ລາຍ​ລະ​ອຽດ​ຂັ້ນ​ຕອນ​ການ​ລົງ​ທະ​ບຽນ​ການ​ແຂ່ງ​ຂັນ Google O

ການ​ລົງ​ທະ​ບຽນ​ຂອງ​ອາ​ຈານ​ທີ​ປຶກ​ສາ

ອາ​ຈານ​ທີ​ປຶກ​ສາ​ສາ​ມາດ​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໄດ້​ທຸກ​ເມື່ອ​ພາຍ​ໃນ​ລະ​ຫວ່າງວັນ​ທີ 8 ຕຸ​ລາ 2014 ຫາ ວັນ​ທີ 8 ເມ​ສາ 2015. ອາ​ຈານ​ທີ​ປຶກ​ສາ​ຈະ​ຕ້ອງ​ໄດ້​ລົງ​ທະ​ບຽນ​ໂດຍບໍ່​ຄຳ​ນຶ່ງ​ເຖິງວ່າ​ອາ​ຈານ​ດັ່ງ​ກ່າວ​ໄດ້​ເຂົ້​າ​ຮ່ວມ​ມາ​ກ່ອນ​ແລ້ວ ຫຼື ລົງ​ທະ​ບຽນ​ກ່ອນ​ເປີດ​ການ​ແຂ່ງ​ຂັນ Google Online Marketing Challenge 2015 ກໍ​ຕາມ. ໃນ​ການ​ລົງ​ທະ​ບຽນ​ອາ​ຈານ​ທີ​ປຶກ​ສາ​ຈະ​ຕ້ອງ​ສະ​ແດງ​ອີ​ເມວ​ທີ​ຜູກ​ກັບ​ໂດ​ເມນ(Domain) ຂອງ​ມະ​ຫາ​ໄລ ແລະ ລິ້ງ​ຂໍ້​ມູນ​ສ່ວນ​ໂຕ​ທີ​ຜູກ​ກັບ​ເວັບ​ໄຊ​ຂອງ​ທາງ​ມະ​ຫາ​ໄລ ເຊັ່ນ: ອີ​ເມວ​ທີ​ຜູກ​ຕິດ​ກັບ​ມະ​ຫາ​ໄລ​ແມ່ນ example@nuol.edu.la (ອີ​ເມວ​ອື່ນ​ເຊັ່ນ: gmail, yahoo, hotmail ແລະ ອື່ນໆ​ແມ່ນໃຊ້​ບໍ່​ໄດ້) ເພື່ອ​ນຳ​ເອົາ​ໄປໃຊ້​ເປັນ​ການ​ຢືນ​ຢັນ​ຕົວ​ຕົນ​.

ຈະ​ບໍ່​ມີ​ການ​ຈຳ​ກັດ​ຈຳ​ນວນ​ອາ​ຈານ​ທີ່​ລົງ​ທະ​ບຽນ​ໃນ​ສະ​ຖາ​ບັນ​ດຽວ​ກັນ ແລະ ຍັງ​ບໍ່​ຈຳ​ກັດ​ຈຳ​ນວນ​ທີມ​ຂອງ​ນັກ​ສຶກ​ສາ​ຕໍ່​ອາ​ຈານ​ໜຶ່ງ​ຄົນ​ນຳ​ອີກ. ເຊິ່ງວ່າ​ຄ່າ​ເລີ່ມ​ຕົ້ນ​ແມ່ນອ​າ​ຈານ​ສາ​ມາດ​ເປັນ​ທ​ີ​ປຶ​ກ​ສາ​ໃຫ້​ກັບ​ທີມ​ນັກ​ຮຽນ​ໃຫ້​ໄດ້ຫຼາຍ​ເຖິງ 10 ທີມ (ຫາກ​ຕ້ອງ​ການ​ເພີ່ມ​ແມ່ນ​ໃຫ້​ຕິດ​ຕໍ່​ກັບ​ທີມ Google Online Marketing Challenge).

ສິ່ງ​ສຳ​ຄັນ:

  • ກະ​ລຸນ​ນາ​ກວດ​ເບິ່ງ​ກ່ອງ​ຂໍ້​ຄວາມ​ສະ​ແປມ(Spam) ຫາກ​ຍັງ​ບໍ່​ເຫັນ​ເມວ​ຕອບ​ກັບ.
  • ອາ​ຈານ​ທີ​ປຶກ​ສາ​ຈະ​ໄດ້​ຮັບ​ເມວ​ຕອບ​ກັບ​ພາຍ​ໃນ 5 ວັນ, ຖ້າ​ສຳ​ເລັດ​ໃນ​ການ​ຢືນ​ຢັນ ແລະ ຖືກຍອມ​ຮັບ.

ລົງ​ທະ​ບຽນ

ການ​ຢືນ​ຢັນ​ທີມ​ນັກ​ສຶກ​ສາ​ຂອງ​ອາ​ຈານ​ທີ​ປຶກ​ສາ

ເມື່ອ​ທີມ​ນັກ​ສຶກ​ສາ​ໄດ້​ລົງ​ທະ​ບຽນ​ເປັນ​ທ​ີ​ຮຽບ​ຮ້ອຍ​ແລ້ວ, ອາ​ຈານ​ທີ​ປຶກ​ສາ​ກໍ​ຈະ​ໄດ້​ຮັບ​ເມວ​ພ້ອມ​ກັບ​ລິ້ງ​ເພື່ອ​ໃຊ້​ໃນ​ການ​ຢືນ​ຢັນ​ວ່າ​ທີມ​ດັ່ງ​ກ່າວ​ແມ່ນ​ຢູ່​ພາຍ​ໃຕ້​ຂອງ​ອາ​ຈານ​ດັ່ງ​ກ່າວ. ອາ​ຈານ​ຕ້ອງ​ໄດ້​ກົດ​ລິ້ງ​ດັ່ງ​ກ່າວ​ເພື່ອ​ສຳ​ເລັດການ​ຢືນ​ຢັນ​ນັກ​ສຶກ​ສາ​ຂອງ​ຕົນ.

ສິ່ງ​ສຳ​ຄັນ: ທີມ​ນັກ​ສຶກ​ສາບໍ່​ສາ​ມາດ​ເລີ່ມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຖ້າ​ຂັ້ນ​ຕອນນີ້ບໍ່​ສຳ​ເລັດ.

ການ​ລົງ​ທະ​ບຽນ​ຂອງ​ທີມ​ນັກ​ສຶກ​ສາ

​ນັກ​ສຶກ​ສາ​ສາ​ມາດ​ລົງ​ທະ​ບຽນ​ໄດ້​ຕັ້ງ​ຕ່​ວັນ​ທີ 15 ຕຸ​ລາ 2014 ເຖິງ ວັນ​ທີ 22 ເມ​ສາ 2015

ກາ​ນ​ລົງ​ທະ​ບຽນ: ແຕ່​ລະ​ທີມ​ສາ​ມາດ​ລົງ​ທະ​ບຽນ​ພາຍ​ໃຕ້​ອ​າ​ຈານ​ທີ​ປຶກ​ສາ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ໂດຍ​ອາ​ຈານ​ດັ່ງ​ກ່າວ​ແມ່ນ​ຈະ​ຕ້ອງ​ຖືກ​ຢືນ​ຢັນ ແລະ ຍອມ​ຮັບ​ຈາກ​ທາງທີມ​ Google Online Marketing Challenge ແລ້ວ. ແບບ​ຟອມ​ລົງ​ທະ​ບຽນ​ຕ້ອງ​ເພີ່ມ​ຂໍ້​ມູນ​ໃສ່​ໂດຍ​ຜູ້​ນຳ​ທີມ​ເທົ່າ​ນັ້ນ. ຫຼັງ​ຈາກ​ຖືກ​ຢືນ​ຢັນ​ຈາກ​ອາ​ຈານ​ຕົນ​ແລ​້ວ, ຜູ້​ນຳ​ທີມ​ຈຶ່ງ​ສາ​ມາດ​ເພີ່ມ​ສະ​ມາຊິກ​ພາຍ​ໃນ​ກຸ່ມ.

ຜູ້​ນຳ​ທີມ​ຈະ​ຕ້ອງ​ມີ​ບັນ​ຊີ​ຂອງ Google ແຍກ​ເປັນ​ສອງ​ບັນ​ຊີ​ໃນ​ກາ​ນ​ລົງ​ທະ​ບຽນ ແລະ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ Google Online Marketing Challenge 2015. ບັນ​ຊີຫຼັກ ຫຼື ເອີ້ນ​ອີກວ່າ​ເປັນ​ບັນ​ຊີ​ຄວບ​ຄຸມ(ຈະ​ເປັນ​ບັນ​ຊີ​ໃໝ່ ຫຼື ເກົ່າ​ກໍ​ໄດ້) ບັນ​ຊີນີ້​ຈະ​ຖືກ​ໃຊ້​ໃນ​ການ​ຈັດ​ການ​ທີມ​ຂອງ​ຕົນ ແລະ ຕິດ​ຕໍ່​ກັບທີມ Google Online Marketing . ບັນ​ຊີ​ໂຕ​ທີ​ສອງ ຫຼື ເອີ້ນ​ວ່າ​ບັນ​ຊີ​ໃຊ້ແຂ່ງ​ຂັນ(ບັນ​ຊີ​ສ້າງໃໝ່​ເທົ່າ​ນັ້ນ) ຈະ​ຖືກ​ໃຊ້​ໃນ​ການ​ຮັບ​ເງິນ AdWords ແລະ ສ້າງ​ໂຄ​ສະ​ນາ.

ຜູ້​ນຳ​ທີມ​ຈະ​ຕ້ອງ​ໃຫ້​ຂໍ້​ມູນທີ່​ຢູ່​ຂອງ​ຕົນ ແລະ ເບີ​ໂທ​ລະ​ສັບ​ເພື່ອ​ໃຊ້​ຢືນ​ຢັນ​ຕົວ​ຕົນ​ໂດຍ​ຜ່ານ​ຂໍ້​ຄວາມ ຫຼື ສຽງ ເພື່ອ​ຮັບ​ເງິນ AdWords.

ລົງ​ທະ​ບຽນ