ຟຼີລາຍເຊັນແອ໋ບ BitDefender Antivirus ສຳລັບ Android 6 ເດືອນ

ຫຼັງ​ຈາກ​ທີ່​ໂປ​ໂມ​ຊັນ​ແຈກລາຍ​ເຊັນ BitDefender Antivirus ສຳ​ລັບ Android ອາ​ຍຸ​ການ​ໃຊ້​ງານ 1 ປີ ໄປ​ແລ້ວນັ້ນ​ສຳ​ລັບ​ຜູ້​ໃດ​ທີ່​ພາດ​ໂອ​ກາດນັ້ນ​ໄປ​ກະ​ຢ່າ​ຟ້າວ​ເສຍ​ດາຍເພາະ​ວ່າ​ໂປ​​ໂມ​ຊັນ​ໃໝ່​ເພິ່ນ​ມາ​ອີກ​ແລ້ວ​ແຕ່​ວ່າ​ເທື່ອນີ້​ອາ​ຍຸ​ການ​ໃຊ້​ງານ​ຂອງ​ລາຍ​ເຊັນ​ທີ່​ໃຫ້​ມານັ້ນ​ແມ​່ນ 6 ເດືອນ ແລະ ເວ​ລາ​ກໍ​ມີ​ຈຳ​ກັດ​ອີກ ເຫຼືອ​ພຽງ​ແຕ່ 75 ຊົ່ວ​ໂມງ​ເທົ່າ​ນັ້ນ​ນະ​ເວ​ລາ​ທີ່​ກຳ​ລັງ​ຂຽນ​ບົດ​ຄວາມນີ້​ຢູ່.

ໃຜ​ທີ່​ສົນ​ໃຈ​ຢາກ​ລອງ​ໃຊ້​ແອນ​ຕີ້​ໄວ​ຣັດ​ທີ່​ມີ​ລະ​ບົບ​ປອດ​ໄພ​ແບບ​ຄົບ​ຖ້ວນ​ກະ​ສາ​ມາດ​ເຂົ້າ​ໄປ​ເອົາ​ລາຍ​ເຊັນ​ໄດ້​ທີ່​ໜ້ານີ້​ເລີຍ BitDefender Antivirus

BitDefender-antivirus-for-android-6-months-getting-license-from-website

ຫຼັງ​ຈາກ​ທີ່​ເຮົາ​ກອບ​ຂໍ້​ມູນ ແລະ​ ກົດ Get Free License ແລ້ວ​ໃຫ້​ໄປ​ກວດ​ເມວ​ຕອບ​ກັບ​ມາ​ພ້ອມ​ກັບ​ລາຍ​ເຊັນ​ໄດ້​ເລີຍ, ຖ້າ​ຫາກ​ຍັງ​ບໍ່​ທັນ​ໄດ້​ຮັບ​ເທື່ອ​ແມ່ນ​ລອງ​ໃຫ້​ໄປ​ເຂົ້າ​ເບິ່ງ​ກ່ອງ​ຂໍ້​ຄວາມ​ທີ່​ເປັນ​ສະ​ແປມ​ລອງ​ເບິ່ງ.

BitDefender-antivirus-for-android-6-months-getting-license-from-email

ເມື່ອ​ເຮົາ​ໄດ້​ລາຍ​ເຊັນ​ແລ້ວ​ແມ່ນ​ໃຫ້​ເຮົາ​ດາວ​ໂຫຼດ​ແອ໋ບ BitDefender Antivirus ໄດ້​ທີ່ Play Store ແລະ ລົງ​ທະ​ບຽນ​ເປີດ​ໃຊ້​ລາຍ​ເຊັນ​ທີ່​ໄດ້​ມາ​ກໍ​ເປັນ​ອັນ​ສຳ​ເລັດ.