ຊິງ​ທຶນ​ການ​ສຶກ​ສາ​ຈາກ Google:Anita Borg Memorial

​ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ Dr. Anita Borg ຜູ້​ທີ່​ອຸທິດ​ຕົນ​ໃຫ້​ກັບ​ການ​ສົ່ງ​ເສີມ​ການເຜີຍ​ແຜ່​ຄວາມ​ຮູ້​ເລື່ອງ​ຄອມ​ພິວ​ເຕີ​ໃຫ້​ກັບ​ຜູ້​ຍິງ. ທຶນ​ການ​ສຶກ​ສາ​ Google Anita Borg Memorial ນີ້​ແມ່ນ​ເປີດ​ໃຫ້​ສະ​ໝັກ​ແຕ່​ຜູ້​ຍິງ​ທີ່​ກຳ​ລັງ​ສຶກ​ສາ​ຢູ່ ຫຼື ຈົບ​ໄປ​ແລ້ວ​ທີ່​ສຶກ​ສາ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່ນອນ​ຢູ່​ໃນ​ຂົງ​ເຂດ​ອາ​ຊີ​ໃນ​ຊ່ວງ​ປີ 2015.

ຜູ້​ສະ​ໝັກ​ຈະ​ຕ້ອງ​ແມ່ນ​ສຶກ​ສາ​ໃນ​ສາ​ຂາ​ວິທະ​ຍາ​ສາດ​ຄອມ​ພິວ​ເຕີ, ວິ​ສະ​ວະ​ກຳ​ຄອມ​ພິວ​ເຕີ ຫຼື ສາ​ຂາ​ທີ່​​ກ່ຽວ​ຂ້ອງ​ ແລະ ນອກນັ້ນ​ຍັງ​ຈະ​ຕ້ອງ​ເປັນ​ຄົນ​ທີ​ມີ​ວິ​ໄສ​ທັດ​ເປັນ​ຜູ້​ນຳ ແລະ ມີ​ຄວາມ​ກະ​ຕື​ລື​ລົ້ນ​ສົ່ງ​ເສີມ​ໃຫ້​ຜູ້​ຍິງ​ມີຄວາມສົນ​ໃຈ​ໃນ​ເລື່ອງວິ​ທະ​ຍາ​ສາ​ດ​ຄອມ​ພິວ​ເຕີ.

ຜູ້​ທີ​ໄດ້​ທຶນ​ການ​ສຶກ​ສານີ້​ຈະ​ໄດ້​ຮັບທຶ​ກ​ການ​ສຶກ​ສາ​ເປັນ​ເງິນ​ຄ່າ​ຮຽນ​ຂອງ​ຕົນມູນ​ຄ່າຈະ​ຂຶ້ນ​ກັບ​ສະ​ຖານທີ​ເຮົາ​ຮຽນ​ຢູ່ນັ້ນ, ເຮົາ​ຍັງ​ສາ​ມາດ​ຂໍ​ເປັນ​ເດັກ​ຝຶກ​ງານ​ຂອງ Google ນຳ​ອີກ​ດ້ວຍ​ຖ້າ​ເຮົາ​ຕ້ອງ​ການ ແລະ ຍັງ​ຈະ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ງານ​ປະ​ກາດ​ຜົນ​ທຶນ​ການ​ສຶກ​ສາ​ຂອງ Google ທີ​ຈັດ​ຂຶ້ນ​ໃນ​ສຳ​ນັກ​ງານ​ຂອງ Google ໃນ​ອາ​ຊີ.

ຜູ້​ທີ​ຈະ​ໄດ້​ທຶນນັ້ນ​ແມ່ນ​ຂຶ້ນ​ກັບປະ​ຫວັດ​ການ​ຮຽນ​ທີ່​ດີ​ເດັ່ນ ແລະ ທັກ​ສະ​ຄວາມ​ເປັນ​ຜູ້​ນຳ​​ຂອງ​ຜູ້​ກ່ຽວ.

ປິດ​ຮັບ​ສະ​ໝັກ​ວັນ​ທີ 18 ພຶດ​ສະ​ພາ 2014

ສຳ​ລັບ​ຜູ້​ທີ​ສົນ​ໃຈ​ຢາກ​ສະ​ໝັກ​ ແລະ ຂໍ້​ມູນ​ເພີ່ມ​ຕືມ​ໄດ້​ທີ www.google.com/students/scholarships

ຂອບ​ໃຈ​ຂໍ້​ມູນ​ຈາກ Google Student Blog