Skip to main content

Nexus 7

Google ເປີດໂຕ Android Jelly Bean 4.2, Nexus 4, Nexus 10 ແລະ Nexus 7 Wi-Fi 3G

ເຖິງວ່າງານຈະບໍ່ໄດ້ຈັດເນື່ອງຈາກພາຍຸເຮີຣິເຄນ Sandy Google ກະບໍ່ພາດນັດປ່ອຍສິນຄ້າໃໝ່ໃຫ້ຊາວໂລກທີ່ລໍຄອຍໄດ້ເບິ່ງກັນໂດຍມີກັນ 2 ປະເດັນໃຫ່ຍຄື: ເປີດໂຕເວີເຊິນ Android 4.2 ໂດຍຍັງໃຊ້ໂຄດ Jelly Bean ຢູ່ຄືເກົ່າ ເປີດໂຕສິນຄ້າຕະກູນ Nexusຄື: LG Nexus 4, Asus Nexus 10 ແລະ Nexus 7 Wi-Fi+3G

Google ເປີດໂຕ Nexus 7 tablet ລາຄາລໍ້ໃຈ

 ກ່ອນຈະເປີດໂຕກະມີຂ່າວລືກັນຫຼາຍພໍສົມຄວນວ່າ Google ຈະເປີດໂຕ Tablet ລາຄາຖືກດ ສະເປັກກະໜ້າຄົບ, Asus ເປັນຜູ້ຜະລິດໃຫ້. ຫຼັງຈາກຂ່າວລືໄປແລ້ວມື້ນີ້ໃນງານ Google IO 2012 ງານໃຫຍ່ແຫ່ງປີຂອງທາງ Google ເພິ່ນເຊິ່ງໃນແຕ່ລະປີກໍຈະມີການລວມໂຕກັນຂອງນັກ developer ທັງຫຼາຍເຂົ້າມາຮ່ວມງານກັນ, ງານຄັງນີ້ບໍ່ໄດ້ຟຼີແນ່ນອນລາຄາປີ້ເຂົາໃນປີນີ້ແມ່ນ $900 ສຳລັບຄົນທົ່ວໄປ ແລະ $300 ສຳລັບນັກ ຮຽນ, ນັກສຶກສາ. ຕາມຄວາມຄິດຂອງເຮົາແລ້ວເຖິງວ່າຄາປີ້ເຂົ້າຈະແພງແຕ່ Google ໃຈດີຂອງເຮົາກະໄດ້ແຈກຂອງຟຼີໃນງານກັນບໍ່ວ່າຈະເປັນ ສິນຄ້າໃໝ່ໆທີ່ເພິ່ນໄດ້ເປີດໂຕຢູ່ບ່ອນຫັນ ແລະ ຫຼັງຈາກຈົບງານເພິ່ນກະປະກາດວ່າສິນຄ້າໃດເຮົາຈະໄດ້ຕິດໂຕກັບບ້ານເປັນທີ່ລະລຶກກ່ອນໃຜ ແລະ ບໍ່ຄືໃຜ.