ຟີ​ຣລາຍ​ເຊັນ​ເກມ Deus Ex: The Fall ສຳ​ລັບ iPhone, iPad ແລະ iPod Touch

Deus Ex: The Fall ເປັນ​ເກມ​ແນວ​ຍິງ​ກັນ​ມັນ​ລະ​ເບີດ​ຈາກ​ຄ້າຍ​ເກມ SQUARE ENIX INC ເກມ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ສຳ​ນັກ​ຂ່າວ​ເກມ​ດັ່ງໆຫຼາຍ​ເຈົ້າ​ເລີຍ​ວ່າ​ເປັນ​ເກມ​ທີ່​ນັກຫຼິ້ນ​ເກມບໍ່​ຄວນ​ພາດ, ໂດຍ​ມີ​ຜົນ​ງານ​ຄ້ຳ​ປະ​ກັນ​ຄືເປັນ​ໜຶ່ງ​ໃນ​ເຈັດ​ເກມ​ຂອງ​ເກມ​ທີ່​ດີ​ທີ​ສຸດ​ໃນ​ລະ​ບົບ IOS ໃນ​ງານ E3 ປີ 2013.

ສຳ​ລັບ​ໃຜ​ຄັນ​ໄມ້​ຄັນ​ມື​ຢາກຫຼິ້ນ​ເກມນີ້​ແມ່ນ​ສາ​ມາດ​ເອົາ​ລາຍ​ເຊັນ​ເກມນີ້​ໄດ້​ຟ​ີຣຈາກ​ເວັບ​ໄຊ​ຂ່າວ​ກ່ຽວ​ກັບ​ເກມ​ຊື່​ດັງ IGN ໂດຍ​ເງື່ອນ​ໄຂ​ງ່າຍໆ​ຄື​ຖ້າ​ໃຜ​ມາ​ກ່ອນ​ໄດ້​ກ່ອນ​ມາ​ຊ້າ​ອົດ. ໃຜ​ຢາກ​ໄດ້​ແມ່ນ​ໃຫ້​ເຂົ້າ​ໄປ​ເອົາ​ຕາມ​ລິ້ງນີ້ IGN Giveaway , ເກມນີ້​ຂາຍ​ຢູ່​ໃນ App Store ແມ່ນ​ລາ​ຄາ $6.99.

ຂໍ້​ຄວນ​ອ່ານ:

  • ແນະ​ນຳ​ໃຫ້​ໃຊ້ Tor ຫຼື HostspotSheild VPN ແລ້ວ​ເຂົ້າ​ໄປ​ລິ້ງ​ດັ່ງ​ກ່າວ, ເນື່ອງ​ຈາກວ່າ​ປະ​ເທດ​ເຮົາ​ແມ່ນບໍ່​ຢູ່​ໃນ​ປະ​ເທດ​ທີ່​ຮອງ​ຮັບ​ໃນ​ການ​ແຈກ​ລາຍ​ເຊັນ​ຂອງ​ເວັບ​ໄຊ​ດັ່ງ​ກ່າວ
  • ເມື່ອ​ໄດ້​ລາຍ​ເຊັນ​ແລ້ວ​ແມ່ນ​ໃຫ້​ໃຊ້​ລາຍ​ເຊັນ​ກັບ​ບັນ​ຊີ​ທີ່​ຢູ່​ໃນ​ຂອບ​ເຂດ​ປະ​ເທດ​ລຸ່ມນີ້: United States, Algeria, Armenia, Australia, Austria, Bahrain, Belarus, Belgium, Canada, Chad, Denmark, Egypt, Finland, France, Germany, Hong Kong, Indonesia, Ireland, Italy, Jordan, Kazakhstan, Kuwait, Lebanon, Luxembourg, Malaysia, Netherlands, New Zealand, Norway, Oman, Philippines, Portugal, Qatar, Russia, Saudi Arabia, Singapore, Spain, Sweden, Switzerland, Taiwan, Thailand, Tunisia, Ukraine, United Kingdom, Vietnam.
  • ຟາຍຫຼັງ​ການ​ຕິດ​ຕັ້ງ​ຂອງ​ເກມນີ້​ແມ່ນ 1.6 GB

free-deus-ex-the-fall-license-for-iphone-ipad-and-ipod-touch-on-page

free-deus-ex-the-fall-license-for-iphone-ipad-and-ipod-touch-after-clic-get-code

free-deus-ex-the-fall-license-for-iphone-ipad-and-ipod-touch-after-redeem-code-on-itune