ຟຼີລາຍເຊັນ 1 ປີສຳລັບໂປແກມ ESET Mobile Security

ດົນໆຈຶ່ງມີເທື່ອໜຶ່ງເນາະກັບການແຈກລາຍເຊັນໃຫ້ໃຊ້ກັນແບບດົນໜິ ແລະ ມັນມັກຈະໝົດກຳນົດໄວອີກດ້ວຍ ເພາະສະນັ້ນໃຜມາກ່ອນໄດ້ກ່ອນ. ເນື່ອງຈາກໂອກາດພິເສດບາງຢ່າງທາງ ESET ໄດ້ແຈກລາຍເຊັນໂປແກມ
ESET Mobile Security ສຳລັບລະບົບປະຕິບັດການ Android, Windows phone ແລະ Symbian ໄລຍະເວລາ 1 ປີ.

ວິທີເອົາລາຍເຊັນກະງ່າຍແສນງ່າຍພຽງແຕ່ເຂົ້າໄປໜ້າທີ່ເພິ່ນແຈກ ESET ກົດ “Free Donwload” ທີ່ເຊິ່ງກັບໂຕ ຜະລິດຕະຜັນຂອງ ESET Mobile Security ຫຼັງຈາກກົດແລ້ວເຮົາກໍຈະເຫັນໜ້າຕ່າງໃໝ່ຂຶ້ນມາໃຫ້ເຮົາກອບຂໍ້ມູນ ແລະ ລໍຖ້າເອົາລາຍເຊັນຂອງທ່ານເຊິ່ງລາຍເຊັນຈະຖືກສົ່ງໄປຫາອີເມວລຂອງທ່ານທີ່ກອບໄວ້ນັ້ນ.

ໝາຍເຫດ: ຖ້າຫາກວ່າມັນເກີດຄວາມຜິດພາດຫຼັງຈາກທ່ານໄດ້ກອບຂໍ້ມູນໄປແລ້ວນັ້ນໃຫ້ທ່ານ Reload ໜ້ານັ້ນ ໃໝ່ ແລະ ລອງອີກຄັ້ງ.