Google Online Marketing Challenge 2015 ​ເປີດ​ແລ້ວ

google-online-marketing-challenge

ເລີ່ມ​ຂຶ້ນ​ແລ້ວ​ລະ​ດູ​ການ​ແຂ່ງ​ຂັນ​ການ​ຕະຫຼາດ​ອອນ​ລາຍ Google ປີ 2015 ຫຼື ເອີ້ນ​ວ່າ Google Online Marketing Challenge (GOMC).

ການ​ແຂ່ງ​ຂັນການ​ຕະຫຼາດ​ອອນ​ລາຍ Google ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 8 ກັນ​ແລ້ວ ເປັນ​ການ​ແຂ່ງ​ຂັນ​ການ​ຕະຫຼາດ​ອອນ​ລາຍ​ສຳ​ລັບ​ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ຕ່າງໆ​ທົ່ວ​ໂລກ ແລະ ພິ​ເສດ​ສຸ​​ດກໍ​ຄື​ໄດ້​ມີ​ການ​ຮັບ​ຮອງ​ເອົາ​ປະ​ເທດ​ລ​າວ​ເຂົ້າ​ໃນ​ການ​ແຂ່ງ​ຂັນ​ໂຕນີ້​ນຳ​ອີກ. ທີມ​ນັກ​ສຶກ​ສາ​ຈະ​ຕ້ອງ​ມີ​ການ​ສຶກ​ສາ ແລະ ດຳ​ເນີນ​ການ​ໂຄ​ສະ​ນາ​ອອນ​ລາຍ​ໂດຍ​ໃຊ້​ບໍ​ລິ​ການ​ຂອງ Google ເປັນ​ເຄື່ອງ​ມື​ໃນ​ການ​ເຮັດ​ວຽກ​ເຊັ່ນ: Google + ແລະ AdWords ໃຫ້​ກັບ​ທຸ​ລະ​ກິດ​ຕົວ​ຈິງ ຫຼື ອົງ​ການ​ທີບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ ເຊິ່ງ​ຈະ​ຂຶ້ນ​ກັບ​ວ່າ​ຜູ້​ແຂ່ງ​ຂັນ​ຈະ​ເລືອກ​ເອົາ​ໂຕ​ໃດ​. ຜູ້​ເຂົ້າ​ແຂ່ງ​ຂັນ​ຈະ​ໄດ້​ຮັບ​ງົບ​ປະ​ມານ​ຈາກ Google ​ເປັນເງິນ​ຈຳ​ນວນ 250 ໂດ​ລາ​ສະ​ຫະ​ລັດ​ ໃນ​ການ​ດຳ​ເນີນ​ການ. ໃນ​ການ​ເລືອກ​ຜູ້​ຊະ​ນະ​ຈະຂຶ້ນ​ກັບ​ການ​ລາຍ​ງານ​ຜົນ​ຕອບ​ຮັບ​ຈາກ​ການ​ເຮັດ​ໂຄ​ສະ​ນາ​ວ່າ​ມີ​ປະ​ສົບ​ຜົນ​ສຳ​ເລັດ​ ແລະ ຄຸນ​ນະ​ພາບ​ໃນ​ການ​ເຮັດ​ໂຄ​ສະ​ນາ​ໄດ້​ດີ​ສ່ຳ​ໄດ.

ໃນ​ຕອນນ​ນີ້​ແມ່ນ​ເປີດ​ໃຫ້​ລົງ​ທະ​ບຽນ​ແລ້ວຕັ້ງ​ແຕ່​ຕົ້ນ​ເດືອນ​ຕຸ​ລາ ເຖິງ ກາງ​ເດືອນ ເມ​ສາ.
ໃຜ​ທີ​ສົນ​ໃຈ​ສາ​ມາດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ທີ Google Online Marketing Challenge

ວີ​ດີ​ໂອ​ສຳ​ລັບ​ຜູ້​ຊະ​ນະ​ Google Online Marketing Challenge ຮອບ​ທົ່ວ​ໂລກ​ປີ 2014

Google-online-marketing-challenge-1 Google-online-marketing-challenge-2