ການແຂ່ງຂັນ Google Code Jam 2014 ສຳລັບນັກຮຽນມັດທະຍົມ

ເລີ່ມແລ້ວລະດູການຂຽນໂຄດການແຂ່ງຂັນ Google code Jam 2014 ສຳລັບນ້ອງໆນັກຮຽນມັດທະຍົມຕັ້ງແຕ່ 13 ປີຂຶ້ນໄປເຖິງ 17 ປີ.

Google Code Jam ເປັນການແຂ່ງຂັນການແກ້ບັນຫາທີ່ໃຫ້ມາໃຫ້ໄດ້ໄວທີສຸດໂດຍພາສາທີ່ຂຽນຈະບໍ່ຈຳກັດວ່າຈະຂຽນພາສາໃດຂໍພຽງ ແຕ່ວ່າສາມາດແກ້ບັນຫານັ້ນຖືກໍເປັນພໍ. ຜູ້ແຂ່ງກັນຈະຕ້ອງແຂ່ງຂັນກັນທັງໝົດຫ້າຮອບ ເຊິ່ງວ່າສີ່ຮອບແມ່ນຈະເປັນການແຂ່ງຂັນອອນລາຍ, ແລ້ວຜູ້ທີໄດ້ຄະແນນສູງສຸດຈາກຮອບທີສີ່ທັງໝົດ 25 ຄົນຈະມາແຂ່ງຂັນກັນທີສຳນັກງານ Google ໃນ sunny Los Angeles, California ເພື່ອຊິງເອົາລາງວັນທີໜຶ່ງເປັນເງິນສິບຫ້າພັນໂດລາ.

ເປີດໃຫ້ລົງທະບຽນຕັ້ງແຕ່ 11 ມີນາ 2014 ເຖິງ 11 ເມສາ 2014

ຂໍ້ມູນເພີ່ມຕືມ Google Code Jam