Google Code-in 2014 ເປີດ​​ແລ້ວ

Google-code-in-logo

Google Code-in 2014 ເລີ່ມ​ແລ້ວ. Google Code-in ເປັນ​ການ​ແຂ່ງ​ຂັນ​ສຳ​ລັບ​ນ້ອງໆ​ນັກ​ຮຽນ​ອາ​ຍຸ​ຕັ້ງ​ແຕ່ 13 ຫາ 17 ປີ ຜູ່​ທີ​ມີ​ຄວາມ​ສົນ​ໃຈ​ໃນ​ການ​ຂຽນ​ໂຄດ, ມັກ​ຮັກ​ໃນ​ການ​ເສີ​ມ​ສ້າງ ແລະ ພັດ​ທະ​ນາໂປ​ແກມ ຫຼື ໂຄງ​ການ​ທີ່​ເປີດ​ກ້​ວາງ (open source)​ດ້ວຍ​ໃຈ​ຮັກ.

ການ​ແຂ່ງ​ຂັນ Google Code-in ຈະ​ມີ​ຮູບ​ແບບ​ການ​ແຂ່ງ​ຂັນ​ເປັນ​ການແຂ່ງ​ຂັນ​ກັນ​ຜ່ານ​ອອນ​ລາຍ​ ເຮົາ​ຈະ​ຕ້ອງ​ເລືອກ​ເອົາ​ຫົວ​ຂໍ້​ໃດ​ໜຶ່ງ​ມາ​ແລ້ວເຮັດ​ໃຫ້​ສຳ​ເລັດ​ຕາມ​ຄຳ​ອະ​ທິ​ບາຍ ຫຼື ຄວາມ​ຕ້ອງ​ການ​ຂອງ​ຫົວ​ຂໍ້​ນັ້ນ​ວ່າ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ. ຫຼັງ​ຈາກນັ້ນ​ແມ່ນ​ເຮົາ​ຈະ​ຕ້ອງ​ສົ່ງ​ຫົວ​ຂໍ້​ນັ້ນໆ ທີ​ເຮົາ​ເຮັດ​ສຳ​ເລັດແລ້ວ ອັບ​ໂຫຼດ​ໄປ​ໃຫ້​ທາງກຳ​ມະ​ການ​ເພິ່ນກວດ​ສອບ, ຫຼັງ​ຈາກກວດ​ສອບ​ແລ້ວ​ເຮົາ​ກໍ​ຈະ​ໄດ້​ຄະ​ແນນ.

ປະ​ເພດ​ຂອງ​ຫ​ົວ​ຂໍ້ກໍ​ຈະ​ແບ່ງ​ເປັນ​ແບບນີ້:

  1. Code: ເປັນ​ຫົວ​ຂໍ້​ທີ່​ໃຫ້​ຂຽນ​ໂຄດ.
  2. Documentation/Training: ສ້າງ ຫຼື ແກ້​ໄຂ​ເ​ອກ​ກະ​ສານ ແລະ ຊ່ວຍ​ໃຫ້​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ເອ​ກ​ກະ​ສານນັ້ນໆ.
  3. Outreach/research: ລະ​ບົບ​ຈັດ​ການ​ຊຸ່ມ​ຊົນ, ສຶກ​ສາ​ບັນ​ຫາ ແລະ ສະ​ເໜີ​ທາງ​ແກ້​ໄຂ.
  4. Quality Assurance: ທົດ​ສອບ ແລະ ກວດ​ສອບ​ໂຄດ​ໃຫ້​ມີ​ຄວາມ​ຖືກ​ຕ້ອງ.
  5. User interface: ຄົ້ນ​ຄ້​ວາ​ປະ​ສົບ​ການ​ໃຊ້​ງານ​ຂອງ​ຜູ້​ໃຊ້ ແລະ ໜ້າ​ຕາ​ການ​ໃຊ້​ງານ​ຂອງ​ຜູ້​ໃຊ້ ແລະ ການ​ຕອບ​ສະ​ນອງ​ຂອງ​ຜູ້​ໃຊ້​ງານ.

ວີ​ດີ​ໂອ​ແນະ​ນຳ​ກ່ຽວ​ກັບການ​ແຂ່ງ​ຂັນ Google Code-in

ການ​ແຂ່ງ​ຂັນ​ຈະ​ເລີ່ມ​ຂຶ້ນ​ວັນ​ທີ 1 ທັນ​ວາ 2014 ​ໃຜ​ສົນ​ໃຈ​ກະ​ກຽມ​ໂຕ​ກຽມ​ໃຈ​ໝາຍມື້​ໃນ​ປະ​ຕິ​ທິນ​ໄວ້​ເລີຍ.

ຂໍ້​ມູນ​ເພີ່ມ​ຕື່ມ Google Code-in