ເລີ່ມແລ້ວລະດູການງານ DevFest 2013 ງານພົບປະສຳລັບນັກພັດ ທະນາ

gdg-devfest

ງານ DevFest ເປັນງານໃຫຍ່ງານໜຶ່ງທີ່ທາງ GDG(Google Developer Group) ຂອງແຕ່ລະປະເທດນັ້ນຈັດຂຶ້ນ, ງານດັ່ງກ່າວເປັນງານທີ່ນັກພັດທະນາທົ່ວທຸກສາລະທິດມາພົບປະກັນ, ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ  ຮຽນຮູ້ ສິ່ງໃໝ່ໆ.

ພາຍໃນງານດັ່ງກ່າວຈະມີຫົວຂໍ້ຕ່າງໆທີ່ຜູ້ບັນລະຍາຍຈະເປັນມາຈາກວິສະວະກອນຈາກ Google ເອງ ຫຼື ວ່າຈາກ ທ້ອງຖິ່ນ, ໃນແຕ່ລະຫົວຂໍ້ນັ້ນຈະ ເນັ້ນກ່ຽວກັບການພັດທະນາ ແລະ ເຕັກໂນໂລຊີຈາກຜະລິດຕະພັນຂອງ Google. ນອກຈາກນີ້ແລ້ວໃນງານຍັງຈະມີສ່ວນທີ່ຈະເປັນສ່ວນສຳລັບນັກ ຂຽນໂປແກມມາແຂ່ງກັນຂຽນໂປ ແກມໃຫ້ແລ້ວພາຍໃນເວລາທີ່ກຳນົດໃຫ້ເຊິ່ງເອີ້ນສ່ວນນີ້ວ່າ: hack-a-thons ແລະ ຍັງມີສ່ວນຂອງ code lab ເປັນສວ່ນສຳລັບໄວ້ຄົນທີ່ສຶກສາເລື່ອງພາສາຄອມພິວເຕີຕ່າງໆ.

ງານ DevFest 2013 ຈະມີການຈັດກັນເປັນສອງຊ່ວງຄື:

  • ຊ່ວງທຳອິດແຕ່ວັນທີ 13 ກັນຍາ ຫາ 29 ກັນຍາ
  • ຊ່ວງທີສອງແຕ່ວັນທີ 18 ຕຸລາ ຫາ 10 ພະຈິກ

ໃນປີນີ້ໃນສອງຊ່ວງນີ້ມີກຸ່ມ GDG ຈັດງານ DevFest ເຖິງ 160 ງານໃນ 63 ປະເທດທົ່ວໂລກ, ຄາດວ່າໜ້າຈະມີ ນັກພັດທະນາເຂົ້າຮ່ວມຫຼາຍກວ່າ 30.000 ຊີວິດ. ນອກນັ້ນຍັງມີຫຼາຍກວ່າ 20 ປະເທດທີ່ຈັດງານນີ້ເປັນຄັ້ງທຳອິດ.

ຂ່າວດີຈາກ GDG ວຽງຈັນເພິ່ນວ່າເພິ່ນຈະຈັດງານ DevFest ນີ້ຂຶ້ໜເປັນຄັ້ງທຳອິດໃນເດືອນພະຈິກ….ຖ້າມີລາຍ ລະອຽດຄົບຖ້ວນແລ້ວຈະມາ ຂຽນອີກເທື່ອໜຶ່ງ. ຕິດຕາຂ່າວໄດ້ຜ່ານ Facebook | Google Plus | GDG Vientiane Website

ໃນຕອນນີ້ທ່ານໃດທີ່ສົນໃຈງານ DevFest ນີ້ແມ່ນເບິ່ງວ່າງານນີ້ຈັດຂຶ້ນຢູ່ໃສແນ່ໃຫ້ເບິ່ງຕາມແຜນທີ່ໄດ້ເລີຍ DevFest Map.

ປະເທດໃຫ້ຄຽງເຮົາປະເທດໄທກໍຈັດງານນີ້ຄືກັນໃນວັນທີ 14 ກັນຍາໃຜສົນໃຈສາມາດເຂົ້າໄປຕິດຕາມໄດ້ທີ່ເວັບໄຊ ຫຼັກ GDG Thailand

ຂອບໃຈທີ່ມາ Google Developer Group Blog