Google Online Marketing Challenge 2014

Google Online Marketing Challenge

Google ໄດ້ປະ​ກາດ​ການ​ແຂ່ງ​ຂັນ Google Online Marketing Challenge 2014 (GOMC 2014) ​ການແຂ່ງ​ຂັນ​ເປັນ​ນັກ​ການ​ຕະຫຼາດ​ມື​ອາ​ຊີບ​ໃນ​ໂລກ​ອອນ​ລາຍ.

ກ້າວ​ເຂົ້າ​ສູ່​ປີ​ທີ 7 ແລ້ວ​ສຳ​ລັບ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ, Google Online Marketing Challenge ເປັນ​​ການເປີດກວ້າງ​ໃຫ້​ນັກ​ສຶກ​ສາ ແລະ ອາ​ຈານຜູ້​ທີ່​ມີ​ຄວາມຮູ້ດ້ານ​ການ​ຕະຫຼາດ​ມາ​ທົດ​ສອບ​ກັນ​ວ່າ​ຕົນ​ເກັ່ງ​ສ່ຳ​ໃດ ແລະ ຍັງ​ເປີດກວ້າງ​ໃຫ້​ຄົນ​ທົ່ວ​ໂລກ​ສາ​ມາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ນີ້​ອີກ​ດ້ວຍ. ​ພາຍ​ໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ Google ຈະ​ໃຫ້​ເງິນ​ທຶນເປັນ​ເງິນ 250 ໂດ​ລາ​ເພື່ອ​ໃຊ້​ໃນ​ການ​ແຂ່ງ​ຂັນ​ການ​ເຮັດ​ການ​ຕະຫຼາດ​ອອນ​ລາຍ​​ໂດຍ​ນຳ​ໃຊ້ຜະ​ລິດ​ຕະ​ພັນ​ຂອງ Google ເຊັ່ນ: Google Adword ແລະ Google+. ເຊິ່ງວ່າ​ກຸ່ມ​ນັກ​ສຶກ​ສາ​ຈະ​ຕ້ອງ​ເຮັດ​ການ​ຕະຫຼາດ​ໃຫ້​ກັບ​ບໍ​ລິ​ສັດ ຫຼື ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ, ໂດຍ​ກຳ​ນົດ​ເວ​ລາ​ໃຫ້ 3 ອາ​ທິດ​ໃນ​ການ​ເຮັດ​ການ​ຕະຫຼາດ ແລະ ຫຼັງ​ຈາກນັ້ນ Google ຈະ​ຕັດ​ສິນ​ຈາກການ​ທີ​ວ່າ​ກຸ່ມ​ໃດ​ເຮັດ​ແລ້ວ​ປະ​ສົບ​ຜົນ​ສຳ​ເລັດຫຼາຍກ່​ວາ​ກັນ.

ລາງວັນ​ສຳ​ລັບ​ຜູ້​ທີ​ຊະ​ນະ​ນັ້ນ​ມີ​ດັ່ງ​ນີ້:

  • ສຳ​ລັບ​ຜູ້​ຊະ​ນະ​​ຂັ້ນທົ່ວ​ໂລກ​ພ້ອມ​ດ້ວຍ​ອາ​ຈານ​ນຳ​ພາ​ຈະ​ໄດ້​ໄປ​ທ່ອງ​ທ່ຽວ​ເມືອງ San Francisco ທີ ປະ​ເທດ​ອາ​ເມ​ລິ​ກາ ແລະ ຍັງ​ໄດ້​ໄປ​ທ່ຽວ​ຊົມ​ສຳ​ນັກ​ງານ​ໃຫຍ່ Google ທີ Mountain View ເປັນ​ເວ​ລາ​ໜຶ່ງວັນ, ນອກນັ້ນ​ຍັງ​ໄດ້​ມີ​ໂອ​ກາດ​ພົບ​ກັບ​ພະ​ນັກ​ງານ Google ທີ່​ເຮັດ​ວຽກ​ກ່ຽວ​ກັບຜະ​ລິດ​ຕະ​ພັນ AdWords, ໂຄງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ການ​ຕະຫຼາດ.
  • ອຸ​ປະ​ກອນ​ຄອມ​ພິວ​ເຕີ ແລະ ຜະ​ລິດ​ຕະ​ພັນ​ຈາກ Google.(ສຳ​ລັບ​ຜູ້​ຊະ​ນະ​ຂັ້ນ​ທົ່ວໂລກ​)
  • ອຸ​ປະ​ກອນ​ໄຟ​ຟ້າ​ສຳ​ລັບ​ຜູ້​ຊະ​ນະ​ພ້ອ​ມ​ທັງອາ​ຈານ​ນຳ​ພາຂັ້ນ​ທົ່ວໂລກ, ທ້ອງ​ຖິ່ນ ແລະ ຕາມ​ປະ​ເພດຫົວ​ຂໍ້.
  • ​ສ​ຳ​ລັບ​ຜູ້​ຊະ​ນະ​ປະ​ເພດ​ຫົວ​ຂໍ້ AdWords Business ​​ຂັ້ນທ້ອງ​ຖິ່ນ, ໄດ້​ໄປ​ທ່ຽວ​ສຳ​ນັກ​ງານ Google ຕາມ​ທ້ອງ​ຖິ່ນ​ຂອງ​ຕົນ.
  • ເງິນ​ບໍ​ລິ​ຈາກ​ມູນ​ຄ່າ $30,000 ສຳ​ລັບ​ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ຂອງ​ຜູ້​ທີ່​ຊະ​ນະ.

ສຳ​ລັບ​ຕ້ອງ​ການ​ລົງ​ທະ​ບຽນ ແລະ ຂໍ້​ມູນ​ເພີ່ມ​ຕືມ​ໃຫ້​ເຂົ້າ​ໄປ​ອ່ານ​ໄດ້​ທີ www.google.com/onlinechallenge

ຂອບ​ໃຈ​ຂໍ້​ມູນ​ຈາກ Google Student Blog