ລອງເຮັດ​ຂະ​ໜົມ Belgian Liege Waffle ເທື່ອ​ທຳ​ອິດ

ລອງເຮັດ​ຂະ​ໜົມ Belgian Liege Waffle ເທື່ອ​ທຳ​ອິດ

ຂະ​ໜົ​ມ Waffle ຫຼື ຂະ​ໜົມ​ຮັງ​ເຜິ້ງ​ຕາມ​ພາ​ສາ​ບ້ານໆ​ເຮົາ​ເວົ້າ​ກັນ ຖື​ວ່າ​ເປັນ​ຂະ​ໜົມ​ທຳ​ອິດ​ຂອງ​ເຮົາ​ເລີຍ​ທີ່​ໄດ້​ເຮັດ​ກິນ​ເອງ​ ເພາະ​ຢູ່​ບ້ານ​ມີ​ເຄື່ອງ​ແມ່​ແບບ​ມັນ. ທຳ​ອິດ​ກະ​ຄິດ​ວ່າ​ມັນຈ​ະ​ເຮັດ​ຍາກ ແຕ່​ລະ​ເທື່ອ​ກໍ​ເລີຍ​ຊື້ແປ້ງ​ສຳ​ເລັດ​ຮູບ​ມາ​ເຮັດ​ກິນ​ເອົາ ເຖິງວ່າ​ມັນ​ຈ​ະ​ໄດ້​ຢູ່ ມັນ​ກະ​ຍັງ​ບໍ່​ສຸດ ເພາະ​ເຮົາ​ບໍ່​ສາ​ມາດ​ປັບ​ໃຫ້​ຣົດ​ຊາດ​ຖືກ​ກັບ​ຕ່ອມ​ຮັບ​ຣົດ​ເຮົາ​ໄດ້ ເພາະ​ມັນ​ຫວານ​ເກີນ​ໄປ ແລະ ແປ້ງ​ກະ​ຢາກ​ແຫ້ງໆ ບໍ່​ກອບນອກ​ນຸ້ມ​ໃນ. ຊ່ວງນີ້​ຫວ່າງ​ແຮງ​ກະ​ເລີຍ​ຫາ​ຫຍັງ​ໃໝ່ໆ​ເຮັດ​ປະ​ດັບ​ໄວ້ ກະ​ເລີຍ​ຢາກ​ອັບຝີ​ມືການ​ເຮັດ​ຂະ​ໜົມ​ຕົນ​ເອງ ແທ​ນ​ທີ່​ສິ​ເຮັດຂະ​ໜົມ​ຮັງ​ເຜິ້ງ​ທຳ​ມະ​ດາບໍ່​ເຮັດ ໂຄ້ງ​ໄປ​ເຮັດ​ຂະ​ໜົມຮັງ​ເຜິ້ງສາຍ​ດຳ Belgian Waffle ທີ່​ວ່າ​ກັນ​ວ່າ​ແຊບ​ໃນ​ສາມ​ໂລກ ແຕ່​ເຮົາ​ຈະ​ເຮັດ​ແຊບ​ໃນ​ສາມ​ໂລກບໍ່ ມາ​ເບິ່ງ​ກັນ​ເລີຍ.

ກ່ອນ​ຈ​ະ​ຮູ້​ຈັກ​ Belgian Waffle

ທຳ​ອິດ​ກະ​ຄິດ​ວ່າ ຂະ​ໜົມຮັງ​ເຜິ້ງ​ມັນ​ມີ​ແຕ່​ປະ​ເພດ​ດຽວ ແຕ່​ຄວາມ​ຄິດນັ້ນ​ກໍ​ໄດ້​ຕົກ​ໄປ ເມື່ອ​ຕອນ​ສະ​ໄໝ​ເປັນ​ບ່າວ ຕອນ​ໄປ​ເລາະ​ຕະ​ຫຼາດ​ເຊົ້າ (ລອງ​ຄິດ​ເບິ່ງວ່າ​ເປັນ​ບ່າວ ຈັກ​ປີ​ຕອນນັ້ນ) ເຫັນ​ຮ້ານເຂົ້າ​ໜົມ Belgian Waffle ມັນ​ຈະ​ຢູ່​ບ່ອນ​ສິ​ຂຶ້ນ​ຂັ້ນ​ໃດ​ເລື່ອນຊັ້ນ​ໜຶ່ງ​ດ໋ອກ ຮ້ານ​ມັນ​ປິ່ນ​ໜ້າ​ໄປ​ທາງ​ເຂົ້າ/ອອກ ຕຶກ​ເກົ່າ. ຕອນນັ້ນ​ ຍັງ​ບໍ່​ຮູ້​ວ່າ​ມັນ​ແມ່ນ​ເຂົ້າ​ໜົມຮັງ​ເຜິ້ງ Belgian Waffle ເຫັນ​ທຳ​ອິດ​ ຄິດ​ວ່າ​ເຂົ້າ​ໜົມ​ຮັງ​ເຜິ້ງ​ທຳ​ມະ​ດາ​ຕາມ​ຮ້ານ​ທີ່​ເຂົາ​ຕັ້ງ​ຂ້າງ​ທາງ ທີ່​ເຂົາ​ໃສ່​ກະ​ທິປະ​ສົມ​ກັບ​ແປ້ງ ຂ້າງ​ໃນ​ໃສ່​ເມັດ​ສາ​ລີ. ດ້ວຍ​ຄວາມ​ຢາກ​ລອງ ກະ​ຈັດ​ໄປ 2 ກ້ອນ, ກ້ອນລະ 5’000 ກີບ ຕອນນັ້ນ​ກະ ສະ​ຕັ້ນ​ໄປ​ແປບ ກ້ອນ​ລາ​ຄາ​ລະ 5’000 ກີບ ກ້ອນ​ສ່ຳ​ຝ​າ​ມືນີ້​ຕິ​ເບາະ ລາ​ຄາ​ຕອນນັ້ນ​ກະ​ຖື​ວ່າ​ຂ້ອນ​ໄປ​ທາງ​ແພງ ສຳ​ລັບ​ເດັກ​ຕາ​ດຳໆ​ນ້ອຍໆ​ຜູ່ນີ້ ລາ​ຄາ​ມັນ​ສ່ຳ​ກັບ ເຂົ້າ​ສວຍ​ຄາບ​ໜຶ່ງ​ພຸ້ນ​ນ່າ. ເມື່ອ​ໄດ້​ລອງ​ກັບ​ຈັກ​ຄຳ​ໜຶ່ງ​ແລ້ວ ຕ​່ອມ​ຮໍ​ໂມນ Dopamine ເຮັດ​ວຽກ​ທັນ​ທີ່ ຣົດ​ຊາດ​ເຄັມ​ນຳ ຫວານ​ຕາມ ພ້ອມ​ກັບ​ໃສ້​ທາງ​ໃນ ຄວາມ​ຮູ້​ສຶກ​ຕອນນັ້ນ​ແບບ​ວ່າ ຢາກ​ຊື້​ກິນ​ອີກ ແຕ່​ເມື່ອ​ເບິ່ງ​ລາ​ຄາ​ແລ້ວ ເບ​ຣກ​ເລີຍ (poor Ko T_T). ມາ​ຮອດ​ຕອນ​ທີ່​ເຮັດ​ກິນ​ເອງ​ໄດ້​ ກະ​ເລີຍ​ຈັດ​ຈັກ​ບາດ.

ແຜນ​ການ​ເລີ່ມ​ຕົ້ນ​ກຽ​ມ​ຊື້​ວັດ​ຖຸ​ດິບ​ມາ​ກຽມ​ໄວ້​ເກືອບໆ​ສອງ​ທິດ ວັດ​ຖຸ​ດິບ​ທີ່​ຫາ​ຍາກ​ລະ​ແມ່ນ ຢີ​ສ (Yeast) ແລະ ມັນ​ກໍ​ຍັງ​ເປັນ​ຈຸດ​ພິ​ເສດ​ຂອງ​ຂະ​ໜົມ​ນີ້​ເອງ​ດ້ວຍ ແທນ​ທີ່​ຈ​ະ​ໃຊ້ Baking powder ຊ່ວຍ​ເລັ່ງ​ໃຫ້​ແປ້ງ​ຟູແບບ​ຂະ​ໜົມ​ຮັງ​ເຜິ້ງ​ທົ່ວ​ໄປ Belgian Waffle ຕ້ອງ​ໃຊ້ Yeast ໃນ​ການ​ຊ່ວຍ​ເລັ່ງ​ໃຫ້​ແປ້ງ​ຟູ ໂດຍ​ຂໍ້​ເສຍ​ມັນ​ຂອງ ຢີສ ຢູ່​ບ່ອນ​ວ່າ ມັນ​ຕ້ອງ​ໃຊ້​ເວ​ລາ​ດົນເຖິງ 2 ຊົ່ວ​ຂຶ້ນ​ໄປຈົນ​ໄປ​ຮ​ອດ 24 ຊົ່ວ​ໂມງ ເພື່ອ​ລໍ​ຖ້າ​ໃຫ້ ຢີ​ສ​ເຮັດ​ວຽກ. ຕອນ​ໄປ​ຊື້ ກ່ອນ​ຈ​ະ​ໄດ້​ມາ​ກະ​ບໍ່​ແມ່ນ​ງ່າຍ ໄປ​ເລາະ​ຢູ່ Big C ບໍ່​ມີ, ມາ​ໄດ້​ລະ​ມາ​ໄດ້​ຢູ່ Makro.

ເລີ່ມ​ເຮັດ​ເຖາະ ອະ​ລ​ຳ​ພະ​ບົດຫຼາຍ​ລະ!

ກ່ອນ​ຈະ​ອ່ານ​ຕໍ່ ຜູ່​ຂຽນ​ຢາກບອກວ່າ ບົດ​ຄວາມນີ້​ມີ​ຮູບ​ພຽງ​ໜ້ອຍ​ດຽວ ເນື່ອງ​ຈາກວ່າ ຕອນ​ເຮັດ​ມື​ເປື້ອນ, ມືບໍ່​ຫວ່າງ ແຕ່​ວ່າ​ເຮັດ​ຄັ້ງ​ຕໍ່​ໄປ​ຮູບ​ຈັດ​ເຕັມ​ແນ່ນອນ (ບໍ່​ຮູ້​ວ່າ​ຈະ​ອີກ​ດົນ​ສ່ຳ​ໃດ). 

ທຳ​ອິດ​ເຮົາ​ຈະ​ຕ້ອງ​ໄປ​ຫາ​ສູດ​ກ່ອນນ​ເນາະ ເລີ່ມ​ຈາ​ກ​ການ​ເປັ​ຫາ​ຢູ່ pantip ແຕ່​ສູດ​ກະ​ຍັງ​ບໍ່​ຖືກ​ໃຈ​ເທື່ອ ກະ​ເລີຍ​ເບິ່ງໆ​ສູ​ດ​ຕາມ​ເວັບ​ເຮັດ​ຂະ​ໜົມຕ່າງ​ປະ​ເທດ ແລ້ວ​ໄປ​ເຫັນ​ເວັບ​ໜຶ່ງ ຕິດ​ໃຈ​ຊື່​ມັນ ກະ​ເລີຍ​ເອົາ (ແທນ​ທີ່​ສິ​ໄປ​ເບິ່ງ​ສູດ) ເວັບ​ທີ່​ເອົາ​ສູດ​ມາ​ແມ່ນ smittenkitchen ຊື່​ມັນ​ອ່ານ​ລະ​ຄ້ອງ​ຈອງ​ກັນ​ດີ. ສູດ​ເຮັດ​ຂະ​ໜົມ Belgian Waffle ແຕ່​ລະ​ເວັບ​ຈະ​ຄ້າຍໆ​ກັນ​ໝົດ ຕ່າງ​ແຕ່​ວ່າ ປະ​ລິນ​ມາ​ທີ່​ເຮັດ​ຊື່ໆ. ເຮົາ​ມາ​ເບິ່ງ​ສ່ວນ​ປະ​ສົມ​ກັນ​ເລີຍ:

  1. ນົມ​ສົດແບບ Whole milk 120 ml (1/2 cup)
  2. ນ້ຳ​ດື່ມ 60 ml (1/4 cup)
  3. ນ້ຳ​ຕານ​ບໍ່​ເຈືອ​ສີ (ນ້ຳ​ຕານ​ທີ່​ມັນ​ເປັນ​ສີ​ຄື​ນ້ຳ​ອ​້ອຍ) ຖ້າບໍ່​ມີ​ກະ​ບໍ່​ເປັນ​ຫຍັງ ຫຼື ດີ​ສຸດ​ແມ່ນ ນ້ຳ​ເຜິ້ງ (ຖ້າ​ມີ) 2 ບ່ວງ​ແກງ.
  4. ຢີ​ສ​ແຫ້ງ (Instant Yeast) 2 1/2 ບ່ວງ​ກາ​ເຟ (7 gram)
  5. ໄຂ່​ໄກ 3 ຟ​ອງ (ເວັບ​ຕົ້ນ​ສະ​ບັບມັນ​ບອກ 2 ຟອງ​ໃຫຍ່ ຄິດ​ວ່າ​ໄຂ່​ບ້ານ​ເຮົາ​ນ້ອຍ​ກ່ອນ​ບ້ານ​ເຂົາ ເລີຍ​ໃສ່ 3 ຟອງ) ໄຂ່​ຕ້ອງ​ຢູ່​ອ​ຸນ​ຫ​ະ​ພູມ​ຫ້ອງ, ຖ້າເອົາ​ໄວ້​ຕູ້​ເຢັນ ໃຫ້​ເອົາ​ອອກ​ມາ​ປະ​ໄວ້​ໃຫ້​ອຸ່ນ​ກ່ອນ​ໜ້ອຍ​ໜຶ່ງ.
  6. ນ້ຳ​ຢາ​ແຕ່ງ​ກິ່ນ ວາ​ນິ​ລາ 2 ບ່ວງ​ກາ​ເຟ (Vanilla extract)
  7. ແປ້ງ​ອາ​ເນກ​ປະ​ສົງ 460 gram (3 3/2 cup) (All-purpose flour)
  8. ເກືອ 1 ບ່ວງ​ກາ​ເຟ (ແຕ່​ເຮົາ​ບໍ່​ໄດ້​ໃສ່ ເພາະ​ວັດ​ຖຸ​ດິບ​ແມ່ນ​ແຕ່​ເນີຍ​ເຄັມ ກະ​ເລີຍບໍ່​ໃສ່​ ຢ້ານ​ເຄັມ​ຕື່ມ)
  9. ເນີຍບໍ່​ເຄັມ 200 gram (14 ບ່ວງແກງ ຫຼື 7 ounce) ປະ​ໃຫ້​ມັນ​ອ່ອນ​ໂຕ ບໍ່​ຕ້ອງ​ລະ​ລາຍ. ແຕ່​ວ່າ ເຮົາ​ໃຊ້​ເນີຍ​ເຄັມ (ຄ້ານ​ອອກ​ໄປ​ຊື້​ໃໝ່) ຂະ​ໜາດ 227 gram ຕາມ​ຮູບ ເຮົາ​ໃສ່​ໝົດ​ເລີຍ.
  10. ນ້ຳ​ຕານ​ເປັນ​ເມັດ​ໃຫຍ່ 1 1/3 (Pearl sugar) ຖ້າບໍ່​ມີ ເຮົາ​ອ່ານ​ຕາມ​ບົດ​ຄວາມ​ອື່ນ ສາ​ມາດ​ເອົາ​ນ້ຳ​ຕານ​ກ້ອນ ທີ່​ກະ​ເຈົ້າ​ໃສ່ ກາ​ເຟ ມາ​ທຸບແບບບໍ່​ລະ​ອຽດ​ປານ​ໃດກະ​ໄດ້. ແຕ່​ວ່າ​ເຮົາ​ບໍ່​ມີ​ທັງ​ສອງ​ຢ່າງ ກະ​ເລີຍ​ໃສ່​ນົມ​ຂຸ້ນ​ຫວານ​ແທນ ສ່ວນ​ໃຜ​ຢາກ​ໃສ່​ຫຍັງ​ກະ​ໄດ້​ເດີ້ ໃສ່​ໄສ້​ເຜືອກ, ຊ໋ອກ​ໂກ​ແລັດ, ກ້ວຍ ກະ​ໄດ້.

ອຸ​ປະ​ກອນ

  1. ຊາມ 2 ອັນ (ອັນ​ໜຶ່ງ​ເອົາ​ໄວ້ປະ​ສົມ​ທຸກ​ຢ່າງ​ເຂົ້າ​ກັນ, ອີກ​ອັນ​ໜຶ່ງ​ແມ່ນ​ປະ​ສົມ ຢີ​ສ, ນົມ ກັບ ນ້ຳ)
  2. ​ເຄື່ອງ​ແບບ​ເຮັດ​ເຂົ້າ​ໜົມ​ຮັງ​ເຜິ້ງ ແບບ​ສີ່ຫຼ່ຽ​ມ ຮ່ອງ​ເລິກ​ແຮງ​ເປັນ​ການ​ດີ
  3. ເຄື່ອງ​ປະ​ສົມ​ແປ້ງ (ຖ້າບໍ່​ມ​ີ​ແມ່ນ ແຮງ​ມື ໂລດ​ລະ)
  4. ຖ້ວຍໃຫຍ່, ຖ້ວຍ​ນ້ອຍ

ວິ​ທີ​ປະ​ສົມ​ແປ້ງ

ວິ​ທີ​ປະ​ສົມ​ແປ້ງ​ໃນ​ບ່ອນນີ້​ແມ່ນ ເຮົາ​ຈະ​ບໍ່​ໄດ້​ເຮັດ​​ຄື​ກັບ​ເວັບ​ຕົ້ນ​ສະ​ບັບ​ໝົດທຸກ​ຂັ້​ນ​ຕ​ອນ ເຮົາ​ຈະ​ປະ​ສົມ​ປະ​ສານ​ກັບ​ເວັບ​ອື່ນ​ນຳ. ຖ​້າ​ໃຜ​ສົນ​ຢາກ​ເຮັດ​ຕາມ​ເຮົາ​ກະ​ໄດ້ ຫຼື ຢາກ​ເຮັດ​ຕາມ​ເວັບ​ຕົ້ນ​ສະ​ບັບ​ກໍ່​ໄດ້ smittenkitchen.

  1. ກຽ​ມ​ຊາມ​ໄວ້ 2 ຊາມ
  2. ໃຫ້​ເອົາ​ນົ​ມ ກັບ ນ້ຳ ທີ່​ອຸ່ນ​ແລ້ວ​ປະ​ສົມ​ກັນ. ສ່ວນ​ເຮົາ​ແມ່ນ ກໍ​ລະ​ນີ ນົມ​ຫາກໍ່​ເອົາ​ອອກ​ມາ​ຈາກ​ຕູ້​ເຢັນ ກະ​ເລີຍ​ເອົາ ນົມ ກັບ ນ້ຳ ປະ​ສົມ​ກັບ​ແລ້ວ ເອົາ​ມາ​ເຂົ້າ​ຕູ້​ເວັບ ບິດ​ອຸນ​ຫະ​ພູມ​ໄປ ບ່ອນ​ລະ​ລາຍ​ນ້ຳ​ກ້ອນ, ຕັ້ງ​ເວ​ລາ​ປະ​ມານ 2 ຫາ 3 ນາ​ທີ. ແລ້ວ​ນຳ​ມາ​ປະ​ສົມ​ກັບ​ ຢີ​ສ ຄົນ​ໃຫ້​ເຂົ້າ​ກັນ. ປະ​ໄວ້​ປະ​ມານ 5 ນາ​ທີ ເພື່ອ​ກະ​ຕຸ້ນ​ໃຫ້ Yeast ເຮັດ​ວຽກ. ຂໍ້​ຄວນ​ລະ​ວັງ ຢ່າ​ໃຫ້​ນົມ​ຮ້ອນ​ເກີນ​ໄປ​ເພາະ​ມັນ​ຈະ​ໄປ​ຂ້າ ຢີ​ສ ຕາຍ​ໝົດ ເພິ່ນ​ແນະ​ນຳ​ວ່າ​ໃຫ້​ຢູ່​ອ​ຸນ​ຫະ​ພູມປະ​ມານ 45 ອົງ​ສາ. ຖ້າ ຢີ​ສ ບໍ່​ຕາຍ​ແມ່ນ ລັກ​ສະ​ນະນ້ຳ​ນົມ​ໜ້າ​ມັນ​ຈະ​ເປັນຄື ໂຟມ ເວ​ລາ​ຄົນ​ຈະ​ໄດ້​ຢິນ​ສຽງ ຊ່າໆ ຄື ໂຊ​ດາ ຫຼື ສຽງ​ຖອກ​ໂຄກ​ລົງ​ແກ້ວ ປະ​ມານນັ້ນ​ລະ. ສ່ວນ​ຮູບ​ແມ່ນບໍ່​ໄດ້​ຖ່າຍ​ໄວ້ ເບິ່ງ​ຕົວ​ຢ່າງ​ໄດ້​ທີ່ Google ພິມ​ຄຳ​ວ່າ Yeast milk foamy.
  3. ໃຫ້​ແຍກ​ໄຂ່​ຂາວ ກັບ ໄຂ່ແດງ ອອກ​ຈາກ​ກັນ.
  4. ຕີ​ໄຂ່​ຂາວ​ກັບ​ໂຕ​ແຕ່ງ​ກິ່ນ​ປະ​ສົມ​ເຂົ້າ​ກັນ ແລ້ວໃຫ້​ຂຶ້ນ​ຟອງ (white egg whisk) ຂັ້ນ​ຕອນນີ້​ບ່ອນ​ອື່ນ​ກະ​ເຈົ້າ​ບອກວ່າ ມັນ​ຈະ​ເຮັດ​ໃຫ້​ຂະ​ໜົມ​ມີ​ຄວາມກອບ​ຂຶ້ນ ລະ​ກະ​ແປ້ງ​ນຽນ​ຂຶ້ນ​ວ່າ​ຊັ້ນ.
  5. ນຳ​ຊາມ​ທີ່​ຕີ​ໄຂ່​ຂາວ​ມາ​ປະ​ສົມ​ກັບ​ແປ້ງ 220 gram + ນົມ​, ນ້ຳ, ທີ່​ປະ​ສົມ​ກັບ ຢີ​ສ. ຫຼັງ​ຈາກນັ້ນຕີ​ໃຫ້​ເຂົ້າ​ກັນ
  6. ​ນຳ​ແປ້ງ​ສ່ວນ​ທີ່​ເຫຼືອຄ່ອຍໆ​ຖອກ​ລົງ ກັບ ເນີຍທີ່​ປະ​ໃຫ້​ອ່ອນ​ໂຕ ລົງ​ປະ​ສົມ​ໃນ​ຊາມ ເທື່ອ​ລະ​ໜ້ອຍ. (ຢ່າ​ຖອກ​ລົງ​ໝົດ ມັນ​ຈະ​ເຮັດ​ໃຫ້​ປະ​ສົມ​ເຂົ້າ​ກັນ​ບໍ່​ດີ ແລະ ໃຊ້​ເວ​ລາ​ດົນ​ນຳ​ອີກ ກ່​ວາ​ສ່ວນ​ປະ​ສົມ​ຈະ​ເຂົ້າ​ກັນ​ໝົດ.
  7. ເມື່ອ​ເຫັນ​ວ່າ​ແປ້ງ​ມີ​ມີ​ເນື້ອ​ນຽນ, ເຫຼື້ອມ ແລະ ລະ​ອຽດ​ແລ້ວ​ ສະ​ແດງວ່າ ແປ້ງ​ໄດ້​ແລ້ວ.
  8. ເອົາ​ອັນ​ຫໍ່​ອາ​ຫານ​ປິດ​ໄວ້ ປົງ​ປະ​ໄວ້ໃນ​ອຸນ​ຫະ​ພູມ​ຫ້ອງ ລໍ​ຖ້າ 2 ຊົ່ວ​ໂມງ ຫຼື ຈົນ​ກ່​ວາແປ້ງ​ຟູ​ຂຶ້ນສອງ​ເທົ່າ ເພື່ອ​ໃຫ້ ຢີ​ສ ເຮັດ​ວຽກ . ​ຖ້າ ຢີ​ສ ເຮັດ​ວຽກ​​ແມ່ນ​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ​ແປ້ງ​ເຮົາ​ຄ່ອຍໆ​ຟູຂຶ້ນ. ຈະ​ສັງ​ເກດໃນ​ລະ​ຫວ່າງນັ້ນ ກະ​ລ້າງອ​ຸ​ປະ​ກອນ, ນັ່ງ​ເບິ່ງ ຊີ​ຣີ ຖ້າ​ຈັກ​ຕອນ​ໜຶ່ງ.
  9. ຫຼັງ​ຈາກ 2 ຊົ່ວ​ໂມງ ຜ່ານ​ໄປ ໃຫ້​ນຳ​ໄປ​ເຂົ້າ​ຕູ້​ເຢັນ, ຖິ້ມ​ໄວ້​ຄ້າ​ງ​ຄືນ ຫຼື 24 ຊົ່ວ​ໂມງ. ແຕ່​ຂອງ​ເຮົາ​ແມ່ນ​ເຮັດ​ແລ້ວ 4 ໂມງ​ເຄິ່ງ, ຕື່ນ​ເຊົ້າ​ມາ 6 ໂມງ​ມາ​ເຮັດ.

ຂໍ້​ແນະ​ນຳ​ສ່ວນ​ໂຕ: ຕອນ​ທີ່​ລໍ​ຖ້າ ຢີ​ສ ເຮັດ​ວຽກ​, ແປ້ງ​ຟູ​ຂຶ້ນຫຼາຍ​ຈົນ​ໄດ້​ປ່ຽນ​ຊາມ​ໃໝ່​ດັ່ງ​ຮູບ. ຖ້າ​ເຮັດ​ໃຫ້​ແມ່ນ​ໃຫ້​ດົມ​ເບິ່ງ​ແປ້ງ ລອງ​ເບິ່ງ ເພາະ​ດົມ​ລະ​ຮູ້​ສຶກ​ຟິນ​ຈັ່ງ​ໄດ໋​ນິ​ລະ ຄື​ກັບ​ເຂົ້າ​ຈີ່ ສະ​ແກນ​ດິ​ນາ​ວຽກ ຫຼື fresh-loaf ຮ້ານ​ຄ​້າ​ສີ​ເມືອງ.

ລັກ​ສະ​ນະ​ແປ້ງຫຼັງ​ຈາກ​ເອົາ​ອອກ​ມາ​ຈາກ​ຕູ້​ເຢັນ, ຕ້ອງ​ໄດ້​ປ່ຽນ​ຊາມ​ໃສ່ ເພາະ​ມັນ​ຟູ​ຈົນ​ລົ້ນ​ຊາມ​ຂ້າງ​ເທິງ.

ແປ້ງ​ຈະ​ໜຽວ​ໜ້ອຍ​ໜຶ່ງ.

ສີ​ຂະ​ໜົມ​ທີ່​ໄດ້​ຈາກ​ການ​ອົບ, ສີ​ຈະ​ອອກ​ນ້ຳ​ຕານ​ໜ້ອຍ​ໜຶ່ງ ເພາະ​ບໍ່​ໄດ້​ໃສ່​ນ້ຳ​ຕານ​ໃສ່​ນຳ, ຖ້າ​ໃສ່​ນິ​ຈະ​ໄດ້​ຄວາມ​ຟິນ​ລະ​ດັບ 10 ເລີຍ​ລະ ພ້ອມ​ກັບ​ກິນ​ຫອມ​ໄໝ້ໆ​ຂອງ​ນ້ຳ​ຕານ ກັບ​ສີ​ຂອງ​ມັນ. ແປ້ງ​ຈ​ະ​ກອບ​ສຸດໆ​ເລີຍ. ສ່ວນ​ຣົດ​ຊາດ​ແມ່ນ​ຈ​ະ​ຈືດໆ​ບໍ່​ຫວານ ຕາມ​ຕົ້ນ​ຕຳ​ລັບ, ຖ້າ​ໃຜ​ມັກ​ຫວານ​ແມ່ນ​ໃຫ້​ປະ​ສົມ​ກັບ​ນ້ຳ​ຕານ​ກ່ອນ​ຈຶ່ງ​ນຳ​ໄປ​ອົບ ຫຼື ຖ້າບໍ່​ໃສ່​ຕອນ​ອົບ​ກະ​ມາ​ໃສ່​ຕອນຫຼັງ​ກະ​ໄດ້. ສ່ວນ​ໂຕ​ແມ່ນ ພ​ໍ​ດີ​ມີ​ນົມ​ຂຸ້ນ​ກະ​ເລີຍ​ໃສ່​ນົມ​ຂຸ້ນ ກະ​ເຂົ້າ​ກັນ​ສຸດໆ​ຄື​ກັນ ຟິນ​ເວີ້ຍ! ສ​ຸດ​ທ້າຍນີ້​ກະ​ຂໍ​ລົງ​ຮູບ​ລົ່ວ​ລະ​ກັນ.

ສຸດ​ທ້າຍ​ຂອບ​ໃຈ​ສຳ​ລັບ​ສູດ​ຕົ້ນ​ສະ​ບັບ​ຈາກ smittenkitchen