ປັດຈຸບັນ ແຫຼ່ງຂໍ້ມູນທີ່ເຮົາເອົາມາອ້າງອີງໃນບົດຄວາມເຮົານັ້ນບໍ່ຈຳກັດແຕ່ຢູ່ໃນປຶ້ມທີຢູ່ຕາມຫ້ອງສະໝຸດເທົ່ານັ້ນ ເຮົາສາມາດນຳເອົາຂໍ້ມູນທີ່ຢູ່ໃນອິນເຕີເນັດມາເປັນຂໍ້ມູນອ້າງອີງກໍໄດ້ ແລະ ເຫັນວ່າເລີ່ມໄດ້ເອົາມາໃຊ້ເປັນຈຳນວນຫຼວງຫຼາຍແລ້ວ ເພາະວ່າມັນງ່າຍ, ສະດວກສະບາຍ, ເຂົ້າເຖິງໄດ້ງ່າຍ ແລະ ມີຫຼາກຫຼາຍ.

ແຕ່ເມື່ອເຮົາໃຊ້ອິນເຕີເນັດເປັນແຫຼ່ງຂໍ້ມູນແລ້ວ ແນ່ນອນວ່າສ່ວນໜຶ່ງກໍເປັນຂໍ້ມູນຈິງ ແລະ ອີກສ່ວນກໍເປັນຂໍ້ມູນເທັດ  ຫຼື ຂໍ້ມູນຈິງແຕ່ມີກການລຳອຽງ ແລ້ວເຮົາຈະເຮັດແນວໃດໃນການຄັດສັນແຫຼ່ງຂໍ້ມູນຂອງເຮົາມາຂໍ້ມູນທີ່ເຮົາເອົາມານັ້ນສາມາດເຮັດໃຫ້ຜູ່ອ່ານເຊື່ອຖື, ມີຄຸນນະພາບ ແລະ ຖືກຕ້ອງຕາມຄວາມເປັນຈິງ.

ເຂົ້າໃຈໄດ້ໄວ

  • ທຳອິດເວລາເຮົາອ່ານບົດຄວາມ, ບົດຄົ້ນຄ້ວາ ຫຼື ຜົນການວິໄຈໃດໜຶ່ງ ເຮົາຈະຕ້ອງເຂົ້າໃຈກ່ອນເລີຍວ່າເນື້ອໃນຜ່ານໆຂອງບົດທີ່ເຮົາກຳລັງອ່ານຢູ່ນັ້ນສາມາດອ່ານແລ້ວຮູ້ເນື້ອຫາໂດຍລວມມັນເລີຍບໍ່ ເຊິ່ງໂຕນີ້ຈະສະແດງຢູ່ໃນສ່ວນຫົວຂອງບົດຄວາມ.
  • ເຮົາສາມາດເຂົ້າໃຈບົດຄວາມນັ້ນວ່າມີການສະແດງໃຫ້ເຫັນຢ່າງຊັດເຈນຂອງກຸ່ມເປົ້າໝາຍຂອງບົດຄວາມນັ້ນຫຼືບໍ່ ຢົກຕົວຢ່າງເຊັ່ນ: ນັກສຶກສາ, ໝໍ, ນັກການເມືອງ…
  • ເຮົາສາມາດຮູ້ຈຸດປະສົງຂອງບົດຄວາມນັ້ນບໍ່ວ່າມັນມີຈຸດປະສົງເພື່ອຫຍັງເມື່ອເຮົາອ່ານຜ່ານໆ.

ຄຸນນະພາບ

  • ເນື້ອຫາມີການຈັດສັນດີບໍ່? ເຮົາຈະເບິ່ງວ່າເນື້ອຫາຂອງບົດຄວາມນັ້ນມີເປີດ, ເນື້ອຫາ ແລະ ສະຫຼຸບ ຫຼືບໍ່, ມີການຂຽນຫົວຂໍ້ບົ່ງບອກໄວ້ຊັດເຈນ ແລະ ບໍ່ເຮັດໃຫ້ສັບສົນ.
  • ຂໍ້ມູນທີໄດ້ມານັ້ນເໝາະກັບຄວາມຮູ້ທີ່ເຮົາຕ້ອງການຫຼືບໍ່? ຄວນບໍ່ງ່າຍເກີນໄປ ແລະ ບໍ່ຍາກເກີນໄປ.
  • ຂໍ້ມູນໃນບົດຄວາມແມ່ນຂໍ້ມູນທີ່ເຮົາກຳລັງຊອກຫາຢູ່ຫຼືບໍ່? ໂຕນີ້ແມ່ນເປັນຄຳຖາມສຳຄັນໃນການຫາຂໍ້ມູນເພາະຂໍ້ມູນທີ່ເຮົາຈະເອົາມາອ້າງອີງນັ້ນຕ້ອງແມ່ນເປັນຂໍ້ມູນທີ່ມີເນື້ອໃນທີມັນລິ້ງໄປຫາບົດຄວາມຂອງເຮົາ.

ຜູ່ຂຽນ

“ຖ້າເຮົາເອົາຂໍ້ມູນມາເຮົາກໍຈະຕ້ອງໃຫ້ credit ກັບຜູ່ຂຽນຂອງບົດຄວາມນັ້ນໆ”

  • ຜູ່ຂຽນ ຫຼື ຜູ່ວິໄຈຂອງຂໍ້ມູນທີ່ເຮົາເອົາມານັ້ນສາມາດລະບຸຕົວຕົນເຂົາໄດ້ບໍ່? ເຮົາຈະຕ້ອງຮູ້ວ່າຜູ່ຂຽນນັ້ນແມ່ນໃຜ, ໜ້າເຊື່ອຖື ຫຼືບໍ່ ຫຼື ບາງເທື່ອອາດຈະບໍ່ມີຜູ່ຂຽນ ມີແຕ່ຜູ່ເຜີຍແຜ່ກໍມີ ຖ້າເກີດກໍລະນີນີ້ແມ່ນໃຫ້ເຮົາເອົາຜູ່ເຜີຍແຜ່ເປັນຜູ່ອ້າງອີງ.
  • ນັກຂຽນ ຫຼື ຜູ່ວິໄຈມີຂໍ້ມູນເບື້ອງຫຼັງຂອງເຂົາບໍ່ວ່າເຮັດວຽກຢູ່ໃສ, ເຄີຍສຶກສາຢູ່ໃສ, ຈົບມາແຕ່ໃສ, ປະສົບການໃນການເຮັດວຽກ ຫຼື ວິໄຈງານໃດມາກ່ອນແນ່ແລ້ວ…
  • ນັກຂຽນມີຄວາມຮູ້ໃນດ້ານທີ່ຕົນຂຽນຫຼືບໍ່ ແລະ ມີຄຸນນະສົມບັດໃນການສະເໜີຂໍ້ມູນທີຕົນຂຽນບໍ່. ຢົກຕົວຢ່າງເຊັ່ນ ຫົວຂໍ້ເລື່ອງເວົ້າກ່ຽວກັບ”ສ້າງເສັ້ນທາງໃນຍາມຝົນມີທ່າອ່ຽງຈະເພໄວກ່ວາປົກກະຕິ” ບົດຄວາມນີ້ຜູ່ທີຂຽນຈະຕ້ອງເປັນຜູ່ທີ່ມີຄວາມຮູ້ດ້ານການສ້າງທາງມາຂຽນ.
  • ໃຜເປັນຜູ່ເຜີຍແຜ່? ແລະ ເຊື່ອຖືໄດ້ບໍ່?

ຄວາມຊັດເຈນ

ຫົວຂໍ້ນີ້ທ່ານຕ້ອງອ່ານຈົບກ່ອນຈຶ່ງສະຫຼຸບໄດ້

  • ຂໍ້ມູນທີ່ເຮົາກຳລັງອ່ານສາມາດເຂົ້າກັນໄດ້ກັບຂໍ້ມູນອື່ນໆທີເຮົາມີທີລິ້ງໄປຫາຫົວຂໍ້ຂອງເຮົາ ຫຼືບໍ່?
  • ຜູ່ຂຽນມີຂໍ້ມູນສະໜັບສະໜູນບົດຄວາມທີເຂົາຂຽນບໍ່ ເຊັ່ນ ແຫຼ່ງທີມາ ແລະ ຂໍ້ມູນອ້າງອີງ ເປັນຕົ້ນ.
  • ບົດຄວາມຈະຕ້ອງບໍ່ມີການສະກົດຄຳຜິດ ແລະ ໃຊ້ພາສາຖືກຫຼັກໄວຍະກອນ. ຖ້າສະກົດຄຳຜິດກະຕ້ອງຄິດວ່າບົດຄວາມນັ້ນບໍ່ໜ້າເຊື່ອຖືແລ້ວເພາະຂະໜາດຂຽນຍັງຜິດລະ.
  • ຂໍ້ມູນຖືກເຜີຍແຜ່ໃນແບບທີ່ເຮົາຄາດໄວ້ສຳລັບຫົວຂໍ້ ແລະ ຜູ່ອ່ານ ຫຼືບໍ່?

ເປົ້າໝາຍ

ຫົວຂໍ້ນີ້ທ່ານຕ້ອງອ່ານຈົບກ່ອນຈຶ່ງສະຫຼຸບໄດ້

  • ເປົ້າໝາຍຂອງເນື້ອຫາມີຄວາມຊັດເຈນ ຫຼືບໍ່?
  • ມີມູນຄວາມຈິງ ຫຼືບໍ່? ຫຼື ມີແນວໂນ້ມຊັກຊວນ? ຖ້າຂໍ້ມູນນັ້ນເປັນຄວາມຈິງກໍຕ້ອງມີຂໍ້ມູນອ້າງອີງ ເຖິງວ່າບົດຄວາມນັ້ນຈະຈິງແທ້ສ່ຳໃດກໍຕາມແຕ່ບໍ່ມີຂໍ້ມູນອ້າງອີງເຮົາກໍບໍ່ຄວນເອົາ ກົງກັນຂ້າມ ຖ້າເຮົາສັງເກດເຫັນວ່າເນື້ອຫາມີທ່າອຽງໄປໃນທາງໂນ້ມນ້າວຊັນຊວນແມ່ນເຮົາບໍ່ຄວນພິຈາລະນາບົດຄວາມດັ່ງກ່າວ.
  • ມີຈຸດທີບົ່ງບອກວ່າມີທ່າທີລຳອຽງບໍ່? ໂຕນີ້ແມ່ນສຳຄັນຫຼາຍຖ້າເຮົາອ່ານຂໍ້ມູນທີ່ກ່ຽວກັບຜົນດີ ແລະ ຜົນເສຍ ຫຼື ເນື້ອຫາໃນດ້ານການເມືອງ ເຮົາຈະຕ້ອງໄຈ້ແຍກຂໍ້ມູນທີເຮົາອ່ານ ແລະ ຄວາມຄິດຂອງຜູ່ຂຽນວ່າຂຽນແບບລຳອຽງບໍ່ ຫຼື ມີການໃຊ້ຄວາມເຫັນສ່ວນໂຕເຂົ້າໄປໃນບົດຄວາມໂດຍສະເພາະແມ່ນເລື່ອງການເມືອງ.
  • ຜູ່ຂຽນ ແລະ ຜູ່ເຜີຍແຜ່ມີຄວາມຜູກພັນກັບສາດສະໜາ, ການເມືອງ, ກຸ່ມສະໜັບສະໜູນເບື້ອງຫຼັງ (Lobby Group), ຄວາມຄິດຝັງຫົວທີອາດຈະກະທົບກັບເນື້ອຫາ ຫຼືບໍ່? ຍົກຕົວຢ່າງເຊັ່ນ ສູບຢາບໍ່ເປັນອັນຕະລາຍ ໃນນີ້ເຮົາຈະຕ້ອງເບິ່ງວ່າຜູ່ຂຽນມີຄວາມກ່ຽວພັນກັບໂຮງງານຜະລິດຢາສູບ, ມີການຂຽນໂດຍການໂຄສະນາແຝງໂດຍສະເພາະບົດຄວາມທີເປັນບົດວິຈານ (review) ສິນຄ້າເຊັ່ນ ເວັບໄຊໜຶ່ງຂຽນບົດວິຈານການໃຊ້ iPhone 6 ກັບ Samsung Galaxy S6 ວ່າໂຕໃດດີກ່ວາກັນ ແຕ່ຜົນປາກົດວ່າໃຫ້ຄະແນນ iPhone 6 ຫຼາຍກ່ວາ ແລ້ວເຮົາມາເບິ່ງຜູ່ວິຈານຊ້ຳພັດເປັນຄົນມັກສິນຄ້າຂອງທາງຝັ່ງ Apple ຢູ່ແລ້ວ (fanboy) ເຮົາຈະໃຊ້ບົດຄວາມເຂົາມາອ້າງອີງ ຫຼືບໍ່ ແລະ ອີກຕົວຢ່າງໜຶ່ງເຊັ່ນ ຜູ່ຂຽນມີຄວາມຄິດຝັງຫົວກ່ຽວກັບບໍ່ມັກໝີ່ຈີນ ແລ້ວກໍໄດ້ຂຽນເລື່ອງກ່ຽວກັບ “ຄຸນນະພາບຂອງໝີ່ຈີນ” ຫຼື “ກິນໝີ່ຈີນບໍ່ດີຕໍ່ສຸຂະພາບ, ກິນໝີ່ໄທດີກ່ວາ” ຖ້າເປັນທ່ານທ່ານຈະເຊື່ອຂໍ້ມູນໃນບົດຄວາມນີ້ຫຼາຍປານໃດ.

ປະຈຸບັນ

  • ຕ້ອງມີວັນທີ, ເດືອນ, ປີ?
  • ຂໍ້ມູນດຽວນີ້ພຽງພໍຕໍ່ຈຸດປະສົງເຮົາ ຫຼື ຍັງ?
  • ຂໍ້ມູນມີການອັບເດດ ຫຼື ບໍ່? ໂຕນີ້ເຮົາຕ້ອງເບິ່ງວ່າຂໍ້ມູນທີ່ຂຽນນັ້ນແມ່ນມີການອັບເດດບໍ່ໂດຍສະເພາະຂໍ້ມູນຂອງເຮົາທີໄດ້ມາແມ່ນບໍ່ໄດ້ຂຽນຂຶ້ນໃໝ່ລ່າສຸດ ແຕ່ ເປັນສອງສາມປີຫຼັງ. ໂດຍສະເພາະຖ້າເຮົາຄົ້ນຫາຂໍ້ມູນທີ່ມັນອັບເດດຕະຫຼອດເວລາ. ຍົກຕົວຢ່າງເຊັ່ນ: ເຮົາຊອກຂໍ້ມູນກ່ຽວກັບຜົນດີ ແລະ ຜົນເສຍຂອງລະບົບປະຕິບັດການ Android, ຂໍ້ມູນທີ່ເຮົາໄດ້ມາແມ່ນຂຽນຂຶ້ນຕັ້ງແຕ່ 2 ປີກ່ອນ ແນ່ນອນວ່າ ຖ້າເຮົາຈະເອົາມາເປັນຂໍ້ມູນໃນການຂຽນກໍຄົງຈະບໍ່ເໝາະສົມແນ່ນອນ ເພາະລະບົບປະຕິບັດການ Android ຖືກພັດທະນາຕະຫຼອດເວລາ ສະນັ້ນ ເຮົາຈະຕ້ອງເອົາຂໍ້ມູນໂຕລ່າສຸດມາເວົ້າຈະເປັນການດີທີ່ສຸດ.

ສະຫຼຸບ

ເຮົາຈະຕ້ອງຕັດສິນໃຈວ່າຂໍ້ມູນທີເຮົາໄດ້ມານັ້ນສາມາດນຳເອົາໄປເປັນແຫຼ່ງຂໍ້ມູນອ້າງອີງຂອງເຮົາໄດ້ບໍ່ໂດຍເບິ່ງຈາກຂໍ້ຄວນຄິດທີຂຽນໄວ້ຂ້າງເທິງ.