Skip to main content

TuneUp

TuneUp ແຈກລາຍເຊັ່ນ TuneUp Utilities 2011 ຟີຣສຳລັບທຸກໆຄົນ

ຊ່ວງນີ້ບໍ່ມີໂປໂມຊັນດີໆມາແຈກເລີຍເວີ້ຍ ຖ້າຕັ້ງດົນກວ່າຈະມີມາເທື່ອໜຶ່ງ. ມື້ນີ້ກະເປັນຄິວຂອງທາງ TuneUp ທີ່ເພິ່ນແຈກລາຍເຊັ່ນໃຫ້ພວກເຮົາ ໃຊ້ກັນແຕ່ລະປີໆນີ້ເພິ່ນມາແຈກ TuneUp Utilities 2011 ກັນ. ເຖິງວ່າຈະເປັນເວີເຊິນຂອງປີ 2011 ກໍຕາມ ເກົ່າແດ່ປີໜຶ່ງກະຄົງຈະບໍ່ເປັນຫຍັງ ຫຼາຍດ໋ອກສຳລັບຂອງຟີຣໆ. ຂໍແນະນຳໂປຼແກມ TuneUp Utilities 2011 ຈັກໜ້ອຍໜຶ່ງເພື່ອຄົນທີ່ບໍ່ຮູ້. TuneUp Utilities 2011 ເປັນໂປຼແກມທີ່ຈະເຮັດໃຫ້ຄອມເຮົາເປັນລະ ບຽບຂຶ້ນ, ສະອາດຂຶ້ນ ແລະ ເຮັດວຽກເບົາຂຶ້ນ ເຊິ່ງມັນຈະເຮັດໜ້າທີ່ໃນການຈັດແຈງຂໍ້ມູນຕ່າງໆໃນຄອມເຮົສໃຫ້ເປັນລະບຽບ, ລຶບຟາຍທີ່ບໍ່ເປັນປະ ໂຫຍດ, ບອກໂປຼແກມ ຫຼື ລະບົບການເຮັດວຽກຕ່າງໆຢູ່ໃນຄອມທີ່ມີບັນຫາ ແລະ ແກ້ໄຂໃຫ້ເຮົາທັນທີ່. ນອກນັນມັນຍັງເປັນໂປຼແກມທີ່ຫຼາຍໆຄົນ ແນະນຳໃຫ້ມີຫຼັງຈາກທີ່ຊື້ຄອມໃໝ່ ຫຼື ລົງວິນໂດໃໝ່.

ຟີຣລາຍເຊັ່ນໂປຣແກມ TuneUp 2010 EN

TuneUp 2010 ເປັນໂປຣແກທທີ່ຈະຈັດການຊ່ວຍທູກສິ່ງທູກຢ່າງໃນຄອມໃຫ້ໃໝ່ຂື້ນ, ເປັນໂປຣແກມ ປັບແຕ່ງຄອມໃຫ້ໄວຂື້ນ, ຊ່ວຍກຳຈັດຟາຍທີ່ບໍ່ເປັນປະໂຫຍດ, ຟາຍ temporary (windows temporary,internet temporary,Internet History,Cookie,Empty Recycle Bin,Registry …. ), ລົບໂປຣແກມຕ່າງໆທີ່ບໍ່ຈເປັນເມື່ອມີການບູດຄອມ, ນອກນັ້ນຍັງເບີ່ງແຍງປະສິດຕິ ພາບຂອງຄອມ, ເຊັກສະຖານະຄອມຢ່າງລະອຽດ ແລະ ອີກຫຼາຍຢ່າງ.