Skip to main content

Windows 7

ວິທີເຮັດໃຫ້ເຮົາເຂົ້າໃຊ້ສິດ ownership ໃນ Windows 7

ນັບຕັ້ງແຕ່ Microsoft ໄດ້ອອກ Windows 7 ມາ, ແລ້ວເວລາທີ່ເຮົາລົງໂປແກມຫຍັງມັນຈະຖາມ Permission(Run as administrator) ຈາກເຮົາ ກ່ອນຈຶ່ງລົງໂປແກມນັ້ນໆໄດ້. ໃນກໍລະນີນີ້ແມ່ນເຮົາຈະມາບອກວິທີໃນການເຂົ້ານຳໃຊ້ສິດເປັນ ownership ເປັນສິດທີ່ເຂົ້າເຖິງ, ແກ້ໄຂຟາຍທັງໝົດ ໄດ້ເລີຍເຊິ່ງເປັນສິດທີ່ສູງກ່ວາ Administrator ແລະ User(ຜູ້ໃຊ້), ບາງຄົນຄິດວ່າ: ອ້າວກະດຽວວ່າ Administrator ໄດ້ຮັບສິດທັງອ່ານ ແລະ ແກ້ໄຂ ຟາຍລະຕົວະແບາະ, ແຕ່ຕາມຄວາມເປັນຈິງແລ້ວກະແມ່ນຄວາມເພິ່ນ, ແຕ່…ແຕ່ສິດຂອງ Administrator ນັ້ນກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍ ທີ່ເປັນໃນລະບົບຂອງໂຕ Windows ໄດ້ເລີຍເຊັ່ນຕົວຢ່າງ: ຟາຍທີ່ຢູ່ໃນໂຟນເດີ System32 ເຮົາມັກໄປແກ້ໄຂຕະຫຼອດເລີຍ. ເລື່ອງກ່ອນຈະມາຂຽນ ບົດຄວາມນີ້ກະຄືວ່າ: ຢາກໄປແກ້ໄຂຄັນຊິວ່າແລ້ວກະຈະໄປປ່ຽນຊື່ຟາຍໃນໂຟນເດີ System32 ລະບັນຫາກະຄືວ່າເຖິງວ່າເຮົາຈະກົດ Rename(Run as administrator) ກໍຕາມເຮົາກະຍັງບໍ່ສາມາດເຂົ້າໄປແກ້ໄຂຟາຍນັ້ນໄດ້ເລີຍ, ສະນັ້ນເຮົາກະຕ້ອງເຂົ້າໃຊ້ສິດ Ownership ເພື່ອທີ່ຈະແກ້ໄຂຟາຍນັ້ນ.

ວິທີອັບເກດວິນໂດ 7 Ultimate ຟີຣ ແລະ ລາຍເຊັ່ນຂອງເວີເຊິນຕ່າງໆ

ມື້ນີ້ເຈົ້າຂອງເວັບກໍ່ຈະມາບອກເທັດນິກດີໆກັນ ເຊິ່ງນັ້ນກໍແມ່ນການເຮັດໃຫ້ວິນໂດ 7 ຂອງທ່ານຈາກທີ່ຍັງ ບໍ່ ໄດ້ເປັນຂອງແທ້ ຫຼື ແຄກ ເຊິ່ງບັນຫາຈາກການໃຊ້ວິນໂດພວກນີ້ກໍຈະເຮັດໃຫ້ບໍ່ສາມາດອັບເດດໄດ້ມ ອີກຢ່າງ ໜຶ່ງຍັງເຮັດໃຫ້ເຮົາລຳຄານເວລາລົງໂປຣແກມ ແລະ ຕອນເປີດຄອມເພາະມັນຈະເປີດໜ້າຕ່າງ ເຕືອນໃຫ້ເຮົົາ ຕ້ອງລົງທະບຽນ. ເພາະສະນັ້ນເຮົາຈຶ່ງນຳເອົາສິ່ງດີໆມາຝາກກັນ.