ງານ Dart Flight School

Dart Flight School

ພາຍໃນງານ Dart Flight School ຜູ້ເຂົ້າຮ່ວມງານຈະໄດ້ປະສົບການໃໝ່ໃນການຮຽນຮູ້ພາສາໃໝ່ລ່າສຸດຄືພາສາ Dart ເຊິ່ງເປັນພາສາທີ່ຖືກພັດທະນາຈາກ Google ໂດຍມີຈຸດປະສົງເພື່ອໃຫ້ງ່າຍໃນການຂຽນເວັບແອ໋ບຂຶ້ນເທິງໜ້າ ເວັບໄຊຂອງທ່ານ, ເຊິ່ງຫວັງວ່າທ່ານຄົງຈະໄດ້ຄວາມຮູ້ໃໝ່ໆກັບບ້ານໄປໃນຄັ້ງນີ້ຫຼາຍພໍສົມຄວນ.

ງານ Dart Flight School ຈະຈັດຂຶ້ນໃນວັນທີ 22 ກຸມພາ 2014 ເວລາ 13:00ໂມງ ຫາ 17:00 ໂມງ ທີ່ ວິທະຍາໄລ ລາວ-ທ໊ອບ(ຊັ້ນ 4)

ໃຜທີ່ສົນໃຈສາມາດເຂົ້າໄປລົງທະບຽນ ແລະ ເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: www.gdgvientiane.org ແລະ ໃຜທີ່ລົງທະບຽນແລ້ວສາມາດກົດ Going ຢູ່ Event G+ ໄດ້ທີ່

ສາມາດເຂົ້າໄປຕິດຕາມການເຄື່ອນໄຫວຂອງກຸ່ມ GDG Vientiane ໄດ້ທີ່: Facebook | Google+

ຂອບໃຈຂໍ້ມູນຈາກ GDG Vientiane