ໃຊ້ Kaspersky Anti Virus 2013 ຟຼີລາຍເຊັນ 1 ປີ
·185 words·1 min
Kaspersky Lab ຮ່ວມກັບ ASUS ແຈກໂປແກມ Kaspersky Anti Virus 2013 ໃຫ້ນັກຫຼິ້ນເກມທີ່ໃຊ້ ເມນບ໋ອດ (Mainboard) ASUS ROG Motherboard (Republic of Gamers) ເປັນເມນບ໋ອດທີ່ຈຳໜ່າຍ ໃຫ້ແກ່ລູກຄ້າລະດັບ hi-end ຂອງຄົນຫຼິ້ນເກມ. ການແຈກຄັ້ງນີ້ແມ່ນເພິ່ນໃຫ້ຄົນທີ່ໃຊ້ເມນບ໋ອດດັ່ງກ່າວ ສາມາດດາວໂຫຼດໂປແກມ Kaspersky Anti Virus 2013 ພ້ອມລາຍເຊັນ 1 ປີ ຖ້າໃຜໃຊ້ເມນບ໋ອດ ASUS ROG ທ່ານສາມາດເຂົ້າໄປດາວໂຫຼດໃຊ້ກັນໄດ້ຟຼີເລີຍ Kaspersky Anti Virus 2013 ສຳລັບ ROG motherboard. ແຕ່ຖ້າເຮົາບໍ່ໄດ້ໃຊ້ ASUS ROG motherboard ເດຊັ້ນຢາກດາວໂຫຼດມາໃຊ້ໄດ້ບໍ່? ຄຳຕອບຄືບໍ່ໄດ້ເພາະ ໂປແກມມັນຈະກວດສອບວ່າຄອມເຮົາໃຊ້ ເມນບ໋ອດໂຕນີ້ບໍ່? ແຕ່ວ່າອີກເທື່ອໜຶ່ງເຮົາສາມາດໃຊ້ Kaspersky Anti Virus 2013 ໃຊ້ໄດ້ດ້ວຍການດັດແປງເລັກໆນ້ອຍໆ.