ວິທີແກ້ໄຂເມື່ອບໍ່ເຫັນຊ່ອງເລືອກພາສາຢູ່ບ່ອນ Task bar

ມື້ນີ້ໄປເຈີ້ບັນຫານີ້ມາກະເລີຍເອົາມາຂຽນລົງເວັບເພື່ອກັນລືມ ແລະ ໃຫ້ຄົນອື່ນຮູ້ໄວ້ເພື່ອທີ່ຈະໄດ້ບັງເອີນໄປເຈີ້ ບັນຫາແບບນີ້. ບັນຫາກະມີຢູ່ວ່າຊອກຫາປຸ່ມປ່ຽນພາສາບໍ່ເຫັນໂຕປຸ່ມນີ້ມັນຈະຢູ່ບ່ອນ Task bar ແລ້ວຢາກໃຫ້ ເຫັນ, ແຕ່ບັນຫາໜັກໆມັນກະຢູ່ບ່ອນວ່າເຖິງວ່າເຮົາຈະໄປເບິ່ງບ່ອນຕັ້ງຄ່າໂຕຄີບ໋ອດໃຫ້ມັນໂຊຢູ່ Task bar ແລ້ວກະຍັງບໍ່ເຫັນມັນໂຊຂຶ້ນມາ ແລະ ໄປຕັ້ງຄ່າຢູ່ບ່ອນຕັ້ງຄ່າຂອງ Task bar ກະບໍ່ເຫັນມີປຸ່ມຕິກເອົາປຸ່ມພາສາ, ແຕ່ທີຈິງແລ້ວເຮົາບໍ່ຈຳເປັນຕ້ອງໄປກົດປຸ່ມຕົວເລືອກພາສາທີ່ຢູ່ບ່ອນແຖບ Task bar ກະໄດ້ມີພຽງແຕ່ເຮົາກົດປຸ່ມ Shift+ALT ມັນກໍປ່ຽນໃຫ້ແລ້ວແຕ່ຊ້ຳພັດປ່ຽນບໍ່ໄດ້..ອືມ!ບັນຫາບັງເກີດ!

ວິທີແກ້ກະມີຢູ່ວ່າທຳອິດໃຫ້ເຮົາເປີດໂປແກມ “Run” ຂຶ້ນມາ, ແລ້ວພິມ “regedit” ໃສ່ຊ່ອງຫວ່າງຫັ້ນ, ຫຼັງຈາກນັ້ນ ແລ້ວໄປຕາມທີ່ຢູ່ນີ້(ກົດໄປຕາມທີ່ຢູ່ໂຟນເດີຫັ້ນລະ) HKEY_LOCAL_MACHINESOFTWAREMicrosoftWindowsCurrentVersionRun ສຸດທ້າຍແມ່ນໃຫ້ເຮົາກົດໂຟນເດີ “Run” ແລ້ວກົດຂວາ ບ່ອນຫວ່າງໂຕໜ້າຕ່າງດ້ານຂວາ ເຮົາຫັ້ນແລ້ວເລືອກ “New”>”String Value” ໃສ່ຊື່ວ່າຫຍັງກະໄດ້. ຫຼັງຈາກເຮົາຕັ້ງຊື່ແລ້ວໃຫ້ກົດຂວາໃສ່ຟາຍທີ່ເຮົາ ຫາກໍ່ຕັ້ງຊື່ໃສ່ນັ້ນເລືອກ “modify” ພິມໂຕນີ້ “ctfmon”=”CTFMON.EXE” ໃສ່ຊ່ອງຫວ່າງນັ້ນແລ້ວກົດ “OK” ເມື່ອສຳເລັດແລ້ວກະ restart ຄອມເຮົາ ເປັນອັນຈົບຂັ້ນຕອນ.