ລ່າ​ກ່ອນສູນລັບລອຍນ້ຳ​ຂອງ Google

goodbye-mysterious-floating-google-barge

ໃນ​ຊ່ວງຫຼັງໆ​ເຮົາ​ຈະ​ເຫັນ​ໄດ້​ວ່າ Google ໄດ້​ເລີ່ມ​ປິດ​ບໍ​ລິ​ການ​ຜະ​ລິດ​ຕ​ະ​ພັນຂອງ​ຕົນ​ທີ່ບໍ່​ໄດ້​ຮັບ​ລາຍ​ໄດ້​ ແລະ ຜົນ​ຕອບ​ຮັບ​ຈາກ​ຜູ້​ໃຊ້ຫຼາຍ. ນອກ​ຈາກ​ຈະ​ປິດ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ແລ້ວ​ຍັງ​ໄດ້​ປິດ​ສິ່ງ​ປຸກ​ສ້າງ​ນຳ​ອີກ ສິ່ງ​ທີ່​ປິດ​ໄປ​ຄື​ສູນ​ລັບລອຍນ້ຳ​ທີ່​ລອຍ​ຢູ່​ແມ່​ນ້ຳ​ໃນ Portland. ວ່າ​ກັນ​ວ່າ​ສູນ​ລັບ​ແຫ່ງນີ້​ແມ່ນ​ບ່ອນ​ທີ່​ສ້າງ​ຜະ​ລິດ​ຕະ​ພັນ​ລັບໆ​ຂອງ​ທາງ​ບໍ​ລິ​ສັດ​ໂດຍ​ແມ່ນ​ໂຄງ​ການ Project X ເຮັດ​ວຽກ​ຢູ່​ທີນີ້.

Project X ເປັນ​ໂຄງ​ການ​ທີ່​ລວມ​ໂຕ​ຄົນ​ອັດ​ສະ​ລິ​ຍະ​ຂອງ​ບໍ​ລິ​ສັດ​ມາ​ເພື່ອ​ສ້າງ​ຜະ​ລິດ​ຕະ​ພັນ​ທີກ້າວ​ໜ້າ ແລະ ທັນ​ສະ​ໄໝ​ເພື່ອ​ນຳ​ໄປ​ໃຊ້​ໃນ​ອາ​ນາ​ຄົດ ໂຄງ​ການນີ້​ແມ່ນ​ມີ​ Sergey Brin ຜູ້​ຮ່ວມກໍ່​ຕັ້ງ Google ເປັນ​ຫົ​ວໜ້າໂຄງ​ການ. ຜະ​ລິດ​ຕະ​ຜັນ​ຂອງ​ໂຄງ​ການນີ້​ທີ​ໄດ້​ອອກ​ສູ່​ສາຍ​ຕາ​ຂອງ​ຄົນ​ແລ້ວ​ແມ່ນ​ມີ​ລົດ​ໄຮ້​ຄົນ​ຂັບ, ຄອນ​ແທກ​ເລັນ​ທີ​ກວດ​ວັດ​ນ້ຳ​ຕານ​ຂອງ​ຜູ້​ໃຊ້​ໄດ້ ແລະ ແວ່ນ​ຕາ​ອັດ​ສະ​ລິ​ຍະ Google Glass.

ຂອບ​ໃຈ​ທີ​ມາ Thenextweb