Hack
Facebook ແລະ Apple ຖືກແຮກດ້ວຍຊ່ອງໂວ Java
·66 words·1 min
ບໍ່ໜ້າເຊື່ອເລີຍວ່າບໍລິສັດຍັກໃຫ່ຍເຊັ່ນ Facebook ແລະ Apple ດ້ວຍຊ່ອງໂວ Java. ທັງສອງເລື່ອງແມ່ນເກີດຂຶ້ນ ຄົນລະມື້ກັນແຕ່ມີເນື້ອຫາຄືກັນກະຄືວ່າຖືກແຮກດ້ວຍວິທີດຽວກັນ ແລະ ກຸ່ມຄົນທີ່ແຮກກຸ່ມດຽວກັນ, ເລື່ອງກໍມີ ຢູ່ວ່ພະນັກງານທັງສອງບໍລິສັດໄດ້ເຂົ້າໄປເວັບໄຊນັກພັດທະນາໂທລະສັບມືຖືມີຊື່ວ່າ:”iPhoneDevSDK”ເຊິ່ງເວັບດັ່ງກ່າວໄດ້ຖືກແຮກມາກ່ອນແລ້ວຝັງໄວຣັດໄວ້ໃນເວັບໄຊນັ້ນ. ໄວຣັດດັ່ງກ່າວແມ່ນໄວຣັດຊະນິດ malware ໜ້າທີ່ ຂອງມັນແມ່ນຈະໂຈມຕີເປົ້າໝາຍຜູ້ທີ່ເຂົ້າໄປເບິ່ງເວັບໄຊດັ່ງກ່າວ, ຫຼັງຈາກນັ້ນມັນຈະໂຈມທີຄອມຂອງຜູ້ເຄາະ ຮ້າຍດ້ວຍຊ່ອງໂວ Java. ເວັບໄຊດັ່ງກ່າວຕອນ ນີ້ແມ່ນຢູ່ໃນຊ່ວງປັບປຸງ.
ວິທີປິດການໃຊ້ງານ JAVA
·72 words·1 min
ຈາກຂ່າວ ພົບຊ່ອງໂວໃໝ່ໃນ JAVA, ປິດໃຊ້ງານ JAVA ດ່ວນ ເຮົາກໍຈະມາບອກວິທີການປ້ອງກັນຊ່ອງໂວດັ່ງກ່າວນັ້ນກໍ່ຄືການປິການໃຊ້ງານ JAVA ໃນຄອມຂອງເຮົາ ແລະ ຍັງລວມນຳ Web browser ອີກດ້ວຍເຮົາມາເບິ່ງວິທີກັນເລີຍ
ພົບຊ່ອງໂວໃໝ່ໃນ JAVA, ປິດໃຊ້ງານ JAVA ດ່ວນ
·197 words·1 min
ຫຼັງຈາກທາງ Oracle ໄດ້ປ່ອຍ path ອຸດຊ່ອງໂວໃນເດືອນຕຸລາປີແລ້ວນີ້ບໍ່ພໍເທົ່າໃດເດືອນກະມີຊ່ອງໂວໃໝ່ເກີດຂື້ນມາອີກແລ້ວ ແລະ ພວກ Hacker ທັງຫຼາຍເລີ່ມໃຊ້ຜົນປະໂຫຍດດັ່ງກ່າວໃນການ hack ເຂົ້າໄປເອົາຂໍ້ມູນຕ່າງໆ.
ບໍມີໃຜ Hack ໄດ້ເມື່ອເປີດໃຊ້ 2-step verification ໃນບັນຊີ Google
·57 words·1 min
Google Gmail ໄດ້ອອກລະບົບຮັກສາຄວາມປອດໄພໃຫ້ບັນຊີເຮົາໃໝ່ໂດຍມີຊື່ວ່າ 2-step verification. ການເຮັດວຽກຂອງມັນກະຄືວ່າມແມ່ນ ການເຂົ້າສູ່ລະບົບສອງຊັ້ນໂດຍຊັ້ນທຳອິດແມ່ນເຮົາໃສ່ລະຫັດຜ່ານຂອງເຮົາຕາມທຳມາດາທີເຄີຍເຮັດແຕ່ກ່ອນ, ແລ້ວຫຼັງຈາກທີ່ເຮົາເຂົ້າສູ່ລະບົບ ແລ້ວມັນຈະຖານເຖິງລະຫັດອີກອັນໜຶ່ງເຊິ່ງຈະສົ່ງໃຫ້ທ່ານຜ່ານທາງມືຖືໃນຮູບແບບສຽງ ຫຼື ຂໍ້ຄວາມ ໃນເນື້ອໃນກໍຈະຂຽນວ່າ: “Your Google vertification code is ******” ແປເປັນລາວແມ່ນ ” ການຢືນຢັນບັນຊີຂອງທ່ານ ລະຫັດແມ່ນ ******” ໂດຍລະຫັດຈະມີ 6 ຕົວເລກ, ໃຫ້ເຮົາ ພິມລົງໄປແລ້ວຫຼັງຈາກນັນເຮົາຈຶ່ງໄດ້ມີສິດເຂົ້າໃຊ້ບັນຊີຂອງເຮົາ.
Hack Firefox Web Browser ໃຫ້ບັນທຶກລະຫັດຜ່ານໂດຍບໍ່ຕ້ອງຖາມຜູ້ໃຊ້ງານ
·146 words·1 min
ບົດເລື່ອງນີ້ເປັນພຽງແຕ່ໃຫ້ຄວາມຮູ້ ແລະ ໃຫ້ແນວຄິດໃນການປ້ອງກັນຈາກຄົນບໍ່ຫວັງດີ, ຫ້າມນຳໄປໃຊ້ໃນທາງທີຜິດ!
ເວລາທີເຮົາຫຼິ້ນໂປແກມທ່ອງໂລກອິນເຕີເນັດ(Web Browser) ແລະ ເຂົ້າສູ່ລະບົບຂອງເວັບໃດໜຶ່ງເຊັ່ນ: Facebook, Gmail, Hotmail, Yahoo, Twitter ເປັນຕົ້ນ, ເມື່ອເຮົາເຂົ້າແລ້ວເຮົາຈະສັງເກດເຫັນວ່າມີການແຈ້ງເຕືອນໃຫ້ເຮົາຮູ້ວ່າເຮົາຈະບັກທຶກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງ ເວັບທີ່ເຮົາເຂົ້ານັ້ນເລີຍບໍ່ ຫຼື ບໍ່ບັກທຶກສຳລັບໃນຕອນນີ້(ຄັ້ງນີ້) ຫຼື ບໍ່ບັນທຶກເລີຍ.
ມື້ນີ້ຫວ່າງໆກະເລີຍມາຂຽນເລື່ອງນີ້ໃຫ້ຜູ້ທີອ່ານໄດ້ມີສະຕິໃນການທ່ອງໂລກອິນເຕີເນັດໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົວເຮົາເອງໂດຍ ສະເພາະຄົນທີ່ມັກຫຼິ້ນຄອມຄົນອື່ນ ຫຼື ຄອມຕາມຮ້ານອິນເຕີເນັດ, ເຮົາຈະບໍ່ຮູ້ເລີຍວ່າຄອມນັ້ນມີຫຍັງທີ່ຢູ່ຂ້າງໃນແນ່ບໍ່ວ່າຈະເປັນໄວຣັດເປັນຕົ້ນ. ນອກນັ້ນເຮົາກະຍັງເຄີຍເຈີຕະຫຼອດຄົນທີເວົ້າໃຫ້ຟັງວ່າຖືກ Hack ຕະຫຼອດໂດຍສະເພາະຄົນທີຫຼິ້ນເກມອອນລາຍເຮົາເຈີຕະຫຼອດເດັ່ນໆເລີຍແມ່ນ: ເຂົ້າໄປຫຼິ້ນຮ້ານນັ້ນບັງເອີນວ່າມີຄົນບໍ່ຫວັງດີໄດ້ໃຊ້ໂປແກມທີ່ມີໜ້າທີ່ບັນທຶກຊື່ຜູ້ໃຊ ແລະ ລະຫັດຜ່ານຂອງບັນຊີເກມນັ້ນໆເຮັດໃຫ້ເສຍເຄື່ອງທີ ຕົນເອງຊື້ມາ ແລະ ເງິນໃນເກມ ຈາກຄົນທີ່ເຂົາເວົ້າກັນຕໍ່ກັນໄປຈາກຄົນຫຼິ້ນເກມ Yulgang.
ວິທີທີ່ເຮົາຈະມາບອກໃຫ້ຟັງນີ້ຜົນໄດ້ຮັບກະຄ້າຍໆກັບເລື່ອງຂ້າງເທິງສຳລັບຜູ້ເສຍຫາຍ, ແຕ່ມັນຈະຕ່າງຢູ່ບ່ອນວ່າເຮົາຈະໃຊ້ Firefox web Browser ເປັນໂຕບັນທຶກຂໍ້ມູນເອງ. ເຮົາມາເບິ່ງກັນເລີຍ!