ເຮົາ​ຈະເຮັດ​ໃຫ້​ຜູ່​ເຂົ້າ​ຮ່ວມ​ມາ​ງານ​ເຮົາ​ໄດ້​ແນວ

ເຮົາ​ຈະເຮັດ​ໃຫ້​ຜູ່​ເຂົ້າ​ຮ່ວມ​ມາ​ງານ​ເຮົາ​ໄດ້​ແນວ

ຜູ່​ເຂົ້າ​ຮ່ວມ​ສະ​ໝັກ​ຟອມ​ເຂົ້າ​ຮ່ວມ​ງານ​ເຮົາ​ແລ້ວ ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ແນ່​ໃຈ​ວ່າ​ເຂົາ​ຈະ​ມາ​ເຂົ້າ​ຮ່ວມ​ງານ​ເຮົາ​ແທ​້?

ການ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ແນ່​ໃຈ​ວ່າ ຜູ່​ເຂົ້າ​ຮ່ວມ​ຈະ​ມາ​ງານ​ເຮົາ​ແທ້ຖື​ວ່າ​ເປັນ​ອີ່​ຫຍັງ​ທີ່​ຄາດ​ການ​ຍາກຫຼາຍ ອີງ​ຈາກ​ປະ​ສົ​ບ​ການ​ທີ່​ໄດ້​ສັງ​ເກດ​ຈ​າກ​ການ​ຈັດ​ງານຫຼາຍໆ​ງານ​ ເຮົາ​ເຫັນ​ວ່າ​ຜູ່​ເຂົ້າ​ຮ່ວມ​ຈະ​ມາ​ປະ​ມານ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ຄົນ​ທີ່​ລົງ​ທະ​ບຽນ ແລະ ບາງ​ເທື່ອ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ມາ​ຮ່ວມ​ງານນັ້ນ​ກໍ​ບໍ່​ໄດ້​ລົງ​ທະ​ບຽນ​ຜ່ານ​ອອນ​ລາຍ​ເລີຍ ແຕ່​ມາ​ລົງ​ທະ​ບຽນ​ໜ້າ​ງານ​ແທນ.

ບັນ​ຫາ​ທີ່​ເຮົາ​ສັ​ນ​ນິ​ຖານ​ໄວ້ ຖ້າມີ​ຄົນ​ກົດ Going ແລ້ວ ບາດມື້​ງານ​ຊ້ຳ​ພັດ​ບໍ່​ມາ​ແມ່ນ​ເກີດ​ຈາກ:

  1. ຄາ​ວຽກ​ດ່ວນ
  2. ເຫດ​ສະ​ໝັກ​ນຳ​ໝູ່ ແລ້ວ​ໝູ່ບໍ່​ມາ ກະ​ເລີຍບໍ່​ກ້າ​ມາ​ຄົ​ນ​ດຽວ
  3. ຢູ່​ໄກ
  4. ​ແດດ​ແຮງ ຮ້ອນ ຢ້ານ​ດຳ
  5. ຝົນ​ຕົກ ຢ້ານ​ປຽກ
  6. ບໍ່​ມີ​ນ້ຳ​ມັນ​ລົດ
  7. ບໍ່​ຮູ້​ບ່ອນ​ຈັດ​ງານ
  8. ຕັ້ງ​ຢາກ​ກົດ​ຊື່ໆ
  9. ອື່ນໆ

ແລ້ວ​ສິ່ງ​ທີ່​ຕາມ​ມາ​ຖ້າ​ຄົນ​ທີ່​ກົດ Going ແລ້ວບໍ່​ມາ​ ກະ​ຄື: ໃຫ້​ສົມ​ມຸດ​ວ່າ ເຮົາ​ຈັດ​ງານ​ຢູ່​ສະ​ຖານ​ທີ່​ໃດ​ໜຶ່ງ​ທີ່ມີ​ບ່ອນ​ນັ່ງ​ຈຳ​ກັດ ເຮົາ​ຕັ້ງ​ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ​ໄວ້ 30ຄົນ, ແຕ່​ຊ້ຳ​ພັດ​ວ່າ​ມີ​ຄົນ​ສົນ​ໃຈຫຼາຍ ແຕ່​ບ່ອນ​ນັ່ງ​ເຮົາ​ເຕັມ​ກ່ອນມື້​ງານ​ແລ້ວ ເຮົາ​ກໍ​ຕັ້ງ​ໄດ້​ບອກ​ຜູ່​ທີ່​ມາ​ຕາມຫຼັງ​ວ່າ​: ບ່ອນ​ນັ່ງ​ເຕັມ​ແລ້ວ. ແຕ່​ບາດ​ຮອດມື້​ງານ​ມາ​ຈຳ​ນວນ​ຄົນ​ທີ​ມາ​ໂຕ​ຈິງ​ຊ້ຳ​ພັດ​ມີ​ພຽງ​ແຕ່​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ຄົນ​ທີ່​ກົດ Going ເທົ່າ​ນັ້ນ ແລ້ວ​ຄົນ​ທີ່ບໍ່​ມາ​ງານ ຍັງ​ບໍ່​ມີ​ການ​ຄອບ ຫຼື ບອກ​ລ່ວງ​ໜ້າ​ອີກວ່າ: ບໍ່ສາ​ມາດ​ເຂົ້າຮ່ວມ​ງານ​ໄດ​້​ເດີ້​ກ່ອນມື້​ງານ. ການ​ເຮັດ​ແບບນີ້​ມັນ​ກໍ​ຈະ​ເປັນ​ການ​ຍາດ​ໂອ​ກາດ​ຄົນ​ອື່ນໆ​ທີ່​ສົນ​ໃຈ​ເຂົ້າ​ຮ່ວມ​ງານ ແຕ່​ວ່າ​ສະ​ໝັກ​ບໍ່​ທັນ.

ຕາມ​ທີ່​ຄິດ​ໄວ້ ບັນ​ຫານນີ້​ເຮົາ​ຄິດ​ວ່າ​ທຳ​ອິດ​ແມ່ນ​ເກີດ​ຈາກ “​ການ​ລົງ​ທະ​ບຽນ​ງ່າຍ​ເກີນ​ໄປ” ເພາະ​ການ​ທີ່​ເຮົາ​ຈະ​ໄປ​ງານ​ໃດ​ໜຶ່ງ​ໃນ Meetup platform ນັ້ນ​ມັນບໍ່​ຍາກ​ເລີຍ (ຫຼັງ​ຈາກ​ທີ່​ລົງ​ທະ​ບຽນ​ແລ້ວ) ໃຊ້ພຽງ​ແຕ່​ກົດ​ສອງ​ສາມ​ບາດ ກະ​ເຂົ້າ​ຮ່ວມ​ງານ​ໄດ້​ແລ້ວ. “ຄວາມ​ງ່າຍ” ມັນ​ອາດ​ຈະ​ເປັນ​ສາ​ເຫດ ເຮັດ​ໃຫ້​ບາງ​ຄົນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ຫຼື ຖື​ເບົາ​ວ່າ​ມັນ​ເປັນ​ພຽງ​ແຕ່​ການ​ຈອງ​ອັນ​ໃດ​ອັນ​ໜຶ່ງ​ເທົ່າ​ນັ້ນ ບໍ່​ມີ​ຫຍັງ​ກະ​ທົບຫຼາຍດອກ. ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ມັນ​ເປັນ​ການ​ຍາດ​ໂອ​ກາດ​ຂອງ​ຄົນ​ອື່ນ​ໄປ​ລ້າໆ ເຊິ່ງ​ຜູ່​ກ່ຽວບໍ່​ໄດ້​ໃຊ້​ໂອ​ກາດນັ້ນ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ຕົນ​ເອງ​ເລີຍ.

ການ​ສື່​ສານ​ເປັນ​ສິ່ງ​ສຳ​ຄັນ: ມັນ​ຈະ​ເຮັດ​ໃຫ້​ຜູ່​ເຂົ້າ​ຮ່ວມ​ຮູ້​ວ່າ ເຮົາ​ຢາກ​ຮູ້​ຈັກ​ກະ​ເຈົ້າ

ສ້າງ​ຄວາມ​ເຊື່ອ​ໝັ້ນ​ກ່ອນ​ເຫັນ​ໜ້າ​ກັນ

ຖາມ​ຄຳ​ຖາມ​ກ່ອນ​ງານ ຫຼື ເປີດ​ໃຫ້​ຄຳ​ຄິດ​ເຫັນ​ກ່ອນ​ງານ ເຊັ່ນ: ເຈົ້າ​ຢາກ​ຈະ​ລອງ​ເບຍ​ປະ​ເພດ​ໃດ? ມີ​ໃຜ​ລອງ​ຂຶ້ນ​ພ​ູ​ໂຕນີ້​ແລ້ວ​ບໍ່? ເຮົາ​ຈະ​ຕ້ອງ​ສ້າງ​ການ​ສົນ​ທະ​ນາ​ເລັກໆ​ນ້ອຍໆ​ກ່ອນ​ຈະ​ໄດ້​ເຫັນ​ໜ້າ​ກັນ.

ສົ່ງ​ຂໍ້​ຄ​ວາມ​ຫາ​ຜູ່​ທີ່​ເປັນ​ສະ​ມາ​ຊິກ​ໃໝ່ ແລະ ຫາກໍ່​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ຄັ້ງ​ທຳ​ອິດ.

  • ສົ່ງ​ຂໍ້​ຄວາມບອກ​ໄປ​ວ່າ ເຮົາ​ກຳ​ລັງ​ຈະ​ມີ​ງານ​ໃນ​ໄວໆ​ນີ້
  • ສົ່ງ​ບອກ​ຜູ່​ເຂົ້າ​ຮ່ວມ​ງານ​ທີ່​ຫາກໍ່​ເຂົ້າ​ຮ່ວມ​ງານມື້​ທຳ​ອິດ​ວ່າ ເຮົາ​ຢາກ​ຮູ້​ຈັກ​ເຂົາ ແລະ ບອກ​ເຂົາ​ວ່າ ເຂົາ​ຈະ​ຊອ​ກ​ຫາ​ເຮົາ​ໄດ້​ແນວ​ໃດ ແລ້ວ​ຖ້າ​ເຂົາ​ຮູ້​ວ່າ​ເຮົາ​ຢູ່​ບ່ອນ​ລົງ​ທະ​ບຽນ (ຕ້ອນ​ຮັບ) ຈະ​ເຮັດ​ໃຫ້​ເຂົາ​ບໍ່​ຮູ້​ສຶກ​ຜິດ​ຫວັງ ຫຼື ບໍ່​ຮູ້​ສຶກ​ເກັງໆ ຢ້ານໆ.

ພະ​ຍາ​ຍາມຕິດ​ຕໍ່​ກັບ​ຜູ່​ເຂົົ້າ​ຮ່ວມ​ງານ​

ໂຕນີ້​ຖື​ເປັນ​ອີກວິ​ທີ​ທີ່​ຜູ່​ຈັດ​ງານ​ຄວນ​ເຮັດ​ເລີຍ ມັນ​ເປັນ​ການ​ກະ​ຕຸ້ນ​ໃຫ້​ຜູ່​ເຂົ້າ​ຮ່ວມ​ຮູ້​ວ່າ ເຮົາ​ຍັງ​ແຄ​ເຂົາ​ຢູ່ ແລະ ຢາກ​ໃຫ້​ເຂົາ​ມາ​ຮ່ວມ​ງານ​ຂອງ​ເຮົາ ຍັງ​ເປັນ​ການ​ສົນ​ທະ​ນາ​ອີກ​ທາງ​ໜຶ່ງ​ກ່ອນ​ມາ​ຮ່ວ​ມ​ງານ​ອີກ. ປະ​ໂຫຍດ​ອີ​ກັນ​ໜຶ່ງ​ຈາກ​ການ​ສົ່ງ​ເມວ​ຫາ​ຜູ່​ເຂົ້າ​ຮ່ວມ​ກໍ​ຄື ເພື່ອ​ເຕືອນ​ໃຫ້​ເຂົາ​ຮູ້​ວ່າ ຢ່າ​ລື​ມ​ເດີ້ ມີ​ງານ​ໄດ໋ ວັນ​ເສົາ​ນີ້​ນ່າ.

  • ​ສົ່ງອີ​ເມວ (email) ຫາ​ຜູ່​ເຂົ້າ​ຮ່ວມ​ງານ​ແຕ່​ລະ​ຄົນ​ທີ່​ຈະ​ມາ​ງານ​ເຮົາ (ກົດ Going) ແລະ ໂດຍ​ເນື້ອ​ໃນ​ອາດ​ຈະ​ເປັນ​ວ່າ ເຮົາ​ຢາກ​ຮູ້​ຈັກ​ກັນ​ ແລະ ຫວັງ​ວ່າ​ຈະ​ໄດ້​ພົບ​ກັນ​ໃນ​ງານ ຫຼື ເລີ່ມ​ດ້ວຍ​ການ​ທີ່​ເຮົາ​ເປີດ​ການ​ສົນ​ທະ​ນາ​ເຊັ່ນ: ເຮົາ​ຈະ​ລົມ​ກັບ​ກະ​ເຈົ້າ​ເລື່ອງ​ການ​ຊົງ​ການ​ເຟແບບ Clod brew ກັບ pour over ວ່າ​ວິ​ທີ​ໃດ​ຈ​ະ​ໄດ້​ອັດ​ທະ​ຣົດ​ຂອງ​ກາ​ເຟຫຼາຍ​ກ່​ວາ​ກັນ?
  • ເຮົາ​ຈະ​ຕ້ອງ​ສື່​ສານ​ກັບ​ຜູ່​ເຂົ້າ​ຮ່ວມບໍ່ຫຼາຍ​ເກີນ​ໄປ ແລະ ບໍ່​ໜ້ອຍ​ເກີນ​ໄປ: ເຮົາ​ບໍ່​ຄວນ​ສົ່ງ​ອີ​ເມວ​ຫາ​ຜູ່​ທີ່​ຈະ​ມາ​ງານ​ເຮົາຫຼາຍ​ເກີນ​ໄປ ເພາະ​ມັນ​ຈະ​ໄປ​ຖົມ​ເມວ​ທີ່​ສຳ​ຄັນ​ຂອງ​ເຮົາ, ບາງ​ເທື່ອ​ເຂົາ​ອາດ​ຈະ​ລຳ​ຄານ​ແລ້ວ​ຢຸດ​ຮັບ​ຂໍ້​ຄວາມ​ໃໝ່ໆ​ຈາກ​ເຮົາ​ເລີຍ​ກໍ​ເປັນ​ໄດ້. ສະ​ນັ້ນ, ເຮົາ​ຄວນ​ສົ່ງ​ແຕ່ 1 ຫາ 2 ເມວ​ເທົ່າ​ນັ້ນ ກ່ອນ​ຮອດມື້​ງານ.

ເຮັດ​ໂຕ​ເຮົາ​ໃຫ້​ມີ​ເວ​ລາ (ເຮັດ​ໂຕ​ໃຫ້​ຫວ່າງ) ​ສຳ​ລັບ​ທ​ຸກໆ​ຄົນ​ທີ່​ມາ​ງານ​ຂອງ​ເຮົາ

ການ​ທີ່​ຜູ່​ຈັດ​ງານ​ໄດ້​ມີ​ເວ​ລາ​ຫວ່າງ ຫຼື ຫາ​ເວ​ລາ​ຫວ່າງ​ໂຕ​ເອງ​ ຫຼື ຊ່ວງ​ພັກ ໄດ້​ມີ​ໂອ​ກາດ​ໄປ​ລົມ​ຜູ່​ທີ່​ເຂົາ​ມາ​ຮ່ວມ​ງານ​ເຮົາ​ຖື​ວ່າ​ເປັນ​ໂອກ​າດ​ດີຫຼາຍ ແລະ ເປັນ​ສິ່ງ​ທີ່​ຄວນ​ມີ ຄວນ​ເຮັດ ເພາະ​ມັນ​ຈະ​ເປັນ​ການ​ໄດ້​ສ້າງ​ຄວາມ​ລຶ້ງ​ເຄີຍ​ກັບ​ຜູ່​ທີ່​ຍັງ​ບໍ່​ເຄີຍ​ເຂົ້າ​ມາ​ຮ່ວມ​ງານ​ຈັກ​ເທື່ອ ແລະ ຈະ​ໄດ້​ຮູ້​ເລື່ອງ​ລາວ​ຂອງ​ຜູ່​ເຂົ້າ​ຮ່ວມ​ນຳ​ວ່າ ເປັນ​ຫຍັງ​ເຂົາ​ຈຶ່ງ​ມາ​ງານນີ້ ແລະ ເຂົາ​ຄາດ​ຫວັງ​ງານ​ເຮົາ​ແນວ​ໃດ ລວມ​ທັງ​ອາດ​ຈະ​ໄດ້ feedback ທີ່​ເປັນ​ປະ​ໂຫຍດ​ກໍ​ໄດ້.

  • ຖ້າ​ຫາ​ເຮົາ​ຫຍຸ້ງ​ກັບ​ການ​ດຳ​ເນີນ​ງານ​ຢູ່ ເຮົາ​ກໍ​ຄວນ​ຈະ​ຫາຄົນ​ທີ່​ເຂົ້າ​ກັບ​ຄົນ​ງ່າຍຫາ​ຄົນ​ທີ່​ຫາ​ກໍ່​ມາ​ງານ​ໃຫ້​ເຮົາ ເພື່ອ​ທີ່​ເຮົາ​ຈະ​ໄດ້​ໄປ​ລົມ​ກັບ​ເຂົາ ສ້າງ​ຄວາມ​ຊິນ​ເຄີຍ​ກັບ​ກະ​ເຈົ້າ.
  • ຖ້າ​ເຮົາ​ມີ​ທີມ​ທີ່​ເປັນ​ທີມ​ຜູ່​ນຳ​ຢູ່​ແລ້ວ ກໍ​ຖື​ວ່າ​ເປັນ​ໂອ​ກາດ​ທີ່ໆ​ຈະ​ໃຫ້​ເຂົາ​ສະ​ແດງ​ໃຫ້​ຜູ່​ເຂົ້າ​ຮ່ວມ​ຮູ້​ວ່າ​ກຸ່ມ​ຂອງ​ເຮົາ​​ສຳ​ຄັນບ່ອນ​ໃດ ແລະ ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ກຸ່ມ​ມີ​ຄ່າ.

ສະຫຼອງ​ທຸ​ກໆ​ງານ meetup ຂອງ​ເຮົາ ບໍ່​ຕ້ອງ​ສົນ​ວ່າ​ຜູ່​ເຂົ້າ​ຮ່ວມຈະ​ມາ​ອີກບໍ່​

ຫຼັງ​ຈາກ​ຈົ​ບງ​ານ​ແລ້ວ ໃນ​ຄວາມ​ຄິດ​ສ່ວນ​ໂຕແມ່ນ ເຮົາ​ຈະ​ຕ້ອງ​ສົ່ງ​ຂໍ້​ຄວາມ​ຄຳ​ຂອບ​ໃຈ ໄປ​ຫາ​ຜູ່​ທີ່​ເຂົາ​ໄດ້​ມາ​ຮ່ວມ​ງານ​ເຮົາ ພ້ອມ​ແນບ​ລິ້ງ​ຮູບ ເພື່ອ​ໃຫ້​ເຂົາ​ສາ​ມາດ​ເບິ່ງ​ຄືນ​ໄດ້​ວ່າ​ພາຍ​ໃນ​ງານ​ໄດ້​ເຮັດ​ຫຍັງ​ແນ່, ບັນ​ຍາ​ກາດ​ເປັນ​ແນວ​ໃດ, ລວມ​ທັງ​ບອກ​ແຜນ​ໄອ​ເດຍ​ການ​ຈັດ​ງານ​ຄັ້ງ​ຕໍ່​ໄປ.

  • ​ແບ່ງ​ປັນ​ຮູບ​ພາບ​ງານ​ຂອງ​ເຮົາ ເພື່ອ​ສະ​ແດງ​ເຖິງວ່າ​ເຮົາ​ໄດ້​ເຮັດ​ຫຍັງ​ທີ່​ມັກ​ຄັກ​ແນ່​ໃນ​ງານນີ້ ພ້ອມ​ທັງ​ເຮົາ​ໄດ້​ຮຽ​ນ​ຮູ້​ຫຍັງ​ແນ່​ຈາກ​ການ​ຈັດ​ງານ​ນີ້.
  • ຖາມ​ໄອ​ເດຍ​ໃນ​ການ​ຈັດ​ງານ​ຄັ້ງ​ຕໍ່​ໄປ ແລະ ວາງ​ແຜນ​ຈັດ​ງານ​ຄັ້ງ​ຕໍ່​ໄປ ເພື່ອ​ເປັນ​ການ​ກະ​ຕຸ້ນ​ຜູ່​ເຂົ້າ​ຮ່ວມ​ມາ​ຮ່ວມ​ງານ​ອີກ.

ຂອບ​ໃຈ​ຂໍ້​ມູນ​ຈາກ Meetup Organizer Guide