ມາເບິ່ງວ່າ Instagram ສຳລັບ IOS ປັບຮູບບໍ່ໃຫ້່ອ່ຽງແນວ ໃດ?

ຫຼັງຈາກ Instagram ສຳລັບ IOS ໄດ້ປ່ອຍໂຕອັບເດດໃໝ່ມາເທື່ອນີ້ເພິ່ນໄດ້ມີການເພີ່ມລະບົບການເຮັດວຽກ ຂອງໂຕແອັບນີ້ໜຶ່ງຢ່າງຄື:ການປັບຮູບບໍ່ໃຫ້ອ່ຽງ.ຈາກການເຮັດວຽກດັ່ງກ່າວທີ່ເພີ່ມເຂົ້າມານັ້ນຈະຊ່ວຍໃຫ້ຜູ້ໃດທີ່ຖ່າຍຮູບມາແລ້ວຮູບມັນອ່ຽງ ຫຼື ເວົ້າອີກພາສາໜຶ່ງຂອງຄົນຫຼິ້ນກ້ອງເຂົາມັກເວົ້າກັນກໍແມ່ນ”ຟ້າອ່ຽງ” ຄົນສ່ວນ ຫຼາຍມັກຈະພົບບັນຫານີ້ກັນ ຜົນອອກມາກະຄືວ່າຖືກເວົ້າໃຫ້ ຮະໆຮະໆ ຖ່າຍຮູບຈັ່ງໃດຄືວ່າຟ້າອ່ຽງຢູ່ 🙁 ອັນນັ້ນ ກະເປັນອີກບັນຫາໜຶ່ງເນາະ.

ໃນການອັບເດດຄັ້ງນີ້ເພິ່ນຈະເພີ່ມລະບົບນີ້ເຂົ້າມາໃນຂັ້ນຕອນການປັບແຕ່ງຮູບຂອງເຮົາກ່ອນອັບໂຫຼດຮູບຂຶ້ນ, ໄອຄອນຕອນນີ້ຈະຢູ່ຟາກຊ້າຍສຸດ ສັນຍາລັກຈະເປັນເສັ້ນມັນໂຄ້ງກ້ຽວກັນຢູ່ຫັ້ນລະ, ເມື່ອເຮົາກົດໃຊ້ມັນຈະປັບ ຮູບເຮົາໃຫ້ທ່ຽງໂດຍອັດຕະໂນມັດ ແລະ ບອກເຮົາວ່າຮູບນັ້ນຖືກປັບອົງສາຂອງຮູບໄປເທົ່າໃດ?

ການປັບຮູບຂອງເຮົາໂດຍອັດຕະໂນມັດນີ້ແອັບມັນຈະຄຳນວນດ້ວຍການໃຊ້ຂໍ້ມູນເຊັນເຊີວັດຄວາມອ່ຽງຂອງ ຕົວເຄື່ອງ(accelerometer ແລະ gyroscope), ແຕ່ຫາກວ່າທ່ານຄິດວ່າແອັບນີ້ປະມວນຜົນອອກມາບໍ່ຖືກຕ້ອງ ຫຼື ຢາກປັບດ້ວຍຕົນເອງກໍສາມາດເຮັດໄດ້ເຊັ່ນດຽວກັນ.

ມັນມີວິທີການທຳງານແບບໃດ?

ວິທີການທຳງານຂອງມັນນັ້ນກະຄືກັບຕອນຕົ້ນໆທີ່ເຮົາໄດ້ເວົ້າໄປແລ້ວວ່າເພິ່ນຈະໃຊ້ຂໍ້ມູນຈາກໂຕເຊັນເຊີວັດ ຄວາມອ່ຽງຂອງຕົວເຄື່ອງນັ້ນເປັນໂຕຄຳນວນວ່າຮູບທີ່ເຮົາຖ່າຍໄປນັນມັນອ່ຽງໄປຫຼາຍສ່ຳໃດ. ເພິ່ນຈະປັບຮູບ ຂອງເຮົາໄປຕາມລວງກົງກັນຂ້າມກັບມູມທີ່ເຮົາອ່ຽງໄປຫຼາຍສ່ຳໃດໃນການປັບພາບນັ້ນໆ.

ຫຼັງຈາກທີ່ປັບຮູບໃຫ້ທ່ຽງແລ້ວເຮົາອາດຈະສັງເກດເຫັນວ່າຮູບທີ່ໄດ້ມານັ້ນມັນຈະຂະຫຍາຍຂຶ້ນເລັກນ້ອຍ(zoom in). ສິ່ງນີ້ເກີດຂຶ້ນກໍຍ້ອນວ່າເວລາທີ່ເຮົາໝຸນຮູບເຮົາໃຫ້ທ່ຽງຫັ້ນນະເຮົາຈະສັງເກດເຫັນວ່າທາງຂອບຂອງຮູບ ພາບເຮົານັ້ນມັນຈະເກີດຊ່ອງຫວ່າງເກີດຂຶ້ນຖ້າຫາກວ່າບໍ່ຂະຫຍາຍຮູບນັ້ນເຮົາກໍຈະເຫັນວ່າຄືກັບມີຮູບສອງຮູບ ຊ້ອນທັບກັນ. ດັ່ງຮູບຂ້າງລຸ່ມນີ້

image_rotation_on_instagram_for_ios

ຕົວຢ່າງຈາກຮູບຂ້າງເທິງຫາກວ່າທ່ານຈະປັບຮູບບໍ່ໃຫ້ອ່ຽງນັ້ນຜົນທີ່ໄດ້ຮັບກໍຈະໄດ້ຄືກັບຮູບທີສອງ ເຮົາຈະເຫັນ ມາຮູບທີ່ເຮົາປັບນັ້ນຂອບມັນຈະຫຼຸດອອກຈາກກອບຮູບຂອງແອັບສະນັ້ນເພິ່ນຈຶ່ງໄດ້ຂະຫຍາຍຮູບຂອງເຮົາເພື່ອ ບໍ່ໃຫ້ເຫັນຂອງທີ່ຫວ່າງເປົ່ານັ້ນ.ການຂະຫຍາຍຮູບຈະເຮັດໃຫ້ຮູບເສຍຫາຍຖ້າວ່າຮູບຂອງເຮົານັ້ນມີຄວາມອ່ຽງ 45 ອົງສາ. ເພາະສະນັ້ນເພິ່ນວ່າຖ້າເຮົາຖ່າຍຮູບອ່ຽງເຖິງ 45 ອົງສານິຄົງຈະບໍ່ມີຄົນບໍ່ຕັ້ງໃຈໃຫ້ມັນອ່ຽງຮອດພຸ້ນດ໋ອກ ຄັນອ່ຽງຮອດພຸ້ນກະຄົງຈະມ່ນຕັ້ງໃຈເຮັດລະ. ເພາະສະນັ້ນເພິ່ນຈະໃຫ້ໝຸນຮູບບໍ່ເກີນ 25 ອົງສາເທົ່ານັ້ນ.

ຂອບໃຈທີ່ມາ TheVerge

ຕົ້ນສະບັບ Instagram Blog