ຟຼີລາຍເຊັນເກມ Sky Gamblers: Storm Raiders ສຳລັບ iPhone, iPad

ຫ່າງຫາຍກັນໄປດົນເລີຍເນາະທີ່ບໍ່ໄດ້ຂຽນຫຍັງລົງໃນເວັບເລີຍແຕ່ທຸກຄັ້ງທີ່ຂຽນລົງກໍ່ເປັນບົດຄວາມທີ່ອັດແໜ້ນໄປດ້ວຍເນື້ອຫາທີ່ມາສະລະທັງນັ້ນເລີຍ ມາເທື່ອນີ້ກໍເຊັນກັນເຊິ່ງວ່າທາງເວັບໄຊ IGN ເພິ່ນໄດ້ແຈກລາຍເຊັນເກມ Sky Gamblers: Storm Raiders ໃນຊ່ວງແຈກເກມປະຈຳເດືອນຂອງເວັບໄຊເພິ່ນເຊິ່ງ ວ່າມັນຈະມີຂໍ້ຈຳກັດຢູ່ບ່ອນວ່າມີ ແຕ່ປະເທດທີ່ຢູ່ຂ້າງລຸ່ມນີ້ເທົ່ານັ້ນທີ່ສາມາດຂໍລາຍເຊັນເກມໄດ້ແຕ່ວ່າເຮົາສາມາດເອົາລາຍເຊັນໄດ້ດ້ວຍການໃຊ້ບໍລິການ VPN ເຊັ່ນ: Hotspot Shield ເພື່ອເອົາລາຍເຊັ່ນດັ່ງກ່າວ ແລະ ນອກນັ້ນເມື່ອເຮົາໄດ້ລາຍເຊັນແລ້ວເຮົາຍັງ ຕ້ອງມາລົງທະບຽນລາຍເຊັນຂອງເຮົາໃນບັນຊີ Apple ID ເຊິ່ງວ່າ Apple ID ຂອງເຮົານັ້ນຈະຕ້ອງຂຶ້ນກັບປະເທດ ທີ່ຢູ່ຂ້າງລຸ່ມນຳອີກດ້ວຍ. ເຊິ່ງວ່າຫາກໃຜຍັງບໍ່ເຂົ້າໃຈໃຫ້ຄວາມເຫັນໄວ້ທີ່ທ້າຍບົດຄວາມແລ້ວຈະຕອບກັບໄວ ເທົ່າທີຈະໄວໄດ້. ລາຍເຊັນດັ່ງກ່າວຈະໝົດເຂດວັນທີ 10 ມີນາ 2014.

ປະເທດທີ່ສາມາດເອົາລາຍເຊັນໄດ້: United States, Algeria, Armenia, Australia, Austria, Bahrain, Belarus, Belgium, Canada, Chad, Denmark, Egypt, Finland, France, Germany, Hong Kong, Indonesia, Ireland, Italy, Jordan, Kazakhstan, Kuwait, Lebanon, Luxembourg, Malaysia, Netherlands, New Zealand, Norway, Oman, Philippines, Portugal, Qatar, Russia, Saudi Arabia, Singapore, Spain, Sweden, Switzerland, Taiwan, Thailand, Tunisia, Ukraine, United Kingdom, Vietnam.

ກົດບ່ອນ GET MY CODE

ຫຼັງຈາກນັ້ນເຮົາກໍ່ໄດ້ລາຍເຊັນເກມເພື່ອເອົາໄປລົງທະບຽນຕໍ່ທີ່ Apple ID