ເຊີນ​ເຂົ້າ​ຮ່ວມ​ງານ GDG DevFest Vientiane 2014

ເຮົາ​ຂໍ​ເຊີນ​ຊວນ​ທຸກໆ​ເຂົ້າ​ຮ່ວມ​ງານ GDG DevFest Vientiane 2014 ງານ​ສຳ​ມະ​ນາ​ກ່ຽວ​ກັບ​ໄອ​ທີ​ທີ່​ໃຫຍ່​ທີ​ສຸດ​ໃນ​ປະ​ເທດ​ລາວ ຈັດ​ໂດຍ GDG Vientiane (Google Developer Group Vientiane) ໃນ​ວັນ​ທີ 19 ຕຸ​ລາ 204 ເວ​ລາ 8:30 ຫາ 18:00 ຢູ່​ທີ ສະ​ໂມ​ສອນ​ໃຫ​ຍ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ.

ງານນີ້​ແມ່ນ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2013 ຜ່ານ​ມາ ແລະ ໄດ້​ຮັບ​ສຽງ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຈາກ​ຄົນ​ໃນ​ວົງ​ການ​ໄອ​ທີ ແລະ ບໍ່​ໄອ​ທີ.

​ງານ GDG DevFest ແມ່ນ​ຫຍັງ?

GDG DevFest ເປັນ​ງານ​ສຳ​ມະ​ນາ​ທີ່​ເປີດໂອ​ກາດ​ໃຫ້​ນັກ​ພັດ​ທະ​ນາ​ໃນ​ວຍກ​ງານ​ດ້ານ​ໄອ​ທີ ຜູ້​ທີ່​ສົນ​ໃຈ​ໃນ​ເທັກ​ໂນ​ໂລ​ຢີຂອງ Google ບໍ່​ວ່າ​ຈະ​ເປັນ​ລ​ະ​ບົບ​ປະ​ຕິ​ບັດ​ການ Android, Google Services, HTML5, Chrome, Google ແລະ ອື່ນໆ. ທ່ານ​ຈະ​ໄດ້​ຮັບ​ການ​ບັນ​ຍາຍ​ເທັກ​ໂນ​ໂລ​ຢີ​ຕ່າງໆ​ຂອງ Google ຈາກວິ​ທະ​ຍາ​ກອນ​ທີ່​ມີ​ປະ​ສົບ​ການ​ໃນ​ການ​ພັດ​ທະ​ນາ​ກ່ຍວ​ກັບ​ເທັກ​ໂນ​ໂລ​ຢີ​ຕ່າງໆ​ຂອງ Google ໂດຍ​ກົງ ແລະ ໂຕ​ແທນ​ຈາກ​ກຸ່ມ GDG (Google Developer Group) ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

GDG-Defest-Vientiane-2014-3

ງານ GDG DevFest Vientiane ແມ່ນ​ງານ​ທີ່​ຈັດ​ຂຶ້ນ​ໂດຍ​ກຸ່ມ GDG Vientiane (Google Developer Group Vientiane) ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຫຼັກ​ຈາກ Google ໃນ​ການ​ຈັດ​ງານ​ສຳ​ມ​ະ​ນາ​ຄັ້ງ​ນີ້​ຂຶ້ນ​ເປັນ​ຄັ້ງ​ທີ​ສອງ​ໃນ​ປະ​ເທດ​ລາວ​ເຊິ່ງ​ຈະ​ມີ​ວິ​ທະ​ຍາ​ກອນ​ຈາກ Google ມາ​ໃຫ້​ຄວາມ​ຮູ້​ແກ່​ຜູ້​ທີ​ສົນ​ໃຈ​ໃນ​ເທັກ​ໂນ​ໂລ​ຢີ​ຂອງ Google. ງານ​ຂອງ​ພວກ​ເຮົາ​ແມ່ນ​ເປີດ​ໃຫ້​ເຂົ້າ​ຮ່ວ​ມ​ຟ​ຣີ.

GDG-Defest-Vientiane-2013-1 GDG-Defest-Vientiane-2013-2

ພາຍ​ໃນ​ງານ​ດັ່ງ​ກ່າວ​ທານ​ຈະ​ໄດ້​ຮັບ​ຟັງ​ເລື່ອງ​ເທັກ​ໂນ​ໂລຢີ​ໃໝ່​ຈາກ Google ພ້ອມ​ການ​ບັນ​ຍາຍ​ຈາກວິ​ທະ​ຍາກອ​ນ​ທີ່​ມີ​ປະ​ສົບ​ການ​ໃນ​ການ​ພັດ​ທະ​ນາ​ກ່ຍວ​ກັບ​ເທັກ​ໂນ​ໂລ​ຢີ​ຕ່າງ​ໆ​ຂອງ Google ເຊິ່ງ​ຈະ​ມາ​ໃຫ້​ຄວາມ​ຮູ້, ການ​ນຳ​ໃຊ້​ເຄື່ອງ​ມື ແລະ ເທັກ​ໂນ​​ໂລ​ຢີ​ຕ່າງໆ​ຂອງ Google ທີ່ຫຼາກຫຼາຍ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຕໍ່​ວຽກ​ງານ​ໄອ​ທີ ແລະ ໃນ​ປີນີ້​ພິ​ເສດ​ເຮົາ​ຈະ​ມີ​ການ​ຈັດ​ກິດ​ຈະ​ກຳ​ໃນ​ການ​ຂຽນ​ໂປ​ຣ​ແກມ​ໃສ່​ໃນ​ອຸ​ປະ​ກອນ​ພົກ​ພາ​ອັດ​ສະ​ລິ​ຍະ​ທີ່​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Android Wear ພາຍ​ໃນ​ເວ​ລາ 230 ນາ​ທີ ແລະ ຍັງ​ມີ​ການ​ເຮັດ​ກິດ​ຈະ​ກຳ​ໃນ​ການ​ສ້າງ​ສິ່ງ​ທີ່​ເປັນ​ຕົ້ນ​ແບບ​ໂປ​ຣ​ແກມ (Prototype) ຂອງ​ອຸ​ປະ​ກອນ​ທີ່​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Android Wear ນຳ​ອີກ ເຊິ່ງ​ໃນ​ງານ GDG DevFest Vientiane 2014 ຄັ້ງ​ທີ​ສອງນີ້​ທ່ານ​ຈະ​ໄດ້​ພົບ​ກັບ​ຫົວ​ຂໍ້​ຕ່າງໆ​ທີ​ໜ້າ​ສົນ​ໃຈ​ດັ່ງ​ນີ້:

  • Android L
  • Android Wear
  • Android SDK
  • Chromecast
  • Cloud Storage
  • Google Services
  • HTML 5
  • Barcamp (ຟັງ ແລະ ສົນ​ທະ​ນາ ກ່ຍວ​ກັບ​ເທັກ​ໂນ​ໂລ​ຢີ​ຕ່າງໆ​ຂອງ Google)
  • Design Sprint (ສ້າງ​ສິ່ງ​ທີ່​ເປັນ​ຕົ້ນ​ແບບ​ໂປ​ຣ​ແກມ (Prototype))
  • Hackathon (ຂຽນ​ໂປ​ຣ​ແກມ​ແບບ​ມາ​ລະ​ທອນ)

GDG-Defest-Vientiane-2014-agenda

 

ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ໄດ້​ທີນີ້

ເຂົ້າ​ຮ່ວມ​ເຂົ້າ​ຮ່ວມ​ງານ​ຟ​ຣີ

ງານ GDG DevFest Vientiane 2014 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ຕຸ​ລາ 2014 ເວ​ລາ 8:300 ຫາ 18:00

ສະ​ຖານ​ທີ​ຈັດ​ຢູ່ ສ​ະ​ໂມ​ສອນ​ໃຫຍ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ