Google ປ່ອຍ Google I/O 2014 app source code ໃຫ້​ນັກ​ພັດ​ທະ​ນາ​

ມື້ເຊົ້​ານີ້ Google ໄດ້​ປ່ອຍ​ຟາຍແອ໋ບ Google I/O 2014 ​ຂອງ Android ໃຫ້​ນັກ​ພັດ​ທະ​ນາ​ນຳ​ໄປ​ສຶກ​ສາ​ປະ​ຍຸກ​ໃຊ້​ໃນ​ແອ໋ບ​ຂອງ​ຕົນ.

ດັ່ງ​ທີ​ເຮົາ​ຮູ້​ກັນ​ວ່າໃນ​ງານ Google I/O 2014 ທີ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມິ​ຖຸ​ນາ ເດືອນ​ແລ້ວນີ້ Google ໄດ້​ເປີດ​ໂຕ Android L ເຊິ່ງວ່າ​ໄດ້​ມ​ີ​ການ​ປັບ​ປ່ຽນ​ໜ້າ​ຕາ​ຂອງ​ລະ​ບົບ​ປະ​ຕິ​ບັດ​ການ Android ໄປ​ເປັນ​ແບບ Material design. ໜຶ່ງ​ໃນ​ນັ້ນ​ສິ່ງ​ທີ່​ເປັນ​ແອ໋ບ​ທີ​ອອກ​ແບບ​ມາ​ໃຫ້​ເໝາະ​ກັບ​ລັກ​ສະ​ນະ​ການ​ອອກ​ແບບ​ໃໝ່​ຂອງ Android L ກໍຄືແອ໋ບ Google I/O 2014 ນັ້ນ​ເອງ.

google-release-google-io-2014-app-source-code-for-developer

ການ​ປ່ອຍ​ຟາຍ​ຂອງ​ແອ໋ບ​ດັ່ງ​ກ່າວນີ້ ກໍ​ເພື່ອ​ຢາກ​ໃຫ້​ນັກ​ພັດ​ທະ​ນານັ້ນໄດ້​ຮູ້​ຈັກ​ເລື່ອງ​ການ​ອອກ​ແບບ, ການ​ໃຊ້ API ລະ​ບົບ​ອື່ນໆ​ທີ​ໜ້າ​ສົນ​ໃຈ​ເຊັ່ນ: Fragments, Loaders, Services, Broadcast Receivers, alarms, notifications, SQLite databases, Content Providers, Action Bar and the Navigation Drawer, Google Drive API to Google Cloud Messagingmaterial designAndroid L Preview APIs ແລະ Android Wear integration.

ຂອບ​ໃຈ​ທີ​ມາ Google Android Developer Blog