Google ອອກແອ໋ບ Quickoffice ໃຫ້ໃຊ້ຟຼີກັນທົວໜ້າ

final_consumer_quickoffice6.1

ຫຼັງຈາກທີ່ Google ໄດ້ຊື້ແອ໋ບແກ້ໄຂເອກກະສານ Quikoffice ໄປປະມານປີກາຍນີ້ເຊິ່ງວ່າມາເຖິງຕອນນີ້ເພິ່ນກະ ໄດ້ປ່ອຍໃຫ້ໃຊ້ຟຼີກັນ. ສ່ວນແອ໋ບເກົ່າເຊັ່ນ: Quickoffice Pro, Quickoffice Pro HD ກໍ່ຈະຖືກລຶບໄປ, ແຕ່ຜູ້ທີ່ໃຊ້ ຢູ່ນັ້ນສາມາດເຂົ້າໄປອ່ານວ່າຈະມີຜົນກະທົບຕາມມາແນວໃດຈາກການປ່ຽນແປງຄັ້ງນີ້ນັ້ນໄດ້ທີ່ Google support. ຖ້າໃຜເຂົ້າສູ່ລະບົບດ້ວຍບັນຊີຂອງ Google ແມ່ນຈະໄດ້ເນື້ອທີ່ໃນ Google Drive ເພີ່ມ 10 GB ແຕ່ ຕ້ອງເຂົ້າສູ່ລະບົບກ່ອນວັນທີ 26 ກັນຍາ 2013.

ດາວໂຫຼດ Quickoffice ສຳລັບ Android: https://play.google.com/store/apps/details?id=com.quickoffice.android

ດາວໂຫຼດ Quickoffice ສຳລັບ IOS: https://itunes.apple.com/us/artist/quickoffice-inc./id294258240?mt=8

ຂອບໃຈທີມາ Google Drive Blog