ຟີຣລາຍ​ເຊັນ​ເກມ The Walking Dead: The Game Season 2

ເກມ The Walking Dead: The Game Season 2 ແມ່ນ​ເກມ​ທີ​ໄດ້​ແຮງ​ບັນ​ດານ​ໃຈ​ມາ​ຈາກ​ໜັງ​ເລື່ອງ The Walking Dead ໜັງ​ຍອກດນິ​ຍົມ​ທີ່​ສາຍ​ໃນ​ຊ່ອງ HBO ເປັນ​ໜັງ​ທີ່​ເວົ້າ​ເລື່ອງ​ລາວ​ຂອງ​ຄົນ​ກຸ່ມ​ໜຶ່ງ​ທີ່​ພະ​ຍາ​ຍາມເອົາ​ຊີ​ວິດລອກດຈາກ​ພວກ​ຊ໋ອມບີ້ ເນື່ອງ​ຈາກວ່າ​ໄດ້​ຮັບ​ຜົນ​ຕອບ​ຮັບ​​ຂອງ​ໜັງດີຫຼາຍ​ຈຶ່ງ​ເຮັດ​ໃຫ້​ມີ​ການ​ນຳ​ເອົາ​ມາ​ສ້າງ​ເປັນ​ເກມ​ໃຫ້ຫຼິ້ນ​ກັນ ຍິ່ງ​ເຮັດ​ໃຫ້​ອາ​ລົມ​ເຮົາ​ອິນ​ໄປ​ກັບ​ເລື່ອງ​ລາວ​ຂຶ້ນ​ຕື່ມ​ອີກ.

ທາງ​ເວັບ​ໄຊ​ຂ່າວ​ເກມ​ຊື່​ດັງ IGN ໄດ້​ແຈກ​ລາຍ​ເຊັນ​ເກມ The Walking Dead: The Game Season 2 ນີ້​ສຳ​ລັບ​ລະ​ບົບ​ປະ​ຕິ​ບັດ​ການ iOS ໄດ້​ແກ່: iPhone, iPad ແລະ iPod. ເກມ​ດັ່ງ​ກ່າວ​ແມ່ນ​ລາຄາປົກກກະຕິຂອງເກມນີ້ໃນ Apple Store ແມ່ນຢູ່ທີ 4.99 ໂດ​ລາ​ສະ​ຫະ​ລັດ.

ໃຜ​ທີ່​ສົນ​ໃຈ​ສາ​ມາດ​ເຂົ້າ​ໄປ​ເອົາ​ລາຍ​ເຊັນ​ໄດ້​ທີ IGN ແນະ​ນຳ​ໃຫ້​ໃຊ້ VPN ຫຼື Tor ເຫດ​ຜົນ​ແມ່ນ​​ຢູ່ຂ້າງ​ລຸ່ມ

ຮອງ​ຮັບ  iOS 6.0 ຂຶ້ນ​ໄປ ແລະ ຕ້ອງ​ເປັນ iPhone 4, iPhone 4S, iPhone 5, iPhone 5c, iPhone 5s, iPad ແລະ iPod touch.

ໝາຍ​ເຫດ:ປະ​ເທດ​ທີ່​ເອົາ​ລາຍ​ເຊັນ​ໄດ້​ແມ່ນ​ມີ United States, Algeria, Armenia, Australia, Austria, Bahrain, Belarus, Belgium, Canada, Chad, Denmark, Egypt, Finland, France, Germany, Hong Kong, Indonesia, Ireland, Italy, Jordan, Kazakhstan, Kuwait, Lebanon, Luxembourg, Malaysia, Netherlands, New Zealand, Norway, Oman, Philippines, Portugal, Qatar, Russia, Saudi Arabia, Singapore, Spain, Sweden, Switzerland, Taiwan, Thailand, Tunisia, Ukraine, United Kingdom, Vietnam.

free-license-the-walking-dead-the-game-season-2

free-license-the-walking-dead-the-game-season-2-1

free-license-the-walking-dead-the-game-season-2-2