Google Form ສາ​ມາດ​ປັບ​ແຕ່ງ​ໜ້າ​ຕາ​ໄດ້​ແລ້ວ

Google ເພີ່ມ​ຄວາມ​ສາ​ມາດ​ໃຫ້ Google Form ສາ​ມາດ​ປັດ​ແຕ່ງ​ໜ້າ​ຕາ​ຂອງ​ແບບ​ຟອມ​ເຮົາ​ໄດ້​ແລ້ວ ຫຼັງ​ຈາກ​ທີ​ແຕ່​ກ່ອນ​ແມ່ນບໍ່​ອາ​ນຸ​ຍາດ​ໃຫ້​ຜູ້​ໃຊ້​ປັບ​ແຕ່ງ​ໜ້າ​ຕາ​ຟອມ​ຂອງ​ຕົນ ພຽງ​ແຕ່​ໃຊ້​ຮ່າງ​ທີ່​ Google ອອກ​ແບບ​ມາ​ໃຫ້​ສະ​ເພາະ​ເທົ່າ​ນັ້ນ. ເນື່ອງ​ຈາກ​ວ່າ​ມີ​ຜູ້​ໃຊ້​ສ່ວນຫຼາຍ​ຂໍ​ມາ​ວ່າ​ຢາກ​ໃຫ້​ Google Form ນີ້​​ໃຫ້​ມີ​ຄວາມສາ​ມາດເພີ່ມ​ສິ່ງ​ທີ່​ຜູ້​ໃຊ້​ສາ​ມາດ​ແກ້​ໄຂ​ໃຫ້​ເປັນ​ແບບ​ທີ​ຕົນ​ຕ້ອງ​ການ​ໃຫ້​ໄດ້​ແນ່.

ໃນ​ສ່ວນ​ຂອງ​ການ​ປັບ​ແຕ່ງ​ແມ່ນ​ເຮົາ​ສາ​ມາດ​ກົດ​ເຂົ້າ​ໄປ​ທີ “Change theme” ແລ້ວ​ປັບ​ແຕ່ງ​ຕາມ​ຄວາມ​ຕ້ອງ​ການ​ເລີຍ, ເຮົາ​ສາ​ມາດ​ປ່ຽນ​ຮູບ​ສ່ວນ​ຫົວ, ຮູບ​ພື້ນຫຼັງ,ສີ​ຂອງ​ຕົວ​ອັກ​ສອນ ຫຼື ປ່ຽນ​ຟອນ(Font) ແລະ ອື່ນໆ

 

google-form-can-customize-your-own-1

 

google-form-can-customize-your-own-2

 

 

google-form-can-customize-your-own-3

ຂອບ​ໃຈ​ທີ​ມາ Google Drive Blog