ຟຼີລາຍເຊັນໂປແກມ ESET NOD32 Antivirus 100 ວັນ

ໃນເນື່ອງໂອກາດວັນຄິຣສມາດ ຫຼືວ່າ ວັນປີໃໝ່ທາງບໍລິສັດ ESET ໄດ້ມີຂອງເລັກໆນ້ອຍໆມາແຈກໃຫ້ກັບລູກຄ້າ ສ່ວນຂອງທີ່ມາແຈກນັ້ນກໍເປັນໂປແກມແອນຕີ້ໄວຣັດທັງສາມຕົວດ້ວຍກັນ ແລະ ຮອງຮັບທັງລະບົບປະຕິບັກການ Windows ແລະ Mac ອີກດ້ວຍຄື: ESET NOD32 Antivirus, ESET Smart Security ແລະ ESET Cyber Security Pro for MAC. ແຕ່ລະໂປແກມທີ່ກ່າວມານັ້ນແມ່ນເພິ່ນໄດ້ແຈກລາຍເຊັນໄລຍະເວລາ 100 ວັນໃຫ້ໄປທົດລອງໃຊ້ ກັນ.

ສ່ວນວິທີການຈະເອົາລາຍເຊັນນັ້ນແມ່ນໃຫ້ເຮົາເຂົ້າໄປໜ້າເວັບທີ່ເພິ່ນແຈກ ESET ແລ້ວເລືອກວ່າເຮົາຈະເອົາໂປ ແກມຊະນິດໃດ, ຖ້າເລືອກໄດ້ແລ້ວແມ່ນໃຫ້ເຮົາກົດບ່ອນ “Free Dwonload” ຫຼັງຈາກນັ້ນກໍຈະມີໜ້າຕ່າງໃໝ່ຂຶ້ນ ມາໃຫ້ເຮົາກອບຊື່ເຮົາ ແລະ ອີເມວລເຮົາໃສ່ ແລະ ລໍຖ້າຮັບລາຍເຊັນຂອງທ່ານໂດຍທີ່ລາຍເຊັນນັ້ນຈະຖືກສົ່ງມາຫາ ເມວລຂອງທ່ານ.

ໝາຍເຫດ: ຖ້າຫາວ່າເກີດຂໍ້ຜິດພາດຫຼັງຈາກທີ່ເຮົາກອບແບບຟອມໄປແລ້ວນັ້ນແມ່ນໃຫ້ເຮົາ reload ໜ້ານັ້ນຄືນ ໃໝ່ແລ້ວເຮັດອີກຄັ້ງ.