Skip to main content

Proposal

ວິທີການຂຽນບົດສະເໜີທີດີ

·162 words·1 min
ການຂຽນບົດສະເໜີ ຫຼື Proposal ທີ່ດີນັ້ນບໍ່ວ່າຈະເປັນບົດສະເໜີປະເພດໃດກໍຕາມຈະຄືກັນໝົດ ແລະ ສິ່ງສຳຄັນທີ່ສຸດກໍຄືເຮົາຈະຕ້ອງຂຽນແນວໃດໃຫ້ບົດສະເໜີຂອງເຮົານັ້ນຖືກຍອມຮັບ ແລະ ໄດ້ເງິນຈາກຜູ່ທີ່ເຮົາຂໍ. ປົກກະຕິແລ້ວບົດສະເໜີຈະແບ່ງອອກເປັນ 5 ສ່ວນໃຫ່ຍຄື: ຈຸດປະສົງ, ໃນສ່ວນທຳອິດເຮົາຈະຕ້ອງຂຽນຈຸດປະສົງຂອງບົດສະເໜີຂອງເຮົາວ່າ ເຮົາຂຽນບົດສະເໜີໂຕນີ້ມາເພື່ອຫຍັງ?, ໃນສ່ວນນີ້ຈະມີການແນະນຳວິທີການແກ້ໄຂບັນຫາ ແລະ ຄວນຈະແຈ້ງ ໂດຍບໍ່ເຮັດໃຫ້ຜູ່ອ່ານມີການເຂົ້າໃຈຜິດ. ສ່ວນນີ້ບໍ່ຄວນຍາວເກີນໄປ. ບັນຫາ, ສ່ວນໂຕນີ້ຈະອະທິບາຍລາຍລະອຽດກ່ຽວກັບບັນຫາ ແລະ ຂໍ້ມູນພູມຫຼັງຂອງບັນຫາ. ໃນສ່ວນນີ້ຍັງໄດ້ອະທິບາຍວ່າເປັນຫຍັງຍັງມີບັນຫານີ້ຢູ່ ແລະ ເປັນຫຍັງມັນຈຶ່ງເປັນບັນຫາ. ວິທີການແກ້ໄຂ, ໃນສ່ວນນີ້ຈຸດປະສົງຂອງເຮົາຈະຕ້ອງສະເໜີວິທີແກ້ໄຂບັນຫາດ້ວຍວິທີທີ່ເຮັດໃຫ້ຜູ່ອ່ານຂອງນັ້ນເຊື່ອວ່າເຮົາຈະຕ້ອງແກ້ໄຂບັນຫາໂຕນີ້ໄດ້. ທຶນ,** **ໃນສ່ວນນີ້ຈະເວົ້າແຕ່ເລື່ອງເງິນລູກດຽວ. ບົດສະເໜີຂອງເຮົານີ້ຈະຕ້ອງໃຊ້ເງິນເປັນຈຳນວນເທົ່າໃດ? ຄວນໃຊ້ຕາຕະລາງເພື່ອໃຫ້ເຂົ້າໃຈງ່າຍ ແລະ ບໍ່ເຮັດໃຫ້ຜູ່ອ່ານສັບສົນ. ນອກນັ້ນ, ເຮົາຈະຕ້ອງບໍ່ມີຄ່າໃຊ້ຈ່າຍທີ່ເຊື່ອງໄວ້ ໝາຍຄວາມວ່າຄ່າໃຊ້ຈ່າຍຕ່າງໆຄວນເຮັດໃຫ້ລະອຽດທີ່ສຸດ. ສະຫຼຸບ, ສ່ວນສຸດທ້າຍເຮົາຈະເວົ້າລຶ້ມຄືນເຖິງບັນຫາ ແລະ ວິທີການແກ້ໄຂບັນຫາຄືນແບບຫຍໍ້ ເສີມດ້ວຍປະໂຫຍກທີ່ເຮັດໃຫ້ຜູ່ອ່ານຕ້ອງອະນຸມັດເງິນໃຫ້ບົດສະເໜີຂອງເຮົາ.