ມາ​ຮູ້​ຈັກ​ກັບ​ຜູ່​ຊ່ວຍ​ອັດ​ສະ​ລິ​ຍະ​ Actions on Google

ພາຍ​ໃນ​ງານ Google I/O 2017 ຖ້າ​ໃຜ​ໄດ້​ເບິ່ງ​ຕອນ Keynote ຊ່ວງ​ເຊົ້າ ຈະ​ເຫັນ​ວ່າໝົດ​ງານ​ຈະ​ເວົ້າ​ແຕ່​ເລື່ອງ AI ເປັນຫຼັກ ແລະ ໄດ້​ອັບ​ເດດ​ຜະ​ລິດ​ຕະ​ພັນຫຼາຍໆ​ຢ່າງ ແຕ່​ສິ່ງ​ທີ່​ເຮົາ​ຈະ​ວ່າ​ເວົ້າ​ໃນ​ບົດ​ຄວາມ​ນີ້​ກໍ​ຄື Google Assistant ແອັບ​ຜູ່​ຊ່ວຍ​ສ່ວນ​ໂຕ​ທີ່​ມາ​ພ້ອມ​ກັບ​ຄວາມ​ສາ​ມາ​ດ​ໃໝ່ ທີ່ບໍ່​ມີ​ພຽງ​ແຕ່​ຖາມ​ຄ​ຳ​ຖາມ ແລະ ຕອບ​ຄຳ​ຖາມ​ກັບ​ເຮົາ​ເທົ່າ​ນັ້ນ ມັນ​ສະຫຼາດ​ຂຶ້ນ ແລະ ຊ່ວຍ​ເຮົາຫຼາຍ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ການ​ແປ​ພາ​ສາ​ໂດບໍ່​ຜ່ານ​ແອັບ Google Translate, ບອກ​ນັບ 1 ຫາ 100, ປິດ-ເປີດ​ໄຟ ແລະ ອື່ນໆ​ອີກຫຼາຍ​ຢ່າງ. ແຕ່​ສິ່ງ​ທີ່​ພິ​ເສດ​ໄປ​ກ່​ວານັ້ນ​ກະ​ຄື Google ໄດ້​ປ່ອຍ Actions on Google ເປັນ​ເຄື່ອງ​ມ​ື​ທີ່​ໃຫ້​ນັກ​ພັດ​ທະ​ນາ​ສາ​ມາດ​ສ້າງ​ແອັບ​ຂອງ​ຕົນ​ເພື່ອ​ໃຊ້​ງານ​ກັບ Google Assistant ເຊັ່ນ ຖ້າ​ເຮົາ​ມີ​ແອັບ​ສັ່ງ​ອາ​ຫານ​ສຳ​ລັບ Android ເຮົາ​ກໍ​ສາ​ມາ​ດ​ສ້າງ​ແອັບ​ຂອງ​ເຮົາ​ໃຫ້​ໃຊງານ​ດ້ວຍ​ສຽງ​ໄດ້​ໂດຍ​ຜ່ານ Google Assistant ພຽງ​ແຕ່​ເວົ້າ​ວ່າ “Talk to app’s name”.

ໃນ​ຊ່ວງ Developer Keynote ໄດ້​ມີ​ການອັບ​ເດ​ດ​ຄວາມ​ສ​າ​ມາດ​ຂອງ Actions on Google ​ໂດຍ​ສະ​ເພາະ​ຮອງ​ຮັບ ເຄື່ອງ​ມື​ສຳ​ເລັດ​ຮູບ​ໃນ​ການ​ສ້າງ Conversation User Interface (CUI)

[ບົດ​ຄວາມ​ຢູ່​ລະ​ຫວ່າງ​ຂຽນ]