Google, Verizon & Acer ຊ່ວຍຜູ້ປະສົບໄພພາ ຍຸໂທນາໂດ Oklahoma

Google ຮ່ວມກັບ Verizon ແລະ  Acer ຮ່ວມກັນຊ່ວຍເຫຼືອຜູ້ປະສົບໄພພາຍຸໂທນາໂດໃນ Oklahoma ດ້ວຍການ ຕັ້ງສະຖານີ Chromebook ແລະ ໃຊ້ງານອິນເຕີເນັດຟຼີ. ຕາມການລາຍງານຂອງ Google ເພິ່ນໄດ້ຕັ້ງສະຖານນີ ດັ່ງກ່າວສຳລເລັດໄປແລ້ວ 3 ເຂດດ້ວຍກັນໃນ 3 ເຂດດັ່ງກ່າວນັ້ນລວມ ມີ 2 ເຂດທີ່ເປັນເຂດສະຖານີຊ່ວຍເຫຼືອ ຂອງທາງອົງການກາແດງ, ລາຍລະອຽດສະຖານທີ່ທັງສາມມີດັ່ງນີ້: St. Andrew’s United Methodist Church , the Moore Community Center ແລະ  Walmart #277. ໃນການຕັ້ງສະຖານນີ Chromebook ຈະຊ່ວຍໃຫ້ຜູ້ປະ ສົບໄພສາມາດສື່ສານກັບຄົນທາງ ນອກເຊັ່ນ: ຄອບຄົວຂອງພວກເຂົາເປັນຕົ້ນ. ນອກຈາກນັ້ນລ້ວ Google ຍັງໄດ້ເປີດນຳໃຊ້ crisis map ໃນເມືອງ Oklahoma ໃນແຜນທີ່ດັ່ງກ່າວຈະສະແດງຄ້າຍທີ່ພັກອາໃສຂອງຜູ້ ປະສົບໄພທີ່ອົງການກາແດງໄດ້ຈັດໄວ້ໃຫ້, ສະແດງພື້ນທີ່ທີ່ໄດ້ຮັບຜົນກະທົບຈະພາຍຸ, ການແຈ້ງເຕືອນ ໄພການຈາລະຈອນ ແລະ ລາຍງານຂໍ້ມູນຊອງພາຍຸ.

ຂອບໃຈທີ່ມາ Thenextweb