Google Voice Search ຮອງ​ຮັບ​ພາ​ສາ​ເວົ້າ​ພ້ອມ​ກັນ 5 ພາ​ສາ​ແລ້ວ

ບາງ​ຄົນ​ອາດ​ຈະ​ສາ​ມາດ​ເວົ້າ​ໄດ້ຫຼາຍ​ກ່​ວາ​ໜຶ່ງ​ພາ​ສາ​ເນາະ ແລະ ຫຼາຍ​ກ່​ວາ​ໜຶ່ງ​ສ່ວນ​ສອງ​ຂອງ​ປະ​ຊາ​ກອນ​ໂລກ​ເວົ້າ​ສອງ ຫຼື ສາມ​ພາ​ສາ​ຂຶ້ນ​ໄປ. ສະ​ນັ້ນ Google ເລີຍເພີ່​ມ​ພາ​ສາ​ເວົ້າ​ໃນ Google Voice Search ໃຫ້​ຮອງ​ຮັບ​ຮັບ​ໄດ້​ເຖິງ 5 ພາ​ສາ​ພ້ອມ​ກັນ ມັນ​ສິຫຼາຍ​ໄປ​ໃສ​ເນາະ​ເວົ້າ​ສອງ​ພາ​ສາ​ກະ​ເຫຼືອກ​ກິນ​ລະ ເພິ່ນ​ຈັດ​ເຕັມ​ພາ​ໃຫ້​ຕັ້ງ​ວ່າ 5 ພາ​ສາ​ເຍ. ສ່ວນ Google Voice Search ຕອນນີ້​ແມ່ນ​ຮອງ​ຮັບ​ພາ​ສາ​ໄດ້ຫຼາຍ​ກ່​ວາ 50 ພາ​ສາ​ແຕ່​ຍັງ​ບໍ່​ທັນ​ມີ​ພາ​ສາ​ລາວ​ເທື່ອ​ເດີ້.

ຫາກ​ໃຜ​ຢາກ​ລອງ​ໃຊ້​ແມ່ນ​ໃຫ້​ເຂົ້າ​ໄປ Google Setting > Search & Now > Voice > Language ແລະ ເລືອກ​ເອົາ​ພາ​ສາ.

Google Voice Search ຄື​ການ​ສັ່ງ​ງານ​ດ້ວຍ​ສຽງໂດຍ​ພຽງ​ແຕ່​ເວົ້າ “OK!Google” ແລ້ວ​ຕາມ​ດ້ວຍ​ຄຳ​ສັ່ງ