EA Game ປ່ອຍ​ໃຫ້​ດາວ​ໂຫຼດ​ເກມ The Sims 2 Ultimate Collection ຟີ​ຣ

ຂອບ​ໃຈ​ຮູບ​ຈາກ Wikipedia http://upload.wikimedia.org/wikipedia/en/b/bd/The_sims_2.jpg

ຂອບ​ໃຈ​ຮູບ​ຈາກ Wikipedia http://upload.wikimedia.org/wikipedia/en/b/bd/The_sims_2.jpg

 

ມີ​ໃຜ​ຍັງ​ຈື່​ໄດ້​ບໍ່​ກັບ​ເກມ The Sims 2 ເກມ​ໂລກ​ສະ​ເໝືອນ​ຈິງ​ໃນ​ຄອມ​ພິວ​ເຕີ ຫຼາຍ​ຄົນ​ທີ່​ເກີດ​ທັນ​ກະ​ຄົງ​ຈະ​ໄດ້​ສຳ​ຜັດ​ກັນ​ເນາະ​ວ່າຫຼິ້ນ​ແລ້ວ​ຕິດ​ຈົນ​ບໍ່​ຢາກ​ລຸກ​ອອກ​ຈາກ​ບ່ອນ​ນັ່ງ​ກັນ​ເລີຍ. ເປັນ​ເວ​ລາສິບ​ກ່​ວາ​ປີ​ແລ້ວ​ຕັ້ງ​ແຕ່​ເກມນີ້​ອອກ​ສູ່​ສາຍ​ຕາ​ຕັ້ງ​ແຕ່​ປີ 2004 ພຸ້ນ​ລະ ແລະ ທາງ EA Game ກໍ​ໄດ້​ຢຸດ​ການ​ສະ​ໜັບ​ສະ​ໜູນ​ເກມ​ດັ່ງ​ກ່າວ​ແລ້ວ ນັ້ນ​ໝາຍ​ຄວາມ​ວ່າ​ຈະ​ບໍ່​ມີ​ພາກ​ເສີມ ແລະ ການ​ແກ້​ບັກ​(Bug)ໃນ​ໂຕ​ເກມ​ອີກ​ຕໍ່​ໄປ, ແຕ່​ວ່າ​ຜູ້​ທີ່​ໄດ້​ຊື້​ເກມ​ໂຕນີ້​ໄປ​ນັ້ນ​ກະ​ຍັງ​ສາ​ມາດ​ຕິດ​ຕໍ່​ສອບ​ຖາມ​ບັນ​ຫາ​ຕ່າງໆ​ພາຍ​ໃນ​ເກມ​ໄດ້​ຢູ່.

ສະ​ນັ້ນ, ທາງ EA Game ເພິ່ນ​ໄດ້​ມີ​ການ​ແຈກ​ເກມ The Sims 2 Ultimate Collection ໃຫ້​ເປັນຫຼິ້ນ​ກັນ​ແບບ​ຟີ​ຣ ໂດຍ​ຈຳ​ກັດ​ເວ​ລາ​ຄື​ຕັ້ງ​ແຕ່ມື້ນີ້​ໄປ​ຈົນ​ຮອດ​ວັນ​ທີ 31 ກໍ​ລະ​ກົດ ທີ​ຈະ​ມາ​ເຖິງນີ້​ເທົ່າ​ນັ້ນ. ຫາກ​ໃຜ​ສົນ​ໃຈ​ສາ​ມາດ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂ້າງ​ລຸ່ມນີ້​ເລີຍ.

  1. ໃຫ້​ໄປ​ດາວ​ໂຫຼດ​ໂປ​ແກມ Origin ມາ​ກ່ອນ​ໄດ້​ທີ https://www.origin.com/en-sg/download
  2. ໃຫ້​ທ່ານ​ເຂົ້າ​ໃຊ້​ງານ​ດ້ວຍ​ບັນ​ຊີ​ຂອງ Origin. ຖ້າ​ຫາກ​ຍັງ​ບໍ່​ມີ​ແມ່ນ​ໃຫ້​ໄປ​ລົງ​ທະບຽນ​ກ່ອນ
  3. ໃຫ້​ກົດ​ເຂົ້າ​ໄປ​ທີ່​ແຖບ “Origin” ໃນ​ແຖບ​ເມ​ນູ ແລ້ວ​ເລືອກ “Redeem Product Code”
  4. ພິມ​ໂຄດ​ໂຕນີ້​ໃສ່ “I-LOVE-THE-SIMS

ພຽງ​ເທົ່າ​ນີ້​ທ່ານ​ກໍ​ສາ​ມາດຫຼິ້ນ​ເກມນີ້​ຢາມ​ໃດ​ກໍ​ໄດ້​ທີ່​ທ່ານ​ຕ້ອງ​ການ.

ea-game-has-made-everybody-can-download-the-sims-2-ultimate-collection-for-free