ເກມທວາຍຄຳ​ສັບ fishing blow

Fishing blow ເປັນເກມທວາຍຄຳສັບທີ່ເໝາະຫຼາຍສຳລັບການຂ້າເວລາ ແລະ ແຮງມ່ວນຫຼາຍຂຶ້ນຖ້າຫຼິ້ນຫຼາຍໆຄົນ. ວິທີການຫຼິ້ນຂອງເກມນີ້ມີດັ່ງນີ້:

  1. ໃຫ້ຜູ້ຫຼິ້ນເກມແຕ່ລະຄົນນັ່ງອ້ອມກັນເປັນວົງມົນ.
  2. ໃຫ້ຜູ້ນຳເກມເລືອກເອົາຕົວອັກສອນໜຶ່ງມາ ເຊັ່ນ: ໂຕ “D” ຫຼັງຈາກນັ້ນໃຫ້ຜູ້ຫຼິ້ນເກມຂຽນຄຳສັບທີ່ຂຶ້ນຕົ້ນດ້ວຍໂຕອັກສອນນັ້ນມາ 3 ຄຳໂດຍແຕ່ລະຄຳບໍ່ໃຫ້ຊ້ຳກັນ ແລະ ຈະຕ້ອງບໍ່ໃຫ້ຜູ້ຫຼິ້ນຄົນອື່ນເຫັນຄຳທີ່ເຮົາຂຽນ.
  3. ຕໍ່ມາໃຫ້ແຕ່ລະຄົນກໍ້ຄຳສັບຂອງຕົນແລ້ວປ່ອນໃສ່ໂຖ.
  4. ແບ່ງທີມອອກເປັນ 2 ທີມ.
  5. ເລືອກເອົາທີມໃດທີມໜຶ່ງເປັນຜູ້ເລີ່ມກ່ອນ.
  6. ໃນແຕ່ຮອບຈະມີເວລາໃຫ້ຜູ້ທີ່ເປັນຄົນໃບ້ນັ້ນ 1 ນາທີ ແລ້ວໃຫ້ທີມຂອງຕົນທວາຍຄຳສັບ.
  7. ຖ້າຫາກວ່າຄຳສັບດັ່ງກ່າວຜູ້ໃບ້ບໍ່ໄດ້ແມ່ນສາມາດປ່ຽນເອົາຄຳສັບໃໝ່ໄດ້ 1 ຄັ້ງ. (ແຕ່ບາງຄັ້ງເພື່ອບໍ່ໃຫ້ຕຶງຄຽດເກີນໄປແມ່ນສາມາດປ່ຽນໄດ້ບໍ່ຈຳກັດ).
  8. ເກມນີ້ຈະແບ່ງເປັນ 3 ພາກໃນການໃບ້ຄື:

I. ໃບ້ຄຳສັບໂດຍການເວົ້າໂດຍບໍ່ສາມາດເວົ້າຄຳສັບທີ່ຕົນຈະໃບ້.

II. ໃບ້ຄຳສັບໂດຍການໃຊ້ທ່າທາງ.

III. ໃບ້ຄຳສັບໂດຍການເວົ້າຄຳສັບດຽວໂດຍຄຳດັ່ງກ່າວນັ້ນແມ່ນບໍ່ແມ່ນຄຳທີ່ຕົນຈະໃບ້.

9. ເມື່ອທວາຍຄຳສັບໝົດແລ້ວແມ່ນໃຫ້ປ່ຽນໄປແຕ່ລະພາກຕາມຂ້າງເທິງ.

10. ເມື່ອຈົບທັງສາມພາກແມ່ນໄລ່ຄະແນນ, 1 ຄຳສັບເທົ່າກັບ 1 ຄະແນນ.