Dota 2 ອອກຈາກສະຖານະເປັນ beta ແລ້ວ

ມື້ນີ້ Valve ຜູ້ເປັນເຈົ້າຂອງເກມ Dota 2 ໄດ້ປະກາດອອກມາວ່າເກມ Dota 2 ໄດ້ປ່ຽນສະຖານະຈາກການເປັນ beta ແລ້ວ, ເນື່ອງຈາກວ່າເກມດັ່ງກ່າວຖືວ່າໄດ້ພັດທະນາມາມາດົນ ເຖິງ 2 ປີເຕັມ. ສຳລັບໃຜທີ່ຍັງບໍ່ຮູ້ ຫຼື ຍັງສົງໄສຢູ່ວ່າ ເກມ Dota 2 ເປັນເກມແນວໃດ? ເກມ Dota 2 ເປັນເກມທີ່ທາງ Valve ໄດ້ຊື້ລີກະສິດ ແລະ ຜູ້ສ້າງແຜນທີ່ DotA ດັ່ງ ກ່າວນັ້ນແມ່ນຖືກສ້າງໂດຍ Icefrog ມາພັດທະນາໃນເກມ Dota 2 ອີກດ້ວຍ, ແຜນທີ່ DotA ເປັນໜຶ່ງໃນແຜນທີ່ທີ່ຄົນ ນິຍົມ ຫຼິ້ນກັນໃນເກມພາກເສີມ Frozen Throne ຂອງເກມ Warcraft ຂອງຄ້າຍເກມ Blizzard.
ໃຜທີ່ສົນໃຈຢາກລອງຫຼິ້ນກໍສາມາດເຂົ້າໄປດາວໂຫຼດເກມໄດ້ທີ່ໜ້ານີ້ http://store.steampowered.com/app/570 ແຕ່ທ່ານຈະຕ້ອງມີບັນຊີ Steam ກ່ອນຈຶ່ງສາ ມາດດາວໂຫຼດເກມດັ່ງກ່າວໄດ້.