Skip to main content

IPhone

ຟຼີເກມ Need for Speed Most Wanted ສຳລັບ iPhone, iPad, iPod

ເວັບໄຊ IGN ຮ່ວມກັບ EA Game ໄດ້ແຈກເກມ Need for Speed Most Wanted ຟຼີສຳລັບອຸປະກອນ iPhone, iPad, iPod, ແຕ່ມີແຕ່ປະເທດອາ ເມລິກາ, ອັງກິດ, ອອດສເຕເລຍ, ແຄນນາດາ, ເຢຍລະມັນ, ອີຕາລີເທົ່ານັນທີ່ສາມາດເອົາ Redeem Code ໄດ້ ແລະ ສະເພາະ 500.000 ທ່ານເທົ່ານັນ ທີ່ເພິ່ນແຈກ. ຫາກໃຜສົນໃຈສາມາດເຂົ້າໄປທີ່ເວັບໄຊເພິ່ນ IGN ແລະ ໃຊ້ໂປແກມນີ້ vpn shield ເພື່ອປ່ຽນ IP Adress ທ່ານເປັນປະເທດອາເມລິກາ ໃນການທີ່ຈະເອົາ Redeem Code ຂອງເກມດັ່ງກ່າວ

Smartphone 6 ລຸ້ນທີ່ດີທີ່ສຸດໃນປີ 2012

ໃນທ້າຍປີແລ້ວກະບໍ່ພາດທີ່ຈະມາເບິ່ງວ່າໃນປີນີ້ມີຫຍັງພິເສດແນ່ເຊິ່ງທາງ Thenextweb ເພິ່ນໄດ້ສະຫຼຸບມືຖື Smartphone ທີ່ດີ່ທີ່ສຸດມາໃຫ້ເຮົາໄດ້ ເບິ່ງກັນເຖິງ 6 ລຸ້ນດ້ວຍກັນ, ຫາກໃຜກຳລັງຄິດຈະຊື້ມືຖືຈັກເຄື່ອງບາງທີ່ອາດຫາຄຳຕອບຢູ່ບົດຄວາມນີ້ກະໄດ້.ຈະມີລຸ້ນໃດແດ່ນັ້ນເຮົາມາເບິ່ງກັນ ເລີຍ

ລາຍງານສົດງານ Apple 23/10/2012

ລາຍງານສົດງານ Apple event ທີ່ຈະຈັດຂຶ້ນໃນວັນທີ 23/09/2012 ເວລາ 10:00 AM ຕາມເວລາທ້ອງຖິ່ນ ກະລຸນນາເຂົ້າມາເບິ່ງໃໝ່ໃນເວລາທ່ຽງຄືນຂອງວັນທີ 23/10/2012 ຂອບໃຈ The Verge

ສະເປັກເຄື່ອງ iPhone 5 ແບບລະອຽດ

 ຫຼັງຈາກການເປີດໂຕຢ່າງອະລັງການຂອງຜະລິດຕະພັນໃໝ່ຂອງທາງ Apple ເພິ່ນນັ້ນກໍຄື iPhone 5 ທີ່ເຮັດໃຫ້ຄົນຮືຮາກັນພໍສົມຄວນ. ສະນັນມື້ນີ້ຫວ່າງເຮົາກໍຈະມາເວົ້າເລື່ອງ iPhone 5 ຮຸ່ນນີ້ກັນວ່າສະເປັກມັນຈະແຮງພໍເປັນຄູ່ຕໍ່ສູ້ກັບມືຖືຮຸ່ນເດັ່ນໆຂອງຝັ່ງ Android ໄດ້ບໍ່ເຊັ່ນ: Galaxy S III ຂອງ Samsung, HTC One X ຂອງ HTC, ແລະ ອີກມືຖືອີກຮຸ່ນໜຶ່ງຂອງທາງ Google ທີ່ໃຊ້ລະບົບປະຕິບັດການ Pure Android ໂຕສຳຄັນ ຫຼື ເປັນຮຸ່ນເດັ່ນສຸດຂອງຝັ່ງ Android ເລີຍເຊິ່ງຄາດວ່າຈະເປີດໂຕທ້າຍເດືອນ ຕຸລາ ຫຼື ພະຈິກນີ້. ເຮົາມາເວົ້າເລື່ອງ iPhone 5 ກັນ ນັບເປັນເວລາ 1 ປີເຕັມແລ້ວທີ່ Apple ໄດ້ເປີດໂຕຜະລິດຕະພັນທີ່ເຮັດໃຫ້ຄົນຮືຮາກັນນັ້ນກໍແມ່ນ iPhone 4 ແລະ ນີ້ກະເປັນອີກເທື່ອໜຶ່ງທີ່ເຮັດໃຫ້ຄົນທົ່ວໂລກຕ້ອງຮືຮາກັນອີກຄັ້ງກັບການປັບປຸງທີສຳຄັນໃນການຕໍກອນກັບຄູ່ແຂ່ງໃຫ້ ໄດ້ອີກປີໜຶ່ງ.