ການສ້າງ​ທີມ​ຜູ່​ນຳຈະ​ເລີ່ມ​ຈາກ​ໃສ​

ການສ້າງ​ທີມ​ຜູ່​ນຳຈະ​ເລີ່ມ​ຈາກ​ໃສ​

ກຸ່ມໆ​ໜຶ່ງ​ສາ​ມາດ​ສ້າງ​ຂຶ້ນ​ໄດ້​ຈາກ​ຄົນໆ​ດຽວ ແຕ່​ເມື່ອ​ກຸ່ມນັ້ນ​ເລີ່ມ​ຂະ​ຫຍາຍ​ໃຫຍ່​ຂຶ້ນຄົນໆ​ດຽວ​ໜ້າ​ວຽກ​ຮັບ​ຜິດ​ຊອບກໍ່ຫຼາຍ​ຂຶ້​ນ​ມາ​ນຳ

ກຸ່ມ ຫຼື community ອາດ​ຈະ​ຮັບ​ຜິດ​ຊອບໂດຍຄົນ​ໜຶ່ງ​ຄົນ​ທີ່​ເລີ່ມ​ສ້າງ​ກຸ່ມນີ້​ມາ ໂດຍ​ເລີ່ມ​ຈາກມີ​ສະ​ມາ​ຊິກ 2 ຫາ 3 ຄົນ ແລະ ເມື່ອ​ເລີ່ມ​ມີ​ສະ​ມາ​ຊິກ​ຫຼາຍ​ຂຶ້ນ ການ​ທີ່​ໃຫ້​ຄົນໆ​ດຽວ​ຮັບ​ຜິດ​ຊອບ​ທຸກໆ​ຢ່າງ​ໃນ​ກຸ່ມເບິ່ງ​ຄື​ຈະ​ເປັນວຽກ​ທີ່​​ຂ້ອນ​ຂ້າງໜັກ​.

ເປັນ​ຫ​ຍັງ​ຈຶ່ງ​ຕ້ອງ​ສ້າງ​ທີມ​ຜູ່​ນຳ​ (leadership team) ຂຶ້ນ​ມາ?

  • ແບ່ງ​ເບົາ​ພາ​ລະ​ໜ້າວ​ຽກ​ລົງ: ການ​ທີ່​ມີ​ຜູ່​ນຳ​ເພີ່ມ​ເຂົ້າ​ມາ​ຈະ​ຊ່ວຍ​ໃຫ້​ເຮົາ​ສາ​ມາດມອບ​ໜ້າ​ວຽກ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ຫານ​ຈັດ​ການໃຫ້​ກັບ​ເຂົາ​ໄດ້.
  • ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ: ເປີດ​ໂອ​ກາດ​ໃຫ້​ເຂົາ​ໄດ້​ຮຽນ​ຮູ້​ທັກ​ສະ​ການ​ເປັນ​ຜູ່​ນຳ ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ເຂົາ​ພາຍ​ໃນ​ກຸ່ມ.
  • ເປັນ​ການ​ໃຫ້​ສິ່ງ​ຕອບ​ແທນ​ກັບ​ສະ​ມາ​ຊິກ: ​ການມອບ​ຕຳ​ແໜ່ງຜູ່ນຳ​ໃຫ້​ເຂົາ​ຈະ​ເຮັດ​ໃຫ້​ເຂົາ​ຮູ້​ວ່າ ເຮົາ​ມັກ​ໃນ​ຄວາມ​ມັກ, ຄວາມຫຼົງ​ໄຫຼ (passion)​ ແລະ ຄວາມ​ຄິດ​ຂອງ​ເຂົາ.

ເບິ່ງ​ກັນ​ວ່າ​ການ​ສ້າງ​ທີມ​ຜູ່​ນຳ​ ເຮົາ​ຈະ​ມອບ​ວຽກ​ໃຫ້​ກະ​ເຈົ້າ​ໃນ​ລະ​ດັບ​ໃດ​ແນ່ນັ້ນ​ມັນ​ກໍ​ຂຶ້ນ​ກັບ​ເຮົາ ເຊິ່ງ​ມັນ​ກໍມີ​ຫຼາກຫຼາຍ​ຕຳ​ແໜ່ງ​ດັ່ງ​ນີ້:

Co-organizer (ຜູ່​ຮ່ວມ​ຈັດ​ງານ): ຜູ່​ຮ່ວມ​ຈັດ​ງານ (co-organizer) ໃນ​ນີ້​ຈະ​ຖື​ວ່າ​ເປັນ​ຮອງ​ຂອງ​ທ່ານ​ເລີຍ ຫຼື ຜູ່​ໃຫ້​ຄຳ​ສັ່ງ​ຄົນ​ທີ່​ສອງ ທີ່​ສາ​ມາດ​ເປັນ​ຕົວ​ແທນ​ຂອງ​ທ່ານ​.

  • ຖ້າ​ທ່ານ​ຈະ​ໃຫ້ Co-organizer ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທັງ​ໝົດ​ໃນ Meetup ຂອງ​ທ່ານ, ທ່ານ​ຈະ​ຕ້ອງ​ໄດ້​ສັງ​ເກດ​ການ​ຢ່າງ​ລະ​ອຽດ​ວ່າ​ ເຂົາ​ສາ​ມາດ​ຮັບ​ຜິດ​ຊອບ​ໃນ​ວ​ຽກ​ສ່ວນນີ້​ແທນ​ທ່ານ​ໄດ້​ບໍ່ ໂດຍ​ຄວນ​ຈະ​ຜ່ານ​ຂະ​ບວນ​ການ​ປະ​ເມີນ​ຂອງ​ທ່ານ​ກ່ອນທ່ານ​ຈະ​ເລືອກ​ເຂົາ​ມາ​ເປັນ.
  • Co-organizer ມີ​ສິດ​ສາ​ມາດ​ສົ່ງ​ຂໍ້​ຄວາມຫາ​ສະ​ມາ​ຊິກ​ (ຜູ່​ເຂົ້າ​ຮ່ວມ) ແລະ ປ່ຽນ​ແປງ​ຮູບ​ແບບ​ຂອງງານ.

Assistant Organizer (ຜູ່​ຊ່ວຍຫົວ​ໜ້າ): ໜ້າ​ທີ່​ຮັບ​ຜິ​ດ​ຊອບຈະ​ຄ້າຍໆ​ກັບ Co-organizer ແລະ ເປັນ​ຕົວ​ແທນ​ຂອງ​ກຸ່ມ​.

  • Assistant Organizer ທີ່​ດີ​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ມີ​ສ່ວນ​ຮ່ວມ​ເກືອບ​ທັງ​ໝົດ​ຂອງ​ທ່ານ ບໍ່​ວ່າ​ຈະ​ເປັນ​ການ​ວາງ​ແຜນ​ຈັດ​ງານ, ບໍ​ລິ​ຫານ​ຈັດ​ການ​ສື່​ສານ​ກັບສະ​ມາ​ຊິກ​ໃນ​ກຸ່ມ ແລະ ຊັກ​ຊວນ​ໃຫ້​ເກີດ​ຄວາມ​ສາ​ມັກ​ຄີ ແລະ ສ້າ​ງ​ສະ​ພາບ​ແວດ​ລ້ອມໃຫ້​ເປັນກັນ​ເອງພາຍ​ໃນ​ກຸ່ມ.
  • ສາ​ມາດ​ສົ່ງ​ອີ​ເມວ​ຫາ​ຜູ່​ເຂົ້າ​ຮ່ວມງານ ຫຼື ສະ​ມາ​ຊິກ​ໃນ​ກຸ່ມ ແຕ່ວ່າບໍ່​ມີ​ສິດ​ປ່ຽ​ນ​ຮູບ​ແບບ​ການ​ຈັດ​ງານ ແລະ ການ​ບໍ​ລິ​ຫານ​ດ້ານ​ການ​ເງິນຂອງ​ງານ ເວົ້າ​ລວມ​ແລ້ວບໍ່​ສາ​ມາດ​ແກ້​ໄຂ​ງານ​ໄດ໋​ໜຶ່ງ​ທີ່​ຖືກວາງ​ໄວ້​ແລ້ວ​ໄດ້.

Event Organizer(ຜູ່​ຮັບ​ຜິດ​ຊອບ​​ສ່ວນການຈັດງານ): ຖ້າ​ທ່ານ​ຮູ້ຈັກ​ຄົນ​ທີ່​ມີ​ຄວາມ​ຄິດ​ການ​ສ້າງ​ສັນ​ການ​ຈັດ​ງານ, ມີ​ໄອ​ເດຍ​ດີໆໃນ​ການ​ຈັດ​ງານ ທ່ານ​ຄວນ​ຄິດ​ໃຫ້​ເຂົາ​ເປັນ Event organizer. ເວົ້າ​ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ຜູ່​ທີ່​ຮັບ​ຜິ​ດ​ຊອບ​ຝ່າຍ creative ຜູ່​ທີ່​ຈະ​ເປັນ​ຄົນ​ຄິດ​ໄອ​ເດຍ​ໃໝ່ໆ​ໃນ​ການ​ຈັດ​ງານ ທີ່​ຖືກ​ກັບ​ເປົ້າ​ໝາຍ​ທີ່​ເຮົາ​ວາງ​ໄວ້​ຂອງ​ກຸ່ມ.

  • Event organizer ຄວນ​ຈະ​ເປັນ​ສະ​ມາ​ຊິກ ຫຼື ຜູ່​ເຂົ້າ​ຮ່ວມ​ທີ່​ເຂົ້າ​ໃຈ​ວ່າ​ກຸ່ມ​ຂອງ​ເຮົາ​ດີ​ວ່າ​ມູນ​ຄ່າ​ຂອງ​ກຸ່ມ ແລະ ຄວາມ​ສຳ​ຄັນ​ຂອງ​ກຸ່ມ​ເຮົາ​ແມ່ນ​ຫຍັງ (meetup’s value).
  • ມ​ີ​ຂົງ​ເຂດ​ໜ້າ​ວຽກ​ທີ່​ຈຳ​ກັດ​ເຊັ່ນ ບໍ​ລິ​ຫານ​ຈັດ​ການ​ເລື່ອງ​ວັນ, ເວ​ລາ ແລະ ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ່​ເຂົ້າ​ຮ່ວມ.

ເຮົາ​ຈະ​ຫາ​ຄົນ​ທີ່​ຈະ​ມາ​ເປັນ​ຜູ່​ນຳ​ໄດ້​ແນວ​ໃດ?

ການ​ທີ່​ຈະ​ຫາ​ຜູ່​ໃດ​ຜູ່​ໜ​ື່ງ​ມາ​ຮັບ​ຜິດ​ຊອບ​ວຽກ​ງານ​ຂອງ​ກຸ່ມ ແມ່ນ​ເຮົາ​ສາ​ມາດ​ຫາ​ໄດ້​ຈາກຫຼາຍ​ກໍ​ລະ​ນີ ບາງ​ເທື່ອ​ເຂົາ​ອາດ​ຈະ​ສະ​ເໜ​ີ​ໂຕ​ຢາກ​ຮັບ​ຜິດ​ຊອບ​ສ່ວນ​ຂອງ​ໂຕນີ້​ໂດຍບໍ່​ຈຳ​ເປັນ​ຕ້ອງ​ຖາມ ແລະ ບາງ​ເທື່ອ​ເຮົາ​ອາດ​ຈະ​ຕ້ອງ​ຖາມ​ກະ​ເຈົ້າ​ເອງວ່າ​ເຂົາ​ຢາກ​ຮັບ​ຜິດ​ຊອບ​ໃນ​ສ່ວນນີ້ບໍ່.

ສິ່ງ​ສຳ​ຄັນ​ໃນ​ເວ​ລາ​ທີ່​ເຮົາ​ຈະ​ມອບ​ໜ້າ​ວຽກ​ໃຫ້​ເຂົາ ເຮົາ​ຈະ​ຕ້ອງ​ລົມ​ກັນ​ໃຫ້​ເຂົ້າ​ໃຈ​ເລື່ອງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ເຂົ້າ​ໃຈ​ຕົງ​ກັນ​ກ່ອນ ກ່ອນ​ເຮົາ​ຈະ​ເລືອກ​ເຂົາ​ເຊັ່ນ:

  • ເຂົາ​ມີ​ຄວາ​ມ​ສາ​ມາດສະ​ແດງ​ໃຫ້​ເຫັນ​ meetup’s value ຂອງ​ເຮົາ​ຫຼືບໍ່?
  • ເຂົາ​ໄດ້​ແບ່ງ​ປັນ​ຄຳ​ຄິດ​ເຫັນ​ໃນ​ກຸ່ມຫຼາຍໆ​ຄັ້ງທີ່​ເປັນ​ປະ​ໂຫຍດ​ບໍ່? ຜູ່​ນຳ​ທີ່​ດີ​ຈະ​ຕ້ອງ​ອອກ​ຄວາມ​ຄິດ​ທີ່​​ເປັນໄປ​ໄດ້​ໃນ​ຄວາມ​ເປັນ​ຈິງ (ເຮັດ​ໄດ້​ແທ້) ແລະ ໃຫ້​ຄຳ​ແນະ​ນຳ​ຕ່າງໆ.

ຂອບ​ໃຈ​ຂໍ້​ມູນ​ຈາກ Meetup Organizer Guide