Evernote ເພີ່ມລະບົບຄວາມປອດ ໄພໃໝ່ທັງໝົດ 3 ຢ່າງ

feat_sec

ພາບຕົ້ນສະບັບ http://blog.evernote.com/wp-content/uploads/2013/05/feat_sec.png

Evernote ເພີ່ມລະບົບຄວາມປອດໄພໃໝ່ 3 ຢ່າງດ້ວຍກັນເພື່ອເຮັດໃຫ້ຜູ້ໃຊ້ມີຄວາມປອດໄພຍິ່ງຂຶ້ນຈາກການ ລັກເອົາບັນຊີຂອງຜູ້ບໍ່ປະສົງດີ. ລະບົບຄວາມປອດໄພທັງ 3 ຢ່າງມີຄື:

  • Two-Step Verification (ລົງສູ່ລະບົບດ້ວຍການຢືນຢັນ 2 ຂັ້ນ) ການເຮັດວຽກຂອງມັນແມ່ນເວລາທີ່ທ່ານ ຈະເຂົ້າໃຊ້ງານ Evernote ທ່ານຈະໄດ້ຮັບລະຫັດລັບ 6 ຕົວເລກທີ່ຖືກສົ່ງໃຫ້ທ່ານຜ່ານຂໍ້ຄວາມຜ່ານເຄືອຄ່າຍ ໂທລະສັບຂອງທ່ານ.

2sv-code

ພາບຕົ້ນສະບັບ http://blog.evernote.com/wp-content/uploads/2013/05/2sv-code.png

  • Access History (ປະຫວັດການເຂົ້າໃຊ້ງານ) ຈະບອກປະຫວັດຕ່າງໆກ່ຽວກັບການເຂົ້າໃຊ້ງານ Evernote ໃນຊ່ວງເວລາ 30 ວັນຜ່ານມາເຊັ່ນ: ເວີເຊິນຂອງ Evernote, ສະຖານທີ່, IP addresses ທີ່ທ່ານໄດ້ເຂົ້າສູ່ລະ ບົບໃນເທື່ອນັ້ນໆ.

accesshistory3

ພາບຕົ້ນສະບັບ http://blog.evernote.com/wp-content/uploads/2013/05/accesshistory3.png

  • Authorized Applications (ໃຫ້ອຳນາດໂປແກມທີ່ 3 ສາມາດເຂົ້າໃຊ້ງານໄດ້) ໃນກໍລະນີທີ່ທ່ານເຮັດໂທລະສັບ ຫຼື ຄອມຂອງທ່ານເສຍ ລະບົບນີ້ຈະເຮັດໃຫ້ທ່ານສາມາດເຂົ້າໄປຕັດການເຂົ້າໃຊ້ງານຂອງໂປແກມທີ່ 3 ຫຼື ເມື່ອໂປແກມໃດໜຶ່ງທີ່ທ່ານເຂົ້າໄປແລ້ວໃຫ້ມັນຈົດຈຳລະຫັດຜ່ານ.

applications3

ພາບຕົ້ນສະບັບ http://blog.evernote.com/wp-content/uploads/2013/05/applications3.png

ຂອບໃຈທີ່ມາ Evernote