ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (Gross Domestic Product)

ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (Gross Domestic Product)

ໃຜ​ທີ່​ຮຽນ​ເສດ​ຖະ​ສາດ​ພື້ນ​ຖານ​ມາ​ອາ​ດ​ຈະ​ຄຸ້ນ​ເຄີຍ​ກັບ​ຄຳ​ວ່າ GDP (Gross Domestic Product)  ຫຼື ລວມຍອດ​ຜະ​ລິດ​ຕ​ະ​ພັນ​ພາຍ​ໃນ​ ມາ​ແລ້ວ. ແລ້ວ​ຮູ້ບໍ່​ວ່າ​ມັນ GDP ບໍ່​ມີ​ພຽງ​ແຕ່​ການ​ໄລ່ ແລະ ອະ​ທິ​ບາຍ​ແຕ່​ຢ່າງ​ດຽວ​ເທົ່າ​ນັ້ນ. ມັນ​ຍັງ​ແຍກ​ອອກ​ເປັນຫຼາຍໆ​ອັນ ຫຼື ເພິ່ນ​ຍັງ​ໄລ່ GDP ໄດ້ຫຼາຍ​ຮ​ູບ​ແບບ ແລະ ອະ​ທິ​ບາ​ຍ​ໄດ້ຫຼາຍ​ຄວາມ​ໝາຍ​ເຊັ່ນ: GDP Nominal, Real GDP ແລະ GDP Deflation. ອ້າວ! ແລ້ວ 3 ອັນ​ທີ່​ກ່າວມ​ານີ້​ມັນ​ໝາຍ​ຄວາມ​ວ່າ​ຈັ່ງ​ໄດ໋​ຊັ້ນ? ດຽວ​ເຮົາ​ມາ​ຫາ​ຄຳ​ຕອບ​ກັນ​ໄດ້​ເລີຍ.

GDP

Gross Domestic Product ຫຼື ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ໝາຍ​ເຖິງ​ມູນ​ຄ່າ​ການ​ຜະ​ລິດ​ທັງ​ໝົດ​ພາຍ​ໃນ​ປະ​ເທດ​ເຮົາ ທີ່​ເກີດ​ຂຶ້ນ​ພາຍ​ໃນ ໂດຍ​ສູດ​ການ​ຄິດ​ໄລ່​ຈະ​ມີ: ການ​ຊົມ​ໃຊ້​ພາກ​ເອ​ກະ​ຊົນ (ຫຼື ການ​ຊົມ​ໃຊ້​ຄົວ​ເຮືອນ​ພາຍ​ໃນ​ປະ​ເທດ)(C) + ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ (I) + ການ​ລົງ​ທຶນ​ພາກ​ລັດ (G) + ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ (X-M). ໄລ່​ອອກ​ມາ​ແລ້ວ​ເຮົາ​ກໍ​ຈະ​ໄດ້ GDP ເຊິ່ງວ່າ GDP ໂຕນີ້​ເຮົາ​ສາ​ມາ​ດ​ເອີ້ນ​ມັນ​ວ່າ ເປັນ GDP Nominal ຫຼື GDP ອີງ​ຕາມ​ລາ​ຄາ​ຕ​ະຫຼາດ​ນະ​ປີນັ້ນ.

ການ​ໄລ່ GDP ໂຕນີ້​ຕ້ອງບອກ​ກ່ອນ​ວ່າ​ເປັນ​ການ​ໄລ່​ທີ່​ເຮົາ​ເອົາ ອັດ​ຕາ​ເງິນ​ເຟີ້​ເຂົ້າ​ໄປ​ນຳ (inflation).

Real GDP

Real GDP  ຫຼື GDP ທີ່​ແທ້​ຈິງ​ ເປັນ​ການ​ໄລ່ GDP ທີ່​ໄດ້​ຈາກ​ການ​ເອົາ​ອັດ​ຕາ​ເງິນ​ເຟີ້ນັ້ນ​ອອກ​ໄປ ຫຼື ເຮົາ​ຈະ​ໄດ້​ແຕ່ ມູນ​ຄ່າ​ການ​ຜະ​ລິດ​ທີ່​ແທ້​ຈິງ  ໂດຍ​ເຮົາ​ຈະ​ໄລ່​ເອົາ​ຕາມ​ການ​ອ້​າງ​ອີງ​ລາ​ຄາ​ຈາກ​ປີ​ຖານ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເອົາ​ປີ​ຖານ​ມາ​ປຽບ​ທ​ຽບ​ລະ? ກະ​ຍ້ອນ​ວ່າ ເຮົາ​ບໍ່​ຢາກ​ຮູ້​ວ່າ​ລ​າ​ຄາ​ມັນ​ເພີ່ມ​ຂຶ້ນ ແຕ່​ເຮົາ​ຈະ​ຮູ້​ວ່າ ຜົນ​ຜະ​ລິດ​ເຮົ​າ​ເພີ່ມ​ຂຶ້ນ​ຫຼາຍ ຫຼື ໜ້ອຍ​ສ່ຳ​ໃດ. ດັ່ງ​ນັ້ນ​ ເຮົາ​ຈຶ່ງ​ໄລ່​ຕາມ​ປີ​ຖານ ໂດຍ​ສົມ​ທຽບ​ວ່າ​ລ​າ​ຄາ​ໃນ​ປີ​ດັ່ງ​ກ່າວ​ແມ່ນ​ເທົ່າ​ກັບ​ລາ​ຄາ​ຂອງ​ປີ​ຖານ​ຂອງ​ເຮົາ. ຖ​້າ​ເຮົາ​ໄລ່​ມາ​ແລ້ວ ມູນ​ຄ່າ​ມັນ​ເພີ່ມ​ຂຶ້ນ ກໍ​ສະ​ແດງວ​່າ​ຜົນ​ຜະ​ລິດ​ຂອງ​ເຮົາ​ເພີ່ມ​ຂຶ້ນ​.

ໂດຍ​ທົ່ວ​ໄປ​ແລ້ວ Real GDP ຈະຫຼຸດ Nominal GDP.

ການ​ຄິດ​ໄລ່​ເຮົາ​ກໍ​ເອົາ ຈຳ​ນວນ​ການ​ຜະ​ລິດ​ທັງ​ໝົດ​ມາຄູນ​ໃຫ້​ລາ​ຄາ​ໃນ​ປີ​ຖານ.

GDP Deflector

ຫຼື ເອີ້ນໃນ​ພາ​ສາ​ລາວ ແມ່ນ​ຕົວ​ປັບ​ລາ​ຄາ ເຊິ່ງ​ຕົວ​ເລກ GDP deflector ແມ່ນ​ໄດ້​ຈາກ​ການ​ເອົາ ສ່ວນ​ຕ່າງ​ລະ​ຫວ່າງ GDP ລາ​ຄາ​ໃນ​ປີ ແລະ GDP ລາ​ຄາ​ຄົງ​ທີ (ຕາມ​ປີ​ຖານ) ມາ​ລົບ​ກັນ.

ສູດ​ຄິດ​ໄລ່:

GDP Deflector: (Nominal GDP / Real GDP) * 100

GDP ​ຕາມ​ລາ​ຄາປີ​ຖານ ແລະ GDP ລາ​ຄາ​ຕາມ​ປ​ີ ມີ​ຄວາມ​ແຕກ​ຕ່າງ​ກັນ​ແນວ​ໃດ?

ຕາມ​ປົກ​ກະ​ຕິ​ແລ້ວ​ກາ​ນ​ໄລ່ GDP ຈະ​ໄລ່​ອີງ​ຕາມ​ລາ​ຄາ​ໃນ​ປີ ແລະ ລາ​ຄາ​ຕາມ​ປີ​ຖານ ເພື່ອ​ຈຸດ​ປະ​ສົງ​ທີ່​ແຕກ​ຕ່າງ​ກັນ​ຄື:

  • ການ​ໄລ່ GDP ທີ່​ອີງ​ຕາມ​ປີ​ຖານ ຫຼື ຕາມ​ລາ​ຄາ​ຄົງ​ທີ່ນັ້ນ ກໍ​ເພື່ອ​ຢາ​ກ​ເຫັນ ຫຼື ຢາກ​ວັດ​ແທກ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ແທ້​ຈິງ ໂດຍ​ເຮົາ​ຈະ​ໄດ້​ເຫັນ​ວ່າ ປະ​ລິ​ມານ​ການ​ຜະ​ລິດ​ຂອງ​ເຮົາ​ເພີ່ມ​ຂຶ້ນຫຼາຍ​ເທົ່າ​ໃດຈາກ​ປີ​ກ່ອນ​ໜ້ານີ້ ໂດຍ​ທີ່​ເຮົາ​ບໍ່​ໄດ້​ເອົາ​ລາ​ຄາ​ມາ​ເປັນ​ໂຕ​ອ້າງ​ອີງ (ຕັດ​ດ້ານ​ລາ​ຄາ​ອອກ​ໄປ) ເຊິ່ງ​ລາ​ຄາ​ຂອງ​ຜົນ​ຜະ​ລິດ​ທີ່​ເຮົາ​ໄດ້​ມາ​ນັ້ນ​ແມ່ນ​ເປັນ​ລາ​ຄາ​ທີ່ບໍ່​ໄດ້​ມີ​ການ​ປ່ຽນ​ແປງ. ການ​ຄິດ​ໄລ່ Real GDP ປະ​ຈຳ​ປີ 2017 ນັ້ນ​ແມ່ນໄດ້​ອີງ​ຕາມ​ລາ​ຄາ​ຕາມ​ປີ​ຖານ 2012.
  • ແຕກ​ຕ່າງ​ຈາກ​ການ​ໄລ່ GDP ທີ່​ອີງ​ຕາມ​ລາ​ຄາ​ປີ​ປະ​ຈຸ​ບັນ ການ​ຄິດ​ໄລ່​ຕາມ​ລາ​ຄາຍີ້​ແມ່ນ​ເພື່ອ​ຢາກວັດ​ແທກ​ໃຫ້​ເຫັນ​ການ​ເຕີບ​ໂຕ​ ຫຼື ການ​ປ່ຽນ​ແປງ​ໃນ​ດ້ານ​ປະ​ລິ​ມານ ແລະ ທາງ​ດ້ານ​ລາ​ຄາ ໂດຍ​ເຮົາ​ຈະ​ເຫັນ​ໄດ້​ວ່າ ມູນ​ຄ່າ​ເສດ​ຖະ​ກິດ​ທີ່​ເກີດ​ຂຶ້ນ​ໃນ​ປີນັ້ນ​ມີ​ເທົ່າ​ໃດ. ການ​ຄິດ​ໄລ່​ທີ່​ກ່ຽວ​ພັນ​ກັບ GDP ລາ​ຄາ​ໃນ​ປີ​ແມ່ນ​ເຮົາ​ສາ​ມາດ​ຄິດ​ໄລ່ GDP per capita ຫຼື ມູນ​ຄ່າ​ລວມຍອດ​ຜະ​ລິ​ຕະ​ພັນຕໍ່​ຫົວ​ຄົນ ແລະ ໂຄງ​ປະ​ກອບ​ຂອງ​ເສດ​ຖະ​ກິດ.

ໄລ​ຍະ​ເວ​ລາ​ການ​ເຜີຍ​ແຜ່ GDP

ເດືອ​ນ 1-2:

  • ສັງ​ລວມ​ຂໍ້​ມູນ​ຈາກ​ຂະ​ແໜງ​ການ
  • ເກັບ​ກຳ​ຂໍ້​ມູນ​ກັບ​ບໍ​ລິ​ສັດ
  • ວິ​ໄຈ​ຂໍ້​ມູນ​ຈາກ​ການ​ສຳຫຼວດ

ເດືອນ 3:

  • GDP ຂາດ​ຕົວ​ປີ 2017
  • GDP ຄາດ​ຄະ​ເນ​ເບື້ອງ​ຕົນ​ປີ 2018

ເດືອ​ນ 6-8:

  • ວິ​ເຄາະ​ຂໍ້​ມູນ​ຈາກ​ການ​ສຳຫຼວດ​ວິ​ສາ​ຫະ​ກິດ​ປະ​ຈຳ​ປີ
  • ເກັບ​ກຳ​ຂໍ້​ມູນ​ຈາກ​ຂະ​ແໜງ​ການ

ເດືອນ 8:

  • ຄາດ​ຄະ​ເນ GDP ການ​ຈັດ​ຕັ້ງ​ປະ​ຕິ​ບັດ ປີ 2018 (ຕ​ີ​ລ​າ​ຄາ​ຈາ​ກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 6ເດືອນ)

ເດືອນ 9-10:

  • ລົງ​ຕິດ​ຕາມ​ບາງ​ບໍ​ລິ​ສັດ​ຕົ້ນ​ຕໍ
  • ສ້າງ​ຕາ​ຕະ​ລາງ​ດຸນ​ດ່ຽງການ​ຜະ​ລິດ ແລະ ການ​ນຳ​ໃຊ້
  • ວິ​ເຄາະ​ຂໍ້​ມູນ​ທັງ​ໝົ​ດ

ເດືອນ 12:

  • GDP ໃນ​ແງ່​ການ​ໃຊ້​ຈ່າຍ

ຄວາມ​ແຕກ​ຕ່າງ​ລະ​ຫວ່າງ GDP ແລະ GNI

Gross National Income ລວມຍອດ​ລາຍ​ຮັບ​ແຫ່ງ​ຊາດ ເປັນ​ເຄື່ອງ​ມື​ໃຊ້​ເພື່ອ​ຄິດ​ໄລ່​ໃຫ້​ຮູ້​ວ່າ ລາຍ​ຮັບ​ຂອງ​ປະ​ເທດນັ້ນ​ມີ​ເທົ່າ​ໃດ (ແບບ pure) ເຊິ່ງ​ໄດ້​ລວມ​ເອົາ​ມູນ​ຄ່າ​ສິນ​ຄ້າ​ທີ່​ຜະ​ລິດ ແລະ ລາຍ​​ຮັບຂອງ​ປະ​ຊາ​ຊົນ​ເຂົ້າ​ໄປ​ນຳ ແຕ່​ວ່າ ເອົາ​ແຕ່​ສະ​ເພາະ​ຄົນ​ຂອງ​ປະ​ເທດນັ້ນ (ສັນ​ຊາດນັ້ນ) ເຊິ່ງ​ລາຍ​ໄດ້​ຂອງ​ຄົນ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ ແລະ ມີ​ລາຍ​ຮັບ​ຢູ່​ປະ​ເທດນັ້ນ ຈະ​ບໍ່​ໄດ້​ເອົາ​ເຂົ້າ​ມາ​ໄລ່​ນຳ.

ໂດຍ​ການ​ປະ​ເມີນ​ຈາກ ມູນ​ຄ່າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ຢູ່​ພາຍ​ໃນ​ລະ​ບົບ​ເສດ​ຖະ​ກິດ ບວກ​ໃຫ້ ລາຍ​ຮັບ​ຂັ້ນ​ຕົ້ນ (ຄ່າ​ແຮງ​ງານ ແລະ ຜົນ​ກຳ​ໄລ) ທີ່​ໄດ້​ຈາກ​ຕ່າງ​ປະ​ເທດສຸດ​ທິ (ລາຍ​ຮັບ​ທີ່​ໄດ້​ຈາກ​ຄົນ​ລາວ​ໄປ​ເຮັດ​ວຽກ ຫຼື ສ້າງ​ລາຍ​ຮັບ​ຢູ່​ຕ່າງ​ປະ​ເທດ).

ເຊິ່ງວ່າ ການ​ຄິດ​ໄລ່ GDP ເພື່ອ​ໃຫ້​ເຮົ​າ​ເຫັນ​ວ່າ ປະ​ເທດນັ້ນ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ເສດ​ຖະ​ກິດຫຼາຍ​ສ່ຳ​ໃດ ແຕ່ GNI ເປັນ​ການ​ວັດ​ແທກ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ຂອງ​ພົນ​ລະ​ເມືອງ​ໃນ​ປະ​ເທດນັ້ນໆ.

ການ​ຄິດ​ໄລ່​ແມ່ນ​ຈະ​ໄລ່​ເປັນ​ສະ​ກຸນ​ຕ່າງ​ປະ​ເທດ (ໂດ​ລາ) ເພື່ອ​ສົມ​ທຽບ​ລະ​ຫວ່າງ​ປະ​ເທດ ໂດຍ​ຈະ​ສະ​ແດງ​ໃຫ້​ເຫັນ​ສ່ວນ​ຕ່າງ​ຂອງ​ການ​ໃຊ້​ຈ່າຍ​ລະ​ຫວ່າງ​ປະ​ເທດ.

ສູດ​ການ​ຄິດ​ໄລ່:

ລວມຍອດ​ລາຍ​ຮັບ​ແຫ່ງ​ຊາດ (GNI) = ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) + ຄ່າ​ແຮງ​ງານ​ເງິນ​ເດືອນ​ຄົນ​ລາວ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ລາຍ​ຮັບ​ທາງ​ຊັບ​ສິນ​ຈາກ​ຕ່າງ​ປະ​ເທດ ແລະ ພາ​ສີ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ຈາກ​ຕ່າງ​ປະ​ເທດ – ຄ່າ​ແຮງ​ງານ​ເງິນ​ເດືອນ​ຄົນ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ລາວ, ລາຍ​ຮັບ​ທາງ​ຊັບ​ສິນ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ແລະ ພາ​ສີ​ຜະ​ລິດ​ຕະ​ພັນ​ຈ່າຍ​ໃຫ້​ຕ່າງ​ປະ​ເທດ

GNI = GDP + net(primary) income from aboard