໝາຍຄວາມວ່າໃຫ້ເຮົາເອົາໂຕເຮົາເຂົ້າໄປຢູ່ໃນເກີບຂອງຜູ້ອ່ານເດີ້, ແຕ່ປະໂຫຍກນີ້ໝາຍຄວາມວ່າໃຫ້ສົມມຸດວ່າເຮົາເປັນຜູ້ທີ່ຈະອ່ານ ຫຼື ຄັນສິເວົ້າອີກຢ່າງໜຶ່ງກະຄື ເອົາໃຈເຂົາມາໃສ່ໃຈເຮົາ. ເຮົາຈະຕ້ອງຄິດວ່າສິ່ງໃດແນ່ທີ່ເຂົາຢາກຮູ້ ແລະ ສິ່ງໃດແນ່ທີ່ເຂົາບໍ່ຕ້ອງການຢາກຮູ້. ເຮົາຄວນຫາໃຜຄົນໜຶ່ງມາອ່ານບົດສະເໜີເຮົາກ່ອນທີ່ເຮົາຈະສົ່ງໄປ. ການທີ່ເຮົາໃຫ້ຄົນອື່ນອ່ານນັ້ນ ເຮົາຈະຮູ້ໄດ້ວ່າຫຼັງຈາກທີ່ເຂົາອ່ານແລ້ວ ຄວາມຮູ້ສຶກ ຫຼື ສິ່ງທີ່ໄດ້ຮັບນັ້ນເປັນໄປຕາມທີເຮົາຕ້ອງການ.

ຮູບການຂອງບົດນຳສະເໜີ

ຮູບແບບພື້ນຖານຂອງບົດນຳສະເໜີຈະຄືກັບການຂຽນບົດຄວາມທົ່ວໄປ. ເພື່ອຈະໃຫ້ດີມີເທັກນິກດັ່ງນີ້:

  • ອະທິບາຍຈຸດປະສົງໃຫ້ລະອຽດໃນຕອນຕົ້ນຂອງບົດສະເໜີ.
  • ອະທິບາຍຂໍ້ມູນພູມຖານທີ່ຜູ້ອ່ານຕ້ອງການເພື່ອຊ່ວຍໃຫ້ເຂົາທຳຄວາມເຂົ້າໃຈບົດສະເໜີຂອງທ່ານ.
  • ໃຊ້ພາສາ, ຄຳເວົ້າ ແລະ ຄຳສັບທີ່ທຸກໆຄົນສາມາດເຂົ້າໃຈ.
  • ໃຊ້ປະໂຫຍກສັ້ນໆທີ່ຈະແຈ້ງ ແລະ ສື່ເຫັນຈຸດປະສົງ. ບໍ່ຄວນໃຊ້ປະໂຫຍກທີ່ຍາວຈົນເຮັດໃຫ້ຜູ້ອ່ານບໍ່ຮູ້ຄວາມໝາຍຂອງປະໂຫຍກນັ້ນວ່າຈະສື່ເຖິງຫຍັງກັນແທ້.
  • ຕ້ອງໝັ້ນໃຈວ່າໄອເດຍຂອງທ່ານບໍ່ໄດ້ເຊື່ອງຊຶມໄປລະຫວ່າງຄຳທີ່ບໍ່ຈຳເປັນ.
  • ຕ້ອງໝັ້ນໃຈວ່າຜູ້ອ່ານໄດ້ຂໍ້ມູນທີ່ຄົບຖ້ວນທີ່ເຂົາຕ້ອງການເພື່ອໃຊ້ໃນການຕັດສິນ.

ການຂຽນບົດນຳສະເໜີ

6 ຂັ້ນຕອນຕໍ່ໄປນີ້ຈະຊ່ວຍໃຫ້ບົດນຳສະເໜີຂອງທ່ານຖືກຍອກຮັບ.

ບົດນຳສະເໜີຂອງທ່ານຄວນນິຍາມເຖິງບັນຫາ ແລະ ອະທິບາຍວ່າແຜນຂອງທ່ານຈະແກ້ບັນຫາໄດ້ແນວໃດ. ມັນຄວນຈະສະແດງໃຫ້ຜູ້ອ່ານໄດ້ເຫັນວ່າທ່ານສາມາດເຮັດໄດ້ຜົນດີ. ທຸກໆສິ່ງໃນບົດສະເໜີຄວນຈະກ່ຽວພັນກັບບັນຫາ ແລະ ວິທີທາງທີ່ໄດ້ຜົນໃນການແກ້ໄຂບັນຫາ.

ບໍ່ຄວນຄິດໄປເອງວ່າຜູ້ອ່ານຂອງເຮົາຈະເຊື່ອວ່າວິທີແກ້ໄຂຂອງເຮົາແມ່ນດີທີ່ສຸດ. ທ່ານຈະຕ້ອງຊັກຈູງໃຫ້ຜູ້ອ່ານຂອງທ່ານຄິດວ່າວິທີແກ້ໄຂຂອງເຮົາແມ່ນດີທີ່ສຸດ. ທ່ານບໍ່ຄວນຈະໝັ້ນໃຈຫຼາຍເກີນໄປວ່າເຂົາຈະຍອມຮັບວິທີແກ້ໄຂຂອງທ່ານ. ເບິ່ງບົດສະເໜີຂອງທ່ານ ແລະ ວິທີແກ້ໄຂບັນຫາຈາກມຸມມອງຂອງຜູ້ອ່ານ.

ບົດສະເໜີຂອງທ່ານຄວນມີການຄົ້ນຄ້ວາຢ່າງຖີ່ຖ້ວນ. ຖ້າເປັນໄປໄດ້, ທ່ານຄວາມໃຫ້ຂໍ້ມູນທີ່ເປັນຕົວຢ່າງ ແລະ ຄວາມຈິງກັບຜູ້ອ່ານ. ສິ່ງນີ້ຈະເຮັດໃຫ້ມີຄວາມໝາຍ ແລະ ຊັກຈູງຫຼາຍກ່ວາ.

ພະຍາຍາມເອົາຄວາມເຫັນສ່ວນໂຕຂອງທ່ານອອກຈາກບົດນຳສະເໜີ. ຄວາມເຫັນບໍ່ແມ່ນຄວາມຈິງ ແລະ ບໍ່ມີບ່ອນທີ່ຈະໃສ່ມັນລົງໄປໃນບົດນຳສະເໜີ. ຜູ້ອ່ານຂອງທ່ານຈະບໍ່ສະໜັບສະໜູນມັນ. ມີພຽງແຕ່ ຜົນການວິໄຈຈາກບົດຄວາມອື່ນໆເທົ່ານັ້ນທີ່ໃສ່ໄດ້.

ບົດນຳສະເໜີຂອງທ່ານຄວນຈະສະແດງໃຫ້ເຫັນວ່າວິທີແກ້ໄຂບັນຫາແມ່ນສາມາດເຮັດໄດ້ແທ້. ຕ້ອງໝັ້ນໃຈວ່າວິທີແກ້ໄຂບັນຫາຂອງເຮົາມັນເປັນໄປໄດ້. ທ່ານຄວນເອົາການວິໄຈຂອງແຜນຂອງທ່ານ ແລະ ຜົນການວິໄຈທີ່ເປັນໄປໄດ້ຂອງວິທີແກ້ໄຂເຂົ້າໄປນຳ.

ຄ່າໃຊ້ຈ່າຍໃນບົດສະເໜີຂອງທ່ານຄວນສົມເຫດສົມຜົນ. ທ່ານຄວນຄິດເຖິງເງິນທີ່ບໍລິສັດ ຫຼື ອົງກອນທີ່ທ່ານຈະໄປຂໍນັ້ນວ່າເຂົາມີເງິນຫຼາຍສ່ຳໃດ. ທ່ານຕ້ອງໝັ້ນໃຈວ່າເຂົາສາມາດຈ່າຍເງິນໃຫ້ໄດ້ຕາມທີ່ເຮົາຂໍ ແລະ ທ່ານຈະຕ້ອງອະທິບາຍວ່າເປັນຫຍັງວິທີແກ້ໄຂບັນຫາຂອງທ່ານມີຄ່າຕໍ່ເວລາ ແລະ ເງິນຂອງເຂົາ.