ຄວາມ​ຈິງ, ສົມ​ມຸດ​ຖານ, ທິດ​ສະ​ດີ ແລະ ກົດ​ເກນ ຕ່າງ​ກັນ​?

ຄວາມ​ຈິງ (Fact), ສ​ົມ​ມຸດ​ຖານ (Hypothesis), ທິດ​ສະ​ດີ (Theory) ແລະ ກົດ​ເກ​ນ (Law) ມັນ​ຕ່າງ​ກັນ​ແນວ​ໃດ? ເພາະ​ແຕ່​ລະ​ອັນ​ກະ​ລ້ວນ​ແລ້ວ​ແມ່ນ​ມີ​ຄວາມ​ໝາຍ​ວ່າ ຄວາມ​ຈິງ​ໝົດ. ເຮົາ​ຈະ​ມາ​ເບິ່ງ​ນິ​ຍາມ​ແຕ່​ລະ​ໂຕ​ກັນ​ວ່າ​ມັນ​ແຕກ​ຕ່າງ​ກັນ​ແນວ​ໃດ ໃນ​ມຸມມອງ​ຂອງວິ​ທະ​ຍາ​ສາດ.

ບົດ​ຄວາມມື້ນີ້​ແມ່ນ​ມາ​ແບບ​ສັ້ນໆ ເພາະ​ວ່າ​ປັດ​ໜ້າ feed twitter ໄປ​ເຫັນ ຫົວ​ຂໍ້​ດັ່ງ​ກ່າວ ແລ້ວ​ເຂົ້າ​ໄປ​ອ່ານ ຮູ້​ສຶກ​ສາ​ມັນ​ໜ້າ​ສົນ​ໃຈ ແລະ ຕ້ອງບ​ອກ​ຕໍ່​ກັນ​ໄປ ເພາະ​ເຮົາ​ຄິດ​ວ່າ ບາງ​ຄົນ​ຮູ້​ຈັກ​ຄຳ​ແຕ່​ລະ​ຄຳ​ແຕ່ບໍ່​ຮູ້​ຄວາມ​ໝາຍ ແລະ ວິ​ທີ​ການ​ໃຊ້​ອ້າງ​ອີງ​ໃຫ້​ຖືກ​ກັບ​ສິ່ງ​ທີ່​ຕົນ​ເອງ​ຈະ​ເວົ້າ​ຢູ່.

  • ຄວາມ​ຈິງ (Fact) ໝາຍ​ເຖິງ ການ​ສັງ​ເກດ​ສິ່ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ອ້ອມ​ໂຕ​ເຮົາ. ຕົວ​ຢ່າງ: ​ຢູ່​ທາງນອກມັນ​ຄື​ແຈ້ງ.
  • ຂໍ້​ສົມ​ມຸດ​ຖານ (Hypothesis) ໝາຍ​ເຖິງ ການ​ຕັ້ງ​ຂໍ້​ສົມ​ມຸດ​ຖານ ຫຼື ສະ​ເໜີ​ແນວ​ຄິດ​ຂຶ້ນ​ມາຈັກ​ອັນ​ໜຶ່ງ ຫຼື ຫຼາຍໆ​ອັນ ແລ້ວ​ເອົາ​ອັນ​ທີ່​ຄິດ​ວ່າ​ຖືກ​ທີ່​ສ​ຸດ​ມາ​ເປັນ​ຂໍ້​ສົມ​ມຸດ​ຖານ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນນັ້ນ​ມັນ​ເກີດ​ຂຶ້ນ​ຍ້ອນ…. ຫຼັງ​ຈາກນັ້ນ​ເຮົາ​ກໍ​ຈະ​ໄປ​ທົດ​ສອບ​ເບິ່ງວ່າ​ຂໍ້​ສັນ​ນິ​ຖານ​ຂອງ​ເຮົາ​ຖືກ​ແທ້ບໍ່ ຖ້າ​ຖືກ​ແທ້ ຫຼັງ​ຈາກນັ້ນ​ຂໍ້​ສັນ​ນິ​ຖານ​ຂອງ​ເຮົາ​ກໍ​ຈະ​ກາຍ​ເປັນ ທິດ​ສະ​ດີ. ຕົວ​ຢ່າງ: ຢູ່​ທາງນອກ​ມັນ​ແຈ້ງ​ ຍ້ອນ​ວ່າ​ຕາ​ເວັນ​ອອກ.
  • ທິດ​ສະ​ດີ (Theory) ໝາຍ​ເຖິງ ການ​ອະ​ທິ​ບາຍ​ທີ່​ຖືກ​ຢັ້ງ​ຢືນ​​ວິ​ທີ​ການ​ທົດ​ລອງທາງວິ​ທະ​ຍາ​ສາດ ແລະ ຖືກ​ທົດ​ລອງ​ຊ້ຳໆ​ກັນ​ຈົນ​ແນ່​ໃຈ​ວ່າ ຂໍ້​ສັນ​ນິ​ຖານ​ດັ່ງ​ກ່າວ​ແມ່ນ​ຖືກ​ແທ້ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ການ​ສັງ​ເກດການ ແລະ ການ​ທົດ​ລອງຫຼາຍໆ​ຄັ້ງ. ຕົວ​ຢ່າງ: ເວ​ລາ​ທີ່​ຕາ​ເວັນ​ອອກ ມັນ​ຈະ​ເຮັດ​ໃຫ້​ຢູ່​ທາງນອກ​ແຈ້ງ.
  • ກົດ​ເກ​ນ (Law) ໝາຍ​ເຖິງ ຄຳ​ເວົ້າ ໃດ​ໜຶ່ງ​ທີ່​ເກີດ​ຈາກ​ການ​ທົດ​ລອງ​ຊ້ຳໆ​ກັນ​ໂດຍ​ການ​ສັງ​ເກດ ທີ່​ມັນ​ສາ​ມາດ​ອະ​ທິ​ບາຍ​ບາງ​ປະ​ກົດ​ການ​ທີ່​ເກີດ​ຂຶ້ນ​ຂອງ​ທຳ​ມະ​ຊ​າດ​ໄດ້ ໂດຍ​ມັນ​ສາ​ມາດ​ສະ​ແດງຫຼັກ​ຖານ​ວ່າ​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ ແລະ ລັກ​ສະ​ນະ​ທີ່​ມັນເກີດ​ຂຶ້ນ​​ມັນ​ເປັນ​ແບບ​ໃດ. ແຕ່​ວ່າ ​ກົດ​ເກນ ບໍ່​ໄດ້​ອະ​ທິ​ບາຍ​ວ່າ​ເປັນ​ຫຍັງ​ຄື​ເກີດ​ຂຶ້ນ​ໄດ້. ຕົວ​ຢ່າງ: ກົດ​ເກນ​ແຮງ​ໂນ້ມ​ຖ່ວງຂອງ​ທ່ານ​ນິວ​ຕັນ​ (Newton’s Law of Universal Gravitation.

ຂອບ​ໃຈ​ທີ່​ມາ Lifehacker